ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມຕ່າງໆຂອງອາຊຽນ ທີ່ຟິລິບປິນ - ອິດສະຫຼະ

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມຕ່າງໆຂອງອາຊຽນ ທີ່ຟິລິບປິນ



ສຳນັກຂ່າວສານປະເທດລາວລາຍງານ 28 ເມສາ 2017 ວ່າ: ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 15 ແລະ ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 19 ໂດຍການເປັນເຈົ້າພາບ ແລະ ປະທານຂອງຟິລິບປິນ ທີ່ຈັດຂຶ້ນໃນນະຄອນຫຼວງມະນີລາ ພາຍໃຕ້ຄຳຂວັນ "ຮ່ວມມືເພື່ອການປ່ຽນແປງ, ຜູກພັນກັບສາກົນ"

ໃນທີ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໄດ້ທົບທວນ ແລະ ປຶກສາຫາລື ກ່ຽວກັບການສືບຕໍ່ສ້າງປະຊາຄົມອາຊຽນໂດຍສະເພາະ ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ການພົວພັນຮ່ວມມືກັບພາຍນອກ, ພ້ອມທັງແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ພວມສືບຕໍ່ຜັນແປເປັນຕົ້ນແມ່ນບັນຫາທີ່ອາຊຽນມີຄວາມສົນໃຈຮ່ວມກັນ ແລະ ສະພາບການຢູ່ພາກພື້ນຕ່າງໆລວມທັງຕາເວັນອອກກາງ ແລະ ແຫຼມເກົາຫຼີ.

ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 15 ໄດ້ທົບທວນຄືນການຈັດຕັ້ງປະຕິບັດໜ້າວຽກຕ່າງໆພາຍໃຕ້ເສົາຄ້ຳປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນກໍ່ຄື ການຈັດຕັ້ງປະຕິບັດບັນດາກິດຈະກຳພາຍໃຕ້ແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ເຊິ່ງເຫັນວ່າມີຄວາມຄືບໜ້າດີ ແລະ ໄດ້ຊຸກຍູ້ບັນຫາຂະແໜງການຕ່າງໆ ພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ໃຫ້ສືບຕໍ່ຈັດຕັ້ງປະຕິບັດວຽກງານພາຍໃຕ້ຂອບວຽກຂອງຕົນ ແລະ ເນັ້ນຢ້ຳການປະສານງານລະວຫ່າງຂະແໜງການໃນການຈັດຕັ້ງປະຕິບັດກິດຈະກຳທີ່ກວມລວມຫຼາຍຂະແໜງການ ແລະ ຫຼາຍເສົາຄໍ້າ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດ ແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ໃນນີ້ ທ່ານ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ແຈ້ງຕໍ່ກອງປະຊຸມຊາບວ່າ: ສປປ.ລາວ ໄດ້ໃຫ້ສັດຕະຍາບັນ ແກ່ສົນທິສັນຍາອາຊຽນ ວ່າດ້ວຍການຕ້ານການຄ້າມະນຸດ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ ແລະ ຈະຍື່ນສານສັດຕະຍາບັນໃຫ້ແກ່ເລຂາທິການໃຫຍ່ອາຊຽນໃນໄວໆນີ້.

ກອງປະຊຸມຂອງສະພາປະສານງານອາຊຽນ ຄັ້ງທີ 19 ໄດ້ສຸມໃສ່ການປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດຄຳຕົກລົງຂອງຜູ້ນຳອາຊຽນ ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29 ທີ່ຈັດຂຶ້ນຢູ່ ສປປ.ລາວ ໃນປີ 2016, ພິຈາລະນາວາລະ ແລະ ຮັບຮອງເອົາເອກະສານຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 30 ແລະ ຮັບຮອງເອົາບັນດາບົດລາຍງານຂອງສະແໜງການເພື່ອນຳສະເໜີຜູ້ນຳອາຊຽນພິຈາລະນາຮັບຊາບ ແລະ ຮັບຮອງເອົາເຊັ່ນ: ບົດລາຍງານຂອງເລຂາທິການໃຫຍ່ອາຊຽນກ່ຽວກັບການປະຕິບັດໜ້າທີ່ຂອງກອງເລຂາອາຊຽນ ແລະ ວຽກງານອາຊຽນ. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ຮັບຮອງເອົາບົດລາຍງານຂອງຜູ້ບໍລິຫານມູນລະນິທິອາຊຽນ, ບົດລາຍງານຂອງຄະນະກຳມະການຜູ້ຕ່າງໜ້າຖາວອນປະຈຳອາຊຽນ, ບົດລາຍງານຂອງໜ່ວຍງານສະເພາະກິດວ່າດ້ວຍຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ແລະ ບົດລາຍງານຂອງຄະນະກຳມະການປະສານງານການເຊື່ອມຈອດອາຊຽນ ແລະ ອື່ນ.

ໃນກອງປະຊຸມດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຊຸກຍູ້ບັນດາຂະແໜງການຂອງອາຊຽນ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນຂະບວນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ກໍ່ຄືບັນດາແຜນແມ່ບົດສຳລັບ 3 ເສົາຄໍ້າປະຊາຄົມອາຊຽນ, ແຜນວຽກຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນສະບັບທີ 3 ແລະ ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025 ໃຫ້ມີປະສິດທິພາບ.

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຍັງຈະສືບຕໍ່ຕິດຕາມ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 30 ແລະ ກອງປະຊຸມພົບປະກັບໜ່ວຍງານຕ່າງໆທີ່ຈະຂັດຂຶ້ນໃນວັນທີ 29 ເມສາ 2017 ທີ່ນະຄອນຫຼວງມະນິລາ ປະເທດຟິລິບປິນເຊັ່ນດ່ຽວກັນ.

No comments

Powered by Blogger.