ພັກ-ລັດລາວ-ຫວຽດນາມ ເປີດປີສາມັກຄີມິດຕະພາບ ສາຍພົວພັນ ແລະ ການຮ່ວມມືຮອບດ້ານ - ອິດສະຫຼະ

ພັກ-ລັດລາວ-ຫວຽດນາມ ເປີດປີສາມັກຄີມິດຕະພາບ ສາຍພົວພັນ ແລະ ການຮ່ວມມືຮອບດ້ານ



ອີງຕາມການຕົກລົງເຫັນດີເປັນເອກະພາບ ລະຫວ່າງ ສອງພັກ, ສອງລັດ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ, ໃນໂອກາດທີ່ທ່ານ  ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ຕອນເຊົ້າວັນທີ 26 ເມສາ 2016 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີເປີດປີສາມັກຄີມິດຕະພາບ ລາວ-ຫວຽດ ນາມ, ຫວຽດນາມ-ລາວ  2017 ຢ່າງເປັນທາງການ ເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດ ສຳຄັນຂອງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 40 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ.

ໃນພິທີທີ່ມີຄວາມໝາຍສຳຄັນນີ້ ໃຫ້ກຽດເຂົ້າຮ່ວມມີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ; ບັນດາລັດຖະມົນຕີ ກະຊວງທີ່ກ່ຽວຂ້ອງຂອງສອງຝ່າຍ ພ້ອມດ້ວຍ ນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ຕາງໜ້າຝ່າຍ ສປປ ລາວ ຂຶ້ນມີຄຳເຫັນກ່າວຕໍ່ພິທີວ່າ: ຖືເອົາໂອກາດການມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຫວຽນ ຊວນ ຟຸກ ເປັນມື້ເປີດປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ  2017 ຢ່າງເປັນທາງການ ນັບວ່າເປັນມື້ເລີກງາມຍາມດີ  ແລະ ຍິ່ງເພີ່ມຄວາມໝາຍສຳຄັນ ໃຫ້ແກ່ປີສາມັກຄີມິດຕະພາບ ຂອງສອງຊາດຫຼາຍຂຶ້ນ, ເຫດການຂອງມື້ນີ້ ມັນເປັນການປະກາດໄປທົ່ວສອງປະເທດ ລາວ-ຫວຽດນາມ ກໍ່ຄື ທົ່ວໂລກ ໃຫ້ຮູ້ເຖິງຄວາມໝາຍສຳຄັນ ຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ປະທານ ໂຮຈິມິນ ຜູ້ນຳທີ່ຍິ່ງໃຫຍ່, ປະທານ ໄກສອນພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາ ຮ່ວມກັນສ້າງຂຶ້ນ ແລະ ໄດ້ຮັບການປົກປັກຮັກສາ, ເພີ່ມພູນຄູນສ້າງ ດ້ວຍເລືອດເນື້ອ, ຢາດເຫື່ອຂອງນັກຮົບປະຕິວັດ  ແລະ ປະຊາຊົນສອງຊາດ ຫຼາຍລຸ້ນຄົນມາ ຈະສືບຕໍ່ພັດທະນາຢ່າງບໍ່ຢຸດຢັ້ງ;  ຕະຫຼອດໄລຍະ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ໂດຍສະເພາະ ນັບແຕ່ສອງປະເທດ ໄດ້ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື  ປີ 1977 ເປັນຕົ້ນມາ ການພົວພັນສອງຊາດ ນັບມື້ຂະຫຍາຍຕົວ ທັງລວງກວ້າງ ແລະ ເຂົ້າສູ່ລວງທັງແຕກດອກອອກຜົນ ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ເປັນຕົ້ນ ການຮ່ວມມື ທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ນັບມື້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ການຮ່ວມມື ທາງດ້ານວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ມີຄວາມໜັກແໜ້ນ, ການພັດທະນາຊັບພະຍາກອນມະນຸດ ໄດ້ເພີ່ມຂຶ້ນ ທັງປະລິມານ ແລະ ຄຸນນະພາບ, ການໄປມາຫາສູ່ກັນທຸກລະດັບ ລວມທັງ ການຄ້າການລົງທຶນ ກໍ່ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ; ຕະຫຼອດປີ 2017 ສອງປະເທດພວກເຮົາ ຈະໄດ້ພ້ອມກັນຈັດກິດຈະກຳສະເຫຼີມສະຫຼອງສອງວັນສຳຄັນດັ່ງກ່າວ ທັງສູນກາງ ແລະ ທ້ອງຖິ່ນ ເຖິງ 100 ກວ່າກິດຈະກຳ ໃຫ້ມີບັນຍາກາດຟົດຟື້ນ, ມ່ວນຊື່ນ ແລະ ມີເນື້ອໃນເລິກເຊິ່ງທີ່ສຸດ ສົມຄູ່ກັບ ການພົວພັນຮ່ວມມືຂອງສອງປະເທດ ຢູ່ໃນລະດັບສູງດັ່ງປະຈຸບັນ.

