ລັດຖະມົນຕີຕ່າງປະເທດ "ອາຊຽນ" ຖະແຫຼງການຕໍ່ບັນຫາແຫຼມເກົາຫຼີ - ອິດສະຫຼະ

ລັດຖະມົນຕີຕ່າງປະເທດ "ອາຊຽນ" ຖະແຫຼງການຕໍ່ບັນຫາແຫຼມເກົາຫຼີ


ພາບ: ສະຫະລັດອາເມຣິກາ ແລະ ເກົາຫຼີໃຕ້ຮ່ວມຊ້ອມຮົບ

ສຳນັກຂ່າວຕ່າງປະເທດລາຍງານ 29 ເມສາ 2017 ວ່າ: ໃນທີ່ປະຊຸມລັດຖະມົນຕີຕ່າງປະເທດຂອງ 10 ປະເທດສະມາຊິກສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ອອກຖະແຫຼງການຮ່ວມກັນເມື່ອວັນສຸກທີ່ຜ່ານມາ ມີວາລະສຳຄັນລະບຸວ່າ: ສະຖານະການຢູ່ແຫຼມເກົາຫຼີທີ່ຂາດສະຖຽນລະພາບນັ້ນ "ສົ່ງຜົນກະທົບຮ້າຍແຮງໄປທົ່ວທຸກພູມມິພາກ" ອາຊຽນຂໍຮຽກຮ້ອງໃຫ້ເກົາຫຼີເໜືອ ແລະ ຄູ່ກໍລະນີທຸກປະເທດ "ສະແດງບົດບາດດ້ວຍຄວາມອົດທົນອົດກັ້ນເພື່ອຫຼຸດຜ່ອນບັນຍາກາດທີ່ເຄັ່ງຕຶງ ແລະ ຫຼີກລ້ຽງຈາກການສະແດງພຶດຕິກຳທີ່ອາດຈະເປັນການກະຕຸ້ນໃຫ້ສະຖານະການຮຸນແຮງຂຶ້ນຕື່ມ"

ພາບ: ທີ່ປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນ ທີ່ປະເທດຟິລິບປິນ


No comments

Powered by Blogger.