ທ່ານນາຍົກ ສັ່ງໃຫ້ລວມສູນ ຊັບສິນທີ່ສານຕັດສິນຮິບເປັນຂອງລັດ ເພື່ອຮັບປະກັນຄວາມໂປ່ງໃສ - ອິດສະຫຼະ

ທ່ານນາຍົກ ສັ່ງໃຫ້ລວມສູນ ຊັບສິນທີ່ສານຕັດສິນຮິບເປັນຂອງລັດ ເພື່ອຮັບປະກັນຄວາມໂປ່ງໃສ



ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງເລກທີ 07/ນຍ ລົງວັນທີ 5 ເມສາ 2017 ວ່າດ້ວຍການຂຶ້ນບັນຊີເຕົ້າໂຮມຊັບສິນທີ່ສານຕັດສິນຮິບເປັນຂອງລັດ ເພື່ອເພີ່ມທະວີການກວດກາ ການຈັດຕັ້ງປະຕິບັດກົດໝາຍ, ລະບຽບການໃຫ້ມີຄວາມສັກສິດ ແນ່ໃສ່ໃນການຄຸ້ມຄອງງຊັບສິນປະເພດເງິນ, ຄຳ, ວັດຖຸມີຄ່າອື່ນໆ ລວມທັງພາຫະນະ ແລະ ອຸປະກອນຕ່າງໆທີ່ສານຕັດສິນຮິບເປັນຂອງລັດໃຫ້ມາຂຶ້ນທະບຽນ, ຂຶ້ນບັນຊີຄຸ້ມຄອງລວມສູນ, ແບ່ງປັນນຳໃຊ້ ແລະ ຂາຍຊັບສິນດັ່ງກ່າວ ເພື່ອເອົາເງິນເຂົ້າງົບປະມານຂອງລັດ.

ໂດຍທ່ານ ນາຍົກລັດຖະມົນຕີໄດ້ອອກຄຳສັ່ງດັ່ງນີ້:
1. ໃຫ້ອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານສົ່ງບັນຊີ ແລະ ຂໍ້ມູນທັງໝົດກ່ຽວກັບຊັບສິນທີ່ຖືກຮິບເປັນຂອງລັດທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ຂະແໜງການເງິນ ເພື່ອຂຶ້ນບັນຊີ ແລະ ຈົດທະບຽນເປັນຊັບສິນຂອງລັດໂດຍປະກອບແບບຟອມຕາມຂະແໜງການເງິນ.

2. ການແບ່ງປັນການນຳໃຊ້ ລະ ການຂາຍອອກຊັບສິນທີ່ຮິບມາເປັນຂອງລັດ ແມ່ນໃຫ້ປະຕິບັດດັ່ງນີ້:
- ຊັບສິນທີ່ບໍ່ມີສ່ວນພົບພັນຢາເສບຕິດ ເມື່ອຂຶ້ນທະບຽນ ແລະ ຈົດເຂົ້າໃນບັນຊີຊັບສິນຂອງລັດຢ່າງຖືກຕ້ອງແລ້ວແມ່ນມອບໃຫ້ຂະແໜງການເງິນ ແຕ່ລະຂັ້ນຳສະເໜີລາຍງານຂຶ້ນເທິງຂອງຕົນ ເພື່ອຕົກລົງແບ່ງປັນການນຳໃຊ້ ຫຼື ຂາຍຊັບສິນຂອງລັດ ເພື່ອມອບເງິນເຂົ້າງົບປະມານ;

- ມອບໃຫ້ອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານລາຍງານ ແລະ ສະໜອງຂໍ້ມູນໃຫ້ຂະແໜງການເງິນພາຍໃນ 7 ວັນ ນັບແຕ່ມື້ບັນທຶກການຈັດຕັ້ງປະຕິບັດຄຳຕັດສິນຂອງສານ;