ໃນໂອກາດດຽວກັນ, ທ່ານ ຫງວຽນ ຊວນ ຟຸກ ກໍ່ໄດ້ຂຶ້ນມີຄຳເຫັນວ່າ: ໃນປີ 2017 ເປັນປີທີ່ມີຄວາມໝາຍຢ່າງຍິ່ງ ສຳລັບສອງປະເທດ ຫວຽດນາມ ແລະ ລາວ ຂອງພວກເຮົາ ນັ້ນແມ່ນວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ (01/09/1962-2017) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 40 ປີ (18/07/1977-2017) ນີ້ແມ່ນຈຸດປະກາຍແສງສະຫວ່າງ ຄວາມສາມັກຄີອັນພິເສດແບບເລິກເຊິ່ງ ມິດຕະພາບ ແລະ ມູນເຊື້ອລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ. ຫວນຄືນເສັ້ນທາງປະຫວັດສາດ 55 ປີ ນັບແຕ່ມື້ທີ່ສອງປະເທດຂອງພວກເຮົາ ສ້າງຕັ້ງສາຍພົວພັນການທູດນັ້ນ ພວກເຮົາມີຄວາມພາກພູມໃຈ ທີ່ເຫັນສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ຂອງສອງປະເທດ ນັບມື້ນັບໄດ້ຮັບການຍົກລະດັບ ແລະ ພັດທະນາ ຢ່າງເລິກເຊິ່ງ ແລະ ກວ້າງຂວາງ ບໍ່ຢຸດຢັ້ງໃນທຸກຂົງເຂດ. ໃນນັ້ນ, ການຮ່ວມມືດ້ານການເມືອງ ກໍ່ນັບມື້ນັບແໜ້ນແຟ້ນ, ການຮ່ວມມືທາງດ້ານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍ່ນັບມື້ໜັກແໜ້ນເຂັ້ມແຂງ, ການຮ່ວມມືດ້ານເສດຖະກິດ ກໍ່ໄດ້ຮັບການຊຸກຍູ້ຢ່າງແຂງແຮງ, ການຮ່ວມມືດ້ານການສຶກສາ-ວັດທະນະທຳ ນັບມື້ນັບຫຼາຍຂຶ້ນ ຊຶ່ງໄດ້ນຳເອົາໝາກຜົນຕົວຈິງ ມາໃຫ້ແກ່ປະຊາຊົນຂອງທັງສອງຊາດ. ປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2017 ຈະໄດ້ຈັດກິດຈະກຳສະເຫຼີມສະຫຼອງ ຢ່າງຍິ່ງໃຫຍ່, ຫຼາກຫຼາຍ ແລະ ເປັນຈິງ ຢູ່ທັງສອງປະເທດ ແນໃສ່ເຮັດໃຫ້ສາຍພົວພັນ ທີ່ເປັນມູນເຊື້ອ, ມິດຕະພາບ, ຄວາມສາມັກຄີເປັນພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ ແລະ ລາວ ມີຄວາມໝາຍຄວາມເລິກເຊິ່ງ, ໜັກແໜ້ນຂຶ້ນຕື່ມ, ປະກອບສ່ວນຊຸກຍູ້ ໂຄສະນາສຶກສາອົບຮົມ ຢ່າງເລິກເຊິ່ງ, ກວ້າງຂວາງ ທາງດ້ານປະຫວັດສາດ ຂອງສາຍພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ແກ່ປະຊາຊົນ ຂອງສອງປະເທດພວກເຮົາ. ໂດຍອີງໃສ່ບັນຫາດັ່ງກ່າວນັ້ນ ແມ່ນມີຄວາມຮັບຜິດຊອບ ໃນການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງຂຶ້ນຕື່ມ ໃຫ້ແກ່ສາຍ ພົວພັນທີ່ລ້ຳຄ່ານີ້. ສຳລັບປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ ປີ 2017 ນີ້ ແມ່ນຂີດໝາຍການພັດທະນາກ້າວກະໂດດ ຂອງສາຍພົວພັນ ແລະ ການຮ່ວມມືພິເສດ ລະຫວ່າງ ສອງປະເທດຂອງພວກເຮົາ. ບົນເນື້ອໃນຈິດໃຈນັ້ນ, ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍການສຸມຈິດສຸມໃຈກັນຢ່າງແໜ້ນແຟ້ນ ຂອງສອງຝ່າຍນັ້ນ ປີສາມັກຄີເປັນພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ 2017 ຈະປະສົບຜົນສຳເລັດຢ່າງຈົບງາມ ປະກອບສ່ວນເຂົ້າໃນການນຳເອົາ ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີເປັນພິເສດ ຫວຽດນາມ-ລາວ ໝັ້ນຄົງທະນົງແກ່ນ ຕະຫຼອດໄປ.

ຫຼັງຈາກນັ້ນ, ຕາງໜ້າໃຫ້ແກ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ຫງວຽນ ຊວນ ຟຸກ ກໍ່ໄດ້ພ້ອມກັນ ໃຫ້ກຽດເປີດປີສາມັກຄີມິດຕະພາບ ລາວ-ຫວດນາມ, ຫວຽດນາມ-ລາວ 2017 ຢ່າງເປັນທາງການ.

No comments

Powered by Blogger.