ອາຊຽນ ປັບຖະແຫຼງການກ່ຽວກັບທະເລຈີນໃຕ້ ໃຫ້ມີທ່າທີເຂັ້ມແຂງຂຶ້ນ - ອິດສະຫຼະ

ອາຊຽນ ປັບຖະແຫຼງການກ່ຽວກັບທະເລຈີນໃຕ້ ໃຫ້ມີທ່າທີເຂັ້ມແຂງຂຶ້ນ



ສຳນັກຂ່າວຕ່າງປະເທດລາຍງານ 29 ເມສາ 2017 ວ່າ: ໃນທີ່ປະຊຸມສຸດຍອດອາຊຽນ ຄັ້ງທີ 30 ທີ່ນະຄອນຫຼວງມະນິລາ ປະເທດຟິລິບປິນ ສະມາຊິກອາຊຽນໄດ້ມີການປັບປ່ຽນເນື້ອໃນບາງສ່ວນໃນຖະແຫຼງການຮ່ວມກ່ຽວກັບສະຖານະການໃນທະເລຈີນໃຕ້ ໂດຍໃຫ້ມີການເພີ່ມຖ້ອຍຄຳສະແດງເຖິງ "ຄວາມໜ້າເປັນຫ່ວງ" ກ່ຽວສະຖານະການທາງການທະຫານ ແລະ ການຂະຫຍາຍອານາເຂດໃນທະເລຈີນໃຕ້ຂອງຈີນ ດ້ວຍວິທີການຖົມທະເລເພື່ອສ້າງເກາະທຽມ ເຊິ່ງມີລາຍງານວ່າສະມາຊິກອາຊຽນ 4 ປະເທດບໍ່ເຫັນດີ ຫາກຈະບໍ່ມີປັບເນື້ອໃນໃຫ້ມີຄວາມເຂັ້ມແຂງຂຶ້ນຕໍ່ບັນຫາດັ່ງກ່າວ.

ການປັບປ່ຽນທ່າທີຂອງອາຊຽນໃນບັນຫາທະເລຈີນໃຕ້ໃຫ້ມີຄວາມເຂັ້ມແຂງຂຶ້ນຍິ່ງເພີ່ມແຮງກົດດັນໃຫ້ແກ່ທ່ານ ໂຣດຼິໂກ ດູເຕີເຕ ປະທານປະເທດຟິລິບປິນ ເຊິ່ງເຮັດໜ້າທີ່ເປັນປະທານອາຊຽນ ແລະ ເຈົ້າພາບຈັດກອງປະຊຸມໃນຄັ້ງນີ້ ໂດຍມີລາຍງານວ່າ ຕະຫຼອດອາທິດທີ່ຜ່ານມາກ່ອນເລີ່ມຈັດກອງປະຊຸມ ຈີນພະຍາຍາມວິ້ງເຕັ້ນຢ່າງໜັກຜ່ານສະຖານເອກອັກຄະລັດຖະທູດໃນນະຄອນຫຼວງມະນິລາ ເພື່ອຫວັງໃຫ້ຖະແຫຼງການຂອງອາຊຽນຫຼີກລ້ຽງການໃຊ້ຖ້ອຍຄຳລັກສະນະດັ່ງກ່າວອີກຄັ້ງ ແລະ ຕ້ອງການຢາກໃຫ້ຄືກັບໃນຖະແຫຼງການທີ່ມີການຖະແຫຼງຢູ່ ສປປ.ລາວ ໃນປີທີ່ຜ່ານມາ ເຊິ່ງເຮັດໃຫ້ອາຊຽນຕ້ອງໄດ້ຮັບສຽງວິພາກວິຈານຢ່າງໜັກຈາກຫຼາຍຝ່າຍທັງໃນ ແລະ ນອກພູມມິພາກວ່າ ເປັນອົງກອນທີ່ຢູ່ພາຍໃຕ້ອິດທິພົນຂອງຈີນ ຂະນະທີ່ຜູ້ນຳຟິລິບປິນເຄີຍກ່າວວ່າ "ບໍ່ມີປະໂຫຍດຫຍັງ" ທີ່ອາຊຽນຈະໄປຕໍ່ກອນກັບລັດຖະບານຈີນໃນເລື່ອງທະເລຈີນໃຕ້.

ປັດຈຸບັນສະມາຊິກອາຊຽນ 4 ໃນ 40 ປະເທດໄດ້ແກ່: ມາເລເຊຍ, ຫວຽດນາມ, ບຣູໄນ ແລະ ຟິລິບປິນ ເປັນຄູ່ກໍລະນີຂັດແຍ່ງໂດຍກົງກັບຈີນໃນເລື່ອງການຍາດແຍ່ງເກາະໃນທະເລຈີນໃຕ້ ສ່ວນອິນໂດເນເຊຍເປັນປະເທດອ້າຍໃຫຍ່ຂອງອາຊຽນ ໃນຖານະມີຂະໜາດເສດຖະກິດ ແລະ ພົນລະເມືອງທີ່ຫຼາຍທີ່ສຸດ ພະຍາຍາມວາງຕົວເປັນກາງໃນເລື່ອງນີ້ມາຕະຫຼອດ ແຕ່ລັດຖະບານອິນໂດເນເຊຍກໍ່ຍັງມີຂໍ້ພິພາດຊ້ຳເຮື້ອກັບຈີນກ່ຽວກັບການປະກາດເຂດເສດຖະກິດພິເສດທີ່ທັບຊ້ອນກັບບໍລິເວນໝູ່ເກາະນາທູນາ ເຊິ່ງຕັ້ງຢູ່ໃນທະເລຈີນໃຕ້ເຊັ່ນກັນ.

No comments

Powered by Blogger.