- ຊັບສິນທຸກປະເທດລວມທັງເງິນທີ່ພົບພັນກັບຢາເສບຕິດ ເມື່ອຂຶ້ນທະບຽນ ແລະ ຂຶ້ນບັນຊີຊັບສິນຂອງລັດຖືກຕ້ອງແລ້ວ ໃຫ້ຂະແໜງການເງິນນຳສະເໜີລາຍງານຂັ້ນເທິງພິຈາລະນາແບ່ງປັນການຄຸ້ມຄອງ, ນຳໃຊ້ ແລະ ຂາຍອອກ. ເງິນທີ່ໄດ້ຈາກການປະມູນຂາຍຊັບສິນດັ່ງກ່າວ ແມ່ນໃຫ້ມອບເຂົ້າກອງທຶນຄວບຄຸມສະກັດກັ້ນ ແລະ ຕ້ານຢາເສບຕິດ 70% ສ່ວນ 30% ແມ່ນມອບເຂົ້າງົບປະມານຂອງລັດ ຕາມ (ມາດຕາ 50) ຂອງກົດໝາຍວ່າດ້ວຍຢາເສບຕິດ ແລະ (ມາດຕາ 6) ຂອງກອງທຶບຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ. ການຈັດຕັ້ງປະຕິບັດກອງທຶນ ແມ່ນໃຫ້ປະຕິບັດຕາມ (ມາດຕາ 17) ຂອງດຳລັດວ່າດ້ວຍກອງທຶນ ແລະ ກົດໝາຍວ່າດ້ວຍງົບປະມານແຫ່ງລັດ ຢ່າງເຂັ້ມງວດ ເພື່ອຫຼີກລ້ຽງການຈ່າຍນອກແຜນ ແລະ ຈ່າຍເກີນແຜນງົບປະມານ ໂດຍໃຫ້ມີການປະສານສົມທົບກັບຂະແໜງການເງິນ ໃນການຂຶ້ນແຜນລາຍຮັບ-ລາຍຈ່າຍຂອງກອງທຶນ ແລະ ໃຫ້ສາມາດຈົດຮັບ-ຈົດຈ່າຍ ຜ່ານລະບົບງົບປະມານປະຈຳປີ ຢ່າງຖືກຕ້ອງຕາມລະບຽບກົດໝາຍ. ໃຫ້ບັນດາອົງການທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຕ້ອງເປັນເຈົ້າການ ແລະ ໃຫ້ການຮ່ວມມືໃນການສະໜອງຂໍ້ມູນ ເນື້ອໃນສຳນວນຄະດີ, ຄຳຕັດສິນ ຫຼື ຄຳພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ຂະແໜງການເງິນຢ່າງຄົບຖ້ວນ ແລະ ທັນເວລາ;

3. ໃຫ້ຂະແໜງການເງິນແຕ່ລະຂັ້ນ ຂຶ້ນບັນຊີ ແລະ ຈົດທະບຽນຊັບສິນທຸກປະເພດຊັບສິນ ທີ່ຖືກຮິບເປັນຂອງລັດເປັນຕົ້ນອະສັງຫາລິມະຊັບ, ສັງຫາລິມະຊັບ, ເງິນ, ທຶນ, ອຸປະກອບ ແລະ ວັດຖຸມີຄ່າ ທີ່ບໍ່ພົວພັນກັບຄະດີຢາເສບຕິດ ພ້ອມທັງລາຍງານໃຫ້ອຳນາດການປົກຄອງທ້ອງຖິ່ນ ແລະ ລັດຖະບານ ເພື່ອພິຈາລະນາແບ່ງປັນການນຳໃຊ້ ຫຼື ຂາຍຊັບສິນຂອງລັດຕາມຄວາມເໝາະສົມ ເພື່ອມອບເງິນເຂົ້າງົບປະມານຢ່າງລວມສູນ;
- ຖ້າຊັບສິນທີ່ຮິບເປັນເງິນສົດ ແມ່ນໃຫ້ມອບເຂົ້າງົບປະມານໂດຍກົງ ໂດຍຜ່ານການສັ່ງມອບຂອງຂະແໜງການເງິນ (ກົມຄຸ້ມຄອງຊັບສິນຂອງລັດ, ຫ້ອງການຄຸ້ມຄອງຊັບສິນຂອງລັດ ປະຈຳນະຄອນຫຼວງ, ແຂວງ ແລະ ໜ່ວຍງານຄຸ້ມຄອງຊັບສິນຂອງລັດ ປະຈຳເມືອງ);

