ແປັບຊີ ຖືກປະນາມຢ່າງໜັກທີ່ເຫັນການປະທ້ວງ ເປັນເລື່ອງຫຼິ້ນໆ ໃນການໂຄສະນາ (ມີວິດີໂອ) - ອິດສະຫຼະ

ແປັບຊີ ຖືກປະນາມຢ່າງໜັກທີ່ເຫັນການປະທ້ວງ ເປັນເລື່ອງຫຼິ້ນໆ ໃນການໂຄສະນາ (ມີວິດີໂອ)



ບໍລິສັດເຄື່ອງດື່ມ Pepsi ຖອນໂຄສະນາທີ່ສະແດງໂດຍນາງແບບສາວ Kendall Jenner ພາຍຫຼັງໂຄສະນາດັ່ງກ່າວຖືກຕີຄວາມວ່າເປັນການເຮັດໃຫ້ກະແສການປະທ້ວງຮຽກຮ້ອງສິດທິປະຊາຊົນໃນສະຫະລັດ ເປັນເລື່ອງຫຼິ້ນໆ ແລະ ເບິ່ງຂ້າມບັນຫາສຳຄັນຕ່າງໆເຊັ່ນ: ການປະທະກັນລະຫ່າງກຸ່ມຜູ້ປະທ້ວງທີ່ມີຄວາມຄິດເຫັນຕ່າງກັນ, ການປະທະກັນລະຫວ່າງເຈົ້າໜ້າທີ່ ແລະ ຜູ້ປະທ້ວງ ຫຼື ການເກີດຄວາມຮຸນແຮງໃນການປະທ້ວງຈົນທຳໄປສູ່ຄວາມເສຍຫາຍຕໍ່ຊັບສິນ ແລະ ຊີວິດຂອງປະຊາຊົນ.

ໂດຍທາງ Pepsi ກ່າວໃນຖະແຫຼງການວ່າ ມີຄວາມຕັ້ງໃຈທີ່ຈະສະແດງໃຫ້ເຫັນເຖິງເລື່ອງຄວາມເປັນນ້ຳໜຶ່ງໃຈດຽວກັນໃນສັງຄົມດ້ວຍໂຄສະນາດັ່ງກ່າວ ແຕ່ບໍລິສັດຍອມຮັບວ່າຜົນທີ່ອອກມາຜິດເປົ້າໝາຍ ແລະ ໄດ້ກ່າວຂໍໂທດແລ້ວ.


No comments

Powered by Blogger.