ສະຫະລັດອາເມຣິກາ ເລີ່ມປະຕິບັດການໂຈມຕີຊີຣີ ຕອບໂຕ້ການໃຊ້ອາວຸດເຄມີຂອງ ປທນ ອັນ-ອັສຊາດ - ອິດສະຫຼະ

ສະຫະລັດອາເມຣິກາ ເລີ່ມປະຕິບັດການໂຈມຕີຊີຣີ ຕອບໂຕ້ການໃຊ້ອາວຸດເຄມີຂອງ ປທນ ອັນ-ອັສຊາດ



ສຳນັກຂ່າວຫຼາຍແຫ່ງລາຍງານກົງກັນເຖິງການຍິງໂຈມຕີເປົ້າໝາຍຄື ຖານທັບອາກາດແຫ່ງໜຶ່ງໃນຊີຣີ ດ້ວຍ Tomahawk ຈາກເຮືອຮົບທີ່ປະຈຳການໃນທະເລເມດີເຕີເຣນຽນ

ສຳນັກຂ່າວຕ່າງປະເທດລາຍງານວ່າ ສະຫະລັດ ອາເມຣິກາ ເລີ່ມປະຕິບັດການຍິງຂີປະນາວຸດກວ່າ 50 ລູກໂຈມຕີຊີຣີ ເພື່ອຕອບໂຕ້ການໃຊ້ອາວຸດສານເຄມີຕໍ່ປະຊາຊົນເຊິ່ງເຊື່ອວ່າເປັນສີມືຂອງກອງທັບລັດຖະບານປະທານາທິບໍດີ ບາຊາ ອັນ-ອັສຊາດ.


ປະທານາທິບໍດີສະຫະລັດ ທ່ານ ໂດໂນ ທຣຳ ປະກາດຕໍ່ປະຊາຊົນຊາວອາເມຣິກາເຖິງການຕັດສິນໃຈໂຈມຕີຊີຣີຄັ້ງນີ້ວ່າ: ຊີຣີພາຍໃຕ້ການນຳຂອງປະທານາທິບໍດີອັນ-ອັສຊາດ ລະເມີດມະຕິຂອງສະຫະປະຊາຊາດເລື່ອງອາວຸດເຄມີ ແລະ ສັງຫານຜູ້ບໍລິສຸດຈຳນວນຫຼາຍໃນວັນອັງຄານດ້ວຍແກັສທຳລາຍລະບົບປະສາດ.


No comments

Powered by Blogger.