- ຊັບສິນປະເພດທີ່ດິນ, ສິ່ງກໍ່ສ້າງ ໃຫ້ຂຶ້ນທະບຽນກ່ອນ ແລ້ວຈຶ່ງນຳສະເໜີລາຍງານຂັ້ນເທິງ ພິຈາລະນາກ່ຽວກັບການໃຫ້ເຊົ່າ, ໃຫ້ສຳປະທານ ເພື່ອເກັບລາຍຮັບເຂົ້າງົບປະມານ ຫຼື ນຳໃຊ້ເຂົ້າໃນວຽກລວມຂອງລັດ. ຊັບສິນໃນປະເພດນີ້ບໍ່ອະນຸຍາດໃຫ້ມອບສິດນຳໃຊ້ໃຫ້ແກ່ບຸກຄົນເດັດຂາດ, ຖ້າບໍ່ໄດ້ຮັບການເຫດດີຈາກລັດຖະບານຕາມ (ມາດຕາ 14 ວັກ 3) ຂອງກົດໝາຍວ່າດ້ວຍຊັບສິນຂອງລັດ (ສະບັບປັບປຸງ) ເລກທີ 14/ສພຊ, ລົງວັນທີ 05 ກໍລະກົດ 2012;

- ປະເພດພາຫະນະ, ກົດຈັກ, ວັດຖຸອຸປະກອນ ທີ່ສາມາດນຳໃຊ້ໄດ້ ໃຫ້ຄົ້ນຄວ້າພິຈາລະນາແບ່ງໃຫ້ຂະແໜງການທີ່ຂາດເຂີນ ແລະ ມີຄວາມຈຳເປັນກ່ອນ ແຕ່ໃຫ້ຕັດງົບປະມານຮ່ວງຊື້ໃໝ່ຂອງຂະແໜງການນັ້ນລົງ;

- ປະເພດວັດຖຸອຸປະກອນ ທີ່ຕິດພັນກັບການຮັບໃຊ້ວຽກງານວິຊາສະເພາະໂດຍກົງ ເປັນຕົ້ນເຄື່ອງມືທາງການແພດ, ອາວຸດເສິກ ແລະ ສານເຄມີ ເຊິ່ງບໍ່ສາມາດແບ່ງປັນໃຫ້ຂະແໜງການອື່ນນຳໃຊ້ໄດ້ ແມ່ນຕ້ອງມອບໃຫ້ຂະແໜງການກ່ຽວຂ້ອງຄຸ້ມຄອງ ແລະ ນຳໃຊ້ຕໍ່ໄປ;

- ປະເພດວັດຖຸມີຄ່າ ໃຫ້ຈັດຕັ້ງດຳເນີນການຕີລາຄາມູນຄ່າຊັບສິນດັ່ງກ່າວ ແລ້ວເປີດການປະມູນຂາຍ ເພື່ອມອບເງິນເຂົ້າງົບປະມານທັງໝົດ;

