ຊ່ວງເວລາທີ່ເໝາະແກ່ການເປີດເສິກສົງຄາມທີ່ສຸດ ຂອງຄູ່ຮັກ - ອິດສະຫຼະ

ຊ່ວງເວລາທີ່ເໝາະແກ່ການເປີດເສິກສົງຄາມທີ່ສຸດ ຂອງຄູ່ຮັກ



ທ່ານຊາຍຫຼາຍໆຄົນເຄີຍສົງໄສບໍ່ວ່າ ເວລາໃດເໝາະທີ່ຈະຮ່ວມອອກຮົບກັບຄູ່ຮັກທີ່ສຸດ ມື້ນີ້ພວກເຮົາມີເລີກມີຍາມທີ່ດີມາແບ່ງປັນ...!

05:00 - 06:00 ເປັນເລີກງາມຍາມດີ ເພາະວ່າຮ່າງກາຍໄດ້ຜະລິດຮໍໂມນໄວ້ລ່ວງໜ້າເຖິງ 2 ຊົ່ວໂມງແລ້ວ ເຖິງຈະບໍ່ມີຄວາມຕ້ອງການ ແຕ່ອາວຸດປະຈຳກາຍທ່ານຊາຍກໍ່ຕັ້ງສາກພ້ອມທີ່ຈະຍິງໄດ້ທຸກເມື່ອຢ່າງໜ້າອັດສະຈັນໃຈ (ເລື່ອງນີ້ຕ້ອງຖາມໃຈໂຕເອງເບິ່ງ) ແລະ ຍັງເປັນຊ່ວງເວລາທີ່ຮໍໂມນເທສເຕີໂຣນ ຖືກຜະລິດຫຼາຍຂຶ້ນເຖິງ 20% ສະນັ້ນ, ທ່ານຊາຍຈຶ່ງຂ້ອນຂ້າງທີ່ຈະມີຄວາມພ້ອມສູງໃນການເປີດເສິກສົງຄາມໃນເວລານີ້.

13:00 ເປັນຍາມຜີຕົກປ່າ ອາຫານຕົກທ້ອງ ເວລານີ້ບໍ່ຄ່ອຍດີປານໃດ ເພາະຮ່າງກາຍກຳລັງສຸມທຸກກຳລັງໃສ່ກັບການຍ່ອຍອາຫານ ຈຶ່ງບໍ່ເໝາະທີ່ຈະອອກຮົບອອກຕີເປັນຢ່າງຍິງ.

15:00 ຖືວ່າເປັນຍາມດີທຽບເທົ່າກັບຕອນເຊົ້າ ເພາະຮ່າງກາຍໄດ້ຫຼັ່ງຮໍໂມນເອນດໍຟິນ ຈຶ່ງເປັນຊ່ວງທີ່ມີຄວາມຫຶກເຫີມເປັນພິເສດ ແຕ່ຖ້າເປັນມື້ພັກມື້ຜ່ອນກໍ່ເປັນການດີ ຖ້າຫາກເປັນມື້ວຽກມື້ງານກໍ່ຂໍໃຫ້ລະມັດລະວັງ ແລະ ຕັ້ງສະຕີຢ່າໄດ້ອອກນອກທາງຢ່າງເດັດຂາດ.

17:00 ເປັນເວລາທີ່ຮ່າງກາຍຂອງທ່ານຊາຍຜະລິດອາວຸດ (ສະເປີມ) ອອກມາຫຼາຍທີ່ສຸດ ຈຶ່ງເປັນຊ່ວງທີ່ຜູ້ຊາຍມີປະລິມານອາວຸດໃນຄັ້ງເປັນຈຳນວນຫຼາຍ ຈຶ່ງພ້ອມທີ່ຈະຕໍ່ສູ່ເພື່ອປົດປ່ອຍຂະຫຍາຍອານາເຂດ ແລະ ເຜົ່າພັນ ເພາະສະນັ້ນ, ຄູ່ຮ່ວມຮົບໃດຢາກມີອະນຸສອນໄວ້ເປັນພະຍານຮັກ ເວລານີ້ເປັນເວລາທີ່ດີທີ່ສຸດແລ.

21:00 ເປັນຊ່ວງເວລາທີ່ຮ່າງກາຍຈະຜະລິດຮໍໂມນເມລາໂທນິນ ອອກມາຫຼາຍ ຈຶ່ງເໝາະແກ່ການລັ່ນກອງອອກຮົບ ດ້ວຍຈັ່ງຫວະເລີ່ມຕົ້ນ ແລະ ບັນຍາກາດແບບເບົາໆ ຂັບກ່ອມກັນດ້ວຍອາລົມທີ່ອ່ອນຫວານ ແລ້ວຈຶ່ງລັ່ນກອງເພີ່ມສຽງເພີ່ມກຳລັງດ້ວຍຈັ່ງຫວະທີ່ຮ້ອນແຮງ ແລະ ຫຶກເຫີມເພື່ອກ້າວສູ່ໄຊຊະນະ.


No comments

Powered by Blogger.