ມາຮູ້ຈັກ Pukguksong ຂີປະນາວຸດຂອງ "ເກົາຫຼີເໜືອ" ທີ່ປະເທດຄູ່ກໍລະນີຕ່າງກໍ່ຢ້ານກົວ - ອິດສະຫຼະ

ມາຮູ້ຈັກ Pukguksong ຂີປະນາວຸດຂອງ "ເກົາຫຼີເໜືອ" ທີ່ປະເທດຄູ່ກໍລະນີຕ່າງກໍ່ຢ້ານກົວ



Pukguksong (ປຸກກຸກຊອງ) ເຊິ່ງມີຄວາມໝາຍວ່າ "ດາວເໜືອ" ເປັນຂີປະນາວຸດຊະນິດ SLBM (Submarine-Lauched Ballistic Misslie) ນັ້ນຄືກໍ່ ຂີປະນາວຸດທີ່ສາມາດຕິດຕັ້ງໃນເຮືອດຳນໍ້າ ທີ່ຖືກພັດທະນາໂດຍກອງທັບເກົາຫຼີເໜືອໃນປີ 2015 ແລະ ເຂົ້າປະຈຳການໃນກອງທັບເກົາຫຼີເໜືອໃນປີ 2016 ສາມາດຕິດຕັ້ງຫົວຮົບຊະນິດຕ່າງໆໄດ້ລວມທັງຫົວຮົບນິວເຄຼຍ.

Pukguksong-1 ໃຊ້ເຊື້ອໄຟແຫຼວໃນການຂັບເຄື່ອນ ມີລັດສະໝີໂຈມຕີກວ່າ 1,000 ກມ ໂດຍມີການຄາດວ່າມັນສາມາດເຄື່ອນທີ່ໄດ້ດ້ວຍຄວາມໄວບໍ່ຕ່ຳກວ່າ 3,675 ກມ/ຊມ ແລະ ດ້ວຍຄວາມທີ່ມັນສາມາດໃຊ້ເຮືອດຳນ້ຳເປັນຖານຍິງໄດ້ ຖ້າມີການໃຊ້ຈິງນັ້ນພິໄສ ຫຼື ໄລຍະການຍິງບໍ່ສຳຄັນຫາກລັກລອບເຂົ້າໃກ້ເຂດເປົ້າໝາຍໄດ້.


ຂີປະນາວຸດ Pukkuksong ຍັງຖືກພັດທະນາອອກມາອີກໜຶ່ງລຸ້ນນັ້ນກໍ່ຄື Pukguksong-2 ເປັນຂີປະນາວຸດພິໄພກາງຊະນິດ IRBM (Intermediate-Range Ballistic Missile) ນັ້ນກໍ່ຄືຂີປະນາວຸດທີ່ປ່ອຍຈາກຖານ ເຊິ່ງກໍ່ສາມາດທີ່ຈະບັນທຸກຫົວຮົບນິວເຄຼຍໄດ້ເຊັ່ນກັນ ແລະ ມີພິໄສການຍິງກວ່າ 2,000 ກມ.



No comments

Powered by Blogger.