4. ການສົ່ງຂໍ້ມູນ ແລະ ການແບ່ງປັນການນຳໃຊ້ ແລະ ຂາຍອອກຊັບສິນ ທີ່ຮິບມາເປັນຂອງລັດ ແມ່ນໃຫ້ປະຕິບັດດັ່ງນີ້:
- ພາຍຫຼັງສານປະຊາຊົນໄດ້ຕັດສິນໃນແຕ່ລະຄັ້ງ ແລະ ໃຊ້ໄດ້ຢ່າງເດັດຂາດແລ້ວ ຕ້ອງສົ່ງເອກະສານບັນຊີ ທີ່ຕົກລົງຮິບເປັນຂອງລັດ ໃຫ້ຂະແໜງການເງິນຢ່າງຄົບຖ້ວນ ແລະ ທັນເວລາ ເພື່ອສັງລວມລາຍງານ ແລະ ນຳສະເໜີຂັ້ນເທິງພິຈາລະນາ ໃນການແບ່ງປັນນຳໃຊ້ ຫຼື ປະມູນຂາຍເພື່ອມອບເຂົ້າງົບປະມານ;

ການສົ່ງຂໍ້ມູນບັນຊີຊັບສິນຢູ່ຂັ້ນສູນກາງ ແມ່ນສົ່ງໃຫ້ຂະຊວງການເງິນ (ກົມຄຸ້ມຄອງຊັບສິນຂອງລັດ) ຢູ່ທ້ອງຖິ່ນ ແມ່ນສົ່ງໃຫ້ພະແນກການເງິນປະຈຳແຂວງ, ນະຄອນຫຼວງ (ຫ້ອງການຄຸ້ມຄອງຊັບສິນຂອງລັດ) ຢູ່ຂັ້ນເມືອງ ແມ່ນສົ່ງໃຫ້ຫ້ອງການການເງິນປະຈຳເມືອງ (ໜ່ວຍງານຄຸ້ມຄອງຊັບສິນຂອງລັດ) ເປັນຜູ້ສັງລວມ;

- ກໍລະນີຂະແໜງປ້ອງກັນຄວາມສະຫງົບ ໄດ້ທຳການດຳເນີນຄະດີສຳເລັດ ແລະ ມີບົດບັນທຶກການຮິບຊັບແລ້ວ ຕ້ອງສົ່ງຂໍ້ມູນທັງໝົດ ພ້ອມດ້ວຍບັນຊີຊັບສິນ ທີ່ຖືກດຳເນີນຄະດີແລ້ວນັ້ນ ໃຫ້ຂະແໜງການເງິນ ເພື່ອສັງລວມ ແລະ ສະເໜີໄປຍັງອົງການໄອຍະການ ສັ່ງຟ້ອງສານຕັດສິນ;

5. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຫາກໄດ້ຍັກຍອກເອົາຄ່າປັບໃໝ ແລະ ຊັບສິນທີ່ສານຮິບເປັນຂອງລັດໄປຄຸ້ມຄອງ ແລະ ນຳໃຊ້ ໂດຍບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ ຕາມທີ່ໄດ້ລະບຸໄວ້ຢູ່ໃນຂໍ້ທີ 4 ຂອງຄຳສັ່ງສະບັບນີ້ຈະໄດ້ເກັບຄືນ;
- ຖ້າຫາກຊັບສິນດັ່ງກ່າວ ຫາກມີການໃຊ້ເຂົ້າໃນການກະທຳຜິດ ຫຼື ໄດ້ຮັບຄວາມເສຍຫາຍ ຜູ້ກ່ຽວຕ້ອງໄດ້ຮັບຜິດຊອບສ້ອມແປງ, ໃຊ້ແທນຄ່າເສຍຫາຍຄືນໃຫ້ລັດ ຫຼື ປັບໃໝ ແລະ ລົງໂທດຕາມລະບຽບກົດໝາຍ;

6. ໃຫ້ທຸກພາກສ່ວນ, ຂະແໜງການ ແລະ ອົງການຈັດຕັ້ງອື່ນໆ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ ຢ່າງເຂັ້ມງວດ;

7. ຄຳສັ່ງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.



No comments

Powered by Blogger.