ທາງການໄທທວງ ເຈົ້າໜ້າທີ່ລາວເຖິງການສົ່ງຕົວທ້າວ ໂກຕີ໋ - ອິດສະຫຼະ

ທາງການໄທທວງ ເຈົ້າໜ້າທີ່ລາວເຖິງການສົ່ງຕົວທ້າວ ໂກຕີ໋



ທາງການໄທໄດ້ສົ່ງໜັງສືເຖິງຫົວໜ້າກົມໃຫຍ່ສັນຕິບານຂອງ ສປປ.ລາວ ເພື່ອສອບຖາມຄວາມຄືບໜ້າໃນການຕິດຕາມຕົວທ້າວ ວຸດທິພົງ ກົດທຳມະຄຸນ ຫຼື ໂກຕີ໋ ຜູ້ຕ້ອງຫາຕາມໝາຍຈັບຄະດີອາຍາ ຕາມກົດໝາຍແຫ່ງລາຊະອານາຈັກໄທ ມາດຕາ 112 ທີ່ດູໝິ່ນສະຖາບັນພະມະຫາກະສັດຂອງໄທ ເພາະທາງການໄທຍັງເຊື່ອໝັ້ນວ່າໂກຕີ໋ຍັງເຄື່ອນໄຫວຢູ່ໃນລາວ ຈຶ່ງຕ້ອງການໃຫ້ທາງການລາວຈັບຕົວສົ່ງໃຫ້ທາງການໄທ.

ເຊິ່ງທ້າວ ວຸດທິພົງ ກົດທຳມະຄຸນ ເປັນໜຶ່ງໃນຊາວໄທທີ່ຂໍລີ້ໄພທາງການເມືອງໃນດິນແດນລາວ ໂດຍອີງຕາມລັດຖະທຳມະນູນແຫ່ງ ສປປ.ລາວ ສະບັບປັບປຸງປີ 2015 ມາດຕາ 51 ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນອະນຸຍາດໃຫ້ການລີ້ໄພແກ່ຄົນຕ່າງປະເທດ ທີ່ຖືກປາບປາມຍ້ອນໄດ້ທຳການຕໍ່ສູ້ເພື່ອອິດສະຫຼະພາບ, ຄວາມເປັນທຳ, ສັນຕິພາບ ແລະ ພາລະກິດວິທະຍາສາດ ສ່ວນການກະທຳຂອງທ້າວ ວຸດທິພົງ ກົດທຳມະຄຸນ ຈະໄດ້ຮັບການປົກປ້ອງໂດຍລັດຖະທຳມະນູນແຫ່ງ ສປປ.ລາວ ຫຼື ບໍ່? ແມ່ນຕ້ອງຕິດຕາມກັນຕໍ່ໄປ.

No comments

Powered by Blogger.