ສະຫະລັດອາເມຣິກາພ້ອມທີ່ຈະໂຈມຕີຊີຣີອີກ - ອິດສະຫຼະ

ສະຫະລັດອາເມຣິກາພ້ອມທີ່ຈະໂຈມຕີຊີຣີອີກ



ສຳນັກຂ່າວຕ່າງປະເທດລາຍງານ 8 ເມສາ 2017 ວ່າ: ທ່ານ ນາງ ນິກກີ ຮາລີ ເອກະອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳສະຫະປະຊາຊາດກ່າວໃນການປະຊຸມສຸກເສີນຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດວ່າ: ສະຫະລັດໄດ້ດຳເນີນມາດຕະການທີ່ຈຳເປັນໄປເມື່ອຄືນວັນພະຫັດທີ່ຜ່ານມາ ແລະ ພ້ອມຈະດຳເນີນການອີກ ແຕ່ຫວັງວ່າຈະບໍ່ຈຳເປັນໄດ້ເຮັດອີກຄັ້ງ ສະຫະລັດຈະບໍ່ປ່ອຍໃຫ້ປະທານາທິບໍດີບາຊາ ອັນ-ອັສຊາດຂອງຊີຣີໃຊ້ອາວຸດເຄມີໄດ້ຕາມລຳພັງໃຈອີກຕໍ່ໄປ ເຖິງເວລາທີ່ຈະຕ້ອງໃຊ້ວິທີທາງການທູດກົດດັນໃຫ້ມີທາງອອກທາງການເມືອງເພື່ອຢຸດຕິສົງຄາມຊີຣີ.

ທ່ານ ນາງ ຮາລີ ອ້າງວ່າ: ການໂຈມຕີສາມາດທຳລາຍຖານທັບອາກາດໃນເມືອງຮອມ ທີ່ຢູ່ພາກຕາເວັນຕົກຂອງຊີຣີ ທີ່ສະຫະລັດອາເມຣິກາເຊື່ອວ່າເປັນຖານໂຈມຕີທາງອາກາດຂອງຊີຣີ ທີ່ໄດ້ໂຈມຕີແຂວງອິດລິບ ເຮັດໃຫ້ມີຜູ້ເສຍຊີວິດ 86 ຄົນ ໃນນັ້ນມີເດັກນ້ອຍ 27 ຄົນເມື່ອວັນອັງຄານທີ່ຜ່ານມາ.

ສ່ວນທ່ານ ວະລາດີເມຍ ອາຟຣອນຄັອບ ຮອງເອກອັກຄະລັດຖະທູດລັດເຊຍປະຈຳສະຫະປະຊາຊາດກ່າວໃນທີ່ປະຊຸມດຽວກັນວ່າ: ສະຫະລັດອາເມຣິກາ ໄດ້ຮຸນຮານດິນແດນອະທິປະໄຕຂອງຊີຣີ ເປັນການລະເມີດກົດໝາຍສາກົນ ແລະ ເປັນການຮຸກຮານ ກ່ອນໜ້າທີ່ລັດເຊຍປະກາດຈະດຳເນີນມາດຕະການຕອບໂຕ້ ແລະ ເສີມຄວາມເຂັ້ມແຂງໃຫ້ແກ່ການປ້ອງກັນໄພທາງອາກາດຂອງຊີຣີ.

ໃນດ້ານຂອງທຳນຽມປະທານາທິບໍດີຊີຣີໄດ້ປະນາມວ່າ ເປັນການກະທຳທີ່ໂງ່ຈ້າ ແລະ ຂາດຄວາມຮັບຜິດຊອບ ກຸ່ມສັງເກດການເພື່ອສິດທິມະນຸດໃນຊີຣີ ທີ່ມີສຳນັກງານຕັ້ງຢູ່ປະເທດອັງກິດເປີດເຜີຍວ່າ ການໂຈມຕີຂອງສະຫະລັດອາເມຣິກາເຮັດໃຫ້ເຈົ້າໜ້າທີ່ທະຫານຊີຣີເສຍຊີວິດ 8 ຄົນ.

No comments

Powered by Blogger.