ລັດຖະບານມີລາຍຮັບຈາກເຂດເສດຖະກິດພິເສດແລ້ວຫຼາຍລ້ານໂດລາ - ອິດສະຫຼະ

ລັດຖະບານມີລາຍຮັບຈາກເຂດເສດຖະກິດພິເສດແລ້ວຫຼາຍລ້ານໂດລາ



ໜັງສືພິມເສດຖະກິດ-ສັງຄົມລາຍງານວ່າ: ກອງປະຊຸມປຶກສາຫາລືໃສ່ຮ່າງດຳລັດວ່າດ້ວຍເຂດເສດຖະກິດພິເສດ (ຂພສ) ແລະ ຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຄະນະຄຸ້ມຄອງ ຂພສ ໄດ້ຈັດຂຶ້ນໃນວັນທີ 6 ເມສາ 2017 ທີ່ຜ່ານມາທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດບຶງທາດຫຼວງ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ.

ທ່ານ ຄຳລຽນ ພົນເສນາກ່າວວ່າ: ເຂດເສດຖະກິດໄດ້ຖືກສ້າງຕັ້ງຂຶ້ນໃນປີ 2002 ໂດຍແມ່ນເຂດເສດຖະກິດພິເສດສະຫວັນ-ເຊໂນເປັນແຫ່ງທຳອິດ ເພື່ອທົດລອງການຈັດຕັ້ງປະຕິບັດ, ຈາກນັ້ນກໍ່ໄດ້ມີການຂະຫຍາຍຕົວເປັນກ້າວໆມາຈົນເຖິງປັດຈຸບັນ ຂພສ ມີທັງໝົດ 12 ເຂດໃນຂອບເຂດທົ່ວປະເທດ, ໄດ້ນຳໃຊ້ເນື້ອທີ່ຕາມສັນຍາສຳປະທານຈຳນວນ 19,612 ເຮັດຕາ, ມີການລົງທຶນຕົວຈິງແລ້ວ 1.6 ຕື້ກວ່າໂດລາ, ໃນນີ້ເປັນການລົງທຶນຂອງລັດຖະບານ 24 ລ້ານກວ່າໂດລາ, ຜູ້ພັດທະນາ 1.27 ຕື້ກວ່າໂດລາ ແລະ ຜູ້ລົງທຶນລາຍຍ່ອຍ 349 ລ້ານກວ່າໂດລາ, ມີບໍລິສັດທັງພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນ 318 ບໍລິສັດ ແລະ ຫ້າງຮ້ານຈຳນວນໜຶ່ງເຊິ່ງເປັນຂອງພາກເອກະຊົນພາຍໃນ 57 ບໍລິສັດ ແລະ ຕ່າງປະເທດ 239 ບໍລິສັດ, ສ່ວນພາຍໃນຮ່ວມກັບຕ່າງປະເທດແມ່ນມີ 22 ບໍລິສັດ.

ໃນນັ້ນຂະແໜງການບໍລິຫານກວມເອົາ 49%, ອຸດສາຫະກຳ 32% ແລະ ການຄ້າ 28%, ພ້ອມທັງສາມາດສ້າງວຽກເຮັດງານທຳໄດ້ 15,544 ຄົນ ແລະ ໄດ້ມອບລາຍຮັບເຂົ້າງົບປະມານແລ້ວ 16 ລ້ານກວ່າໂດລາ ເຊິ່ງຄາດວ່າຕົວເລກດັ່ງກ່າວຈະເພີ່ມຂຶ້ນຫຼາຍເທົ່າຕົວໃນອະນາຄົດອັນໃກ້ນີ້ ເພາະວ່າບັນດາໂຮງຈັກໂຮງງານຕ່າງໆທີ່ເຂົ້າມາລົງທຶນຢູ່ພາຍໃນເຂດໄດ້ສຳເລັດການກໍ່ສ້າງ ແລະ ເລີ່ມດຳເນີນກິດຈະການຂອງຕົນແລ້ວ.

ຂະນະທີ່ກອງປະຊຸມໃນຄັ້ງນີ້ທ່ານ ຮອງລັດຖະມົນຕີກ່າວ່າຈະໄດ້ສຸມໃສ່ເນື້ອໃນຕົ້ນຕໍຂອງ 3 ພາກຄື: ການສ້າງຕັ້ງ ແລະ ການລົງທຶນໃນເຂດເສດຖະກິດພິເສດ, ນະໂຍບາຍສົ່ງເສີມການລົງທຶນ ແລະ ກົງຈັກການຈັດຕັ້ງ, ສ່ວນຮ່າງຂໍ້ຕົກລົງແມ່ນເັ້ນໃສ່ຄົ້ນຄວ້າພິຈາລະນາກ່ຽວກັບໜ້າທີ່ ແລະ ຂອບເຂດສິດຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດ.

No comments

Powered by Blogger.