ລັດເຊຍລະງັບຂໍ້ຕົກລົງປ້ອງກັນການປະທະທາງອາກາດໃນຊີຣີກັບສະຫະລັດອາເມຣິກາ - ອິດສະຫຼະ

ລັດເຊຍລະງັບຂໍ້ຕົກລົງປ້ອງກັນການປະທະທາງອາກາດໃນຊີຣີກັບສະຫະລັດອາເມຣິກາ



ສຳນັກຂ່າວຕ່າງປະເທດລາຍງານ 8 ເມສາ 2017 ວ່າ: ກະຊວງການຕ່າງປະເທດລັດເຊຍອອກຖະແຫຼງການເລື່ອງການລະງັບຂໍ້ຕົກລົງຄວາມຮ່ວມມືທາງທະຫານທີ່ລົງນາມຮ່ວມກັບສະຫະລັດອາເມຣິກາ ເມື່ອປີ 2015 ວ່າດ້ວຍການແບ່ງປັນຂໍ້ມູນເສັ້ນທາງບິນໃນຊີຣີ ເພື່ອຫຼີກລ້ຽງການປະທະກັນທາງອາກາດ ໂດຍປັດຈຸບັນລັດເຊຍມລະບົບປ້ອງກັນຂີປະນາວຸດທັງແບບ S-300 ແລະ S-400 ຢູ່ໃນຊີຣີ.

ການເຄື່ອນໄຫວດັ່ງກ່າວຂອງລັດຖະບານລັດເຊຍມີຂຶ້ນບໍ່ພໍເທົ່າໃດຊົ່ວໂມງ ພາຍລັງປະທານາທິບໍດີວະລາດິເມຍ ປູຕິນ ປະນາມກໍລະນີປະທານາທິບໍດີໂດໂນ ທຣຳ ສັ່ງໃຫ້ມີການໂຈມຕີທາງອາກາດດ້ວຍຂີປະນາວຸດໂທມາຮັອກ 59 ລູກ ອອກຈາກເຮືອພິຂາດຂອງກອງທັບສະຫະລັດທີ່ລອຍລຳຢູ່ກາງທະເລເມດີເຕີເຣນຽນ ພຸ້ງເປົ້າໂຈມຕີຖານທັບອາກາດຂອງຊີຣີ ທີ່ຢູ່ພາກຕາເວັນຕົກຂອງປະເທດ ຈົນເກີດຄວາມເສຍຫາຍຢ່າງໜັກໜ່ວງ ແລະ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 6 ຄົນ.


ເຊິ່ງທ່ານ ທຣຳ ໄດ້ອ້າງວ່າ: ການໂຈມຕີເປັນການຕອບໂຕ້ເຫດໂຈມຕີທາງອາກາດໃນແຂວງອິດລິບ ເມື່ອວັນອັງຄານທີ່ຜ່ານມາ ເຊິ່ງມີຜູ້ເສຍຊີວິດຢ່າງໜ້ອຍ 68 ຄົນຈາກການໄດ້ຮັບສານເຄມີຈາກອາວຸດຊີວະພາບ ແລະ ສະຫະລັດເຊື່ອໝັ້ນວ່າປະທານາທິບໍດີບາຊາ ອັນ-ອັສຊາດ ຢູ່ເບື້ອງຫຼັງ ແຕ່ທ່ານ ປູຕິນກ່າວວ່າການໂຈມຕີຄັ້ງນີ້ "ເປັນການກຽມການລ່ວງໜ້າ" ແລະ ຈະສົ່ງຜົນກະທົບຕໍ່ຄວາມສຳພັນລະຫວ່າງທັງສອງປະເທດ ສ່ວນລາຍງານຂອງກະຊວງປ້ອງກັນປະເທດລັດເຊຍລະບຸວ່າ: ແມ່ນຢູ່ວ່າຊີຣີເປັນຜູ້ປະຕິບັດການທາງການທະຫານໃນແຂວງອິດລິບ ແຕ່ເປົ້າໝາຍທີ່ຖືກໂຈມຕີເປັນຄັງອາວຸດເຄມີ "ຂອງກຸ່ມກໍ່ການຮ້າຍ".

ອີກດ້ານໜຶ່ງການອອກຄຳສັ່ງທາງການທະຫານຂອງທ່ານ ທຣຳ ໃນຄັ້ງນີ້ແມ່ນກົງກັບວາລະຄົບຮອບ 100 ປີ ການເຂົ້າສູ່ສົງຄາມໂລກຄັ້ງທີ 1 ຢ່າງເປັນທາງການຂອງສະຫະລັດອາເມຣິກາ ດ້ວຍການປະກາດສົງຄາມກັບເຢຍລະມັນ ເມື່ອວັນທີ 7 ເມສາ 1917.

No comments

Powered by Blogger.