HIMARS ລະບົບປ້ອງກັນໄພທາງອາກາດຂອງສະຫະລັດອາເມຣິກາ ນີ້ຄືລາຍລະອຽດຂອງມັນ - ອິດສະຫຼະ

HIMARS ລະບົບປ້ອງກັນໄພທາງອາກາດຂອງສະຫະລັດອາເມຣິກາ ນີ້ຄືລາຍລະອຽດຂອງມັນ



HIMARS ຄືລະບົບຈະຫຼວດຫຼາຍລຳກ້ອງທີ່ຜະລິດໂດຍບໍລິສັດ Lockheed Martin ໂດຍເລີ່ມພັດທະນາມາຕັ້ງແຕ່ປີ 1998 ເຂົ້າປະຈຳການໃນກອງທັບສະຫະລັດອາເມຣິກາ ໃນປີ 2005 ຈຸດເດັ່ນຂອງ HIMARS ນັ້ນຄືເປັນລະບົບຈະຫຼວດຫຼາຍລຳກ້ອງທີ່ປະຕິບັດພາລະກິດ້ວຍຄວາມຄ່ອງຕົວເພາະໃຊ້ຜູ້ຄວບຄຸມພຽງແຕ່ 3 ຄົນກໍ່ສາມາດປະຕິບັດພາລະກິດໄດ້.

HIMARS ປະກອບໄປດ້ວຍເຈົ້າໜ້າທີ່ 3 ຄົນໃນການເບິ່ງແຍ່ງລົດຕິດຕັ້ງຖານຍິງ M270 6 ລຳກ້ອງສາມາດບັນຈຸຂີປະນາວຸດແບບນຳວິຖີ ແລະ ບໍ່ນຳວິຖີ ຂະໜາດ 227 ມມ ເລືອກຍິງໄດ້ຕັ້ງແຕ່ເທື່ອລະລູກ ຫຼື ປ່ອຍບາດດຽວ 6 ລູກ, ລົດຫຸ້ມເກາະເບົາທົນທານຕໍ່ລູກປືນກົນຄວາມໄວສູງສຸດ 85 ກມ/ຊມ ໄລຍະປະຕິບັດການ 480 ກມ.


HIMARS ມີໄລຍະການຍິງຕັ້ງແຕ່ 40-90 ກມ. ແລ້ວແຕ່ຂີປະນາວຸດທີ່ໃຊ້ ໂດຍພາລະກິດສ່ວນໃຫຍ່ຈະເປັນການໂຈມຕີແບບປູພົມເປົ້າໝາຍປະເທດອາຄານ, ກຸ່ມຍານພາຫະນະ ເຊິ່ງຄວາມຮຸນແຮງຂອງຂີປະນາວຸດທີ່ໃຊ້ຕໍ່ 1 ຊຸດສາມາດສ້າງຄວາມເສຍຫາຍໄດ້ເປັນລັດສະໝີເຖິງ 300 ແມັດ ປັດຈຸບັນ HIMARS ມີບົດບາດໃນການໃຊ້ຕອບໂຕ້ກຸ່ມ ISIS.

No comments

Powered by Blogger.