ດ່ວນ...! ເຮືອບິນ F-18 ຂອງສະຫະລັດຕົກໃນທະເລ ໃກ້ກັບປະເທດຟິລິບປິນ - ອິດສະຫຼະ

ດ່ວນ...! ເຮືອບິນ F-18 ຂອງສະຫະລັດຕົກໃນທະເລ ໃກ້ກັບປະເທດຟິລິບປິນ



ສຳນັກຂ່າວຕ່າງປະເທດລາຍງານ 22 ເມສາ 2017 ວ່າ: ກອງເຮືອທີ 7 ຂອງສະຫະລັດລາຍງານເມື່ອວັນສຸກທີ່ຜ່ານມາ (21 ເມສາ) ວ່າເກີດເຫດເຮືອບິນຮົບຂັບໄລ່ໂຈມຕີ F-18 ປະສົບເຫດຂັດຂ້ອງບາງຢ່າງ ຂະນະພະຍາຍາມລົງຈອດເທິງເຮືອບັນທຸກເຮືອບິນ USS Carl Vinson ເຊິ່ງລອຍລຳຢູ່ບໍລິເວນທະເລເຊເລເບສ ນອກຊາຍຝັ່ງທາງຕາເວັນຕົກສຽງໃຕ້ຂອງປະເທດຟິລິບປິນ ສົ່ງຜົນໃຫ້ນັກບິນຕ້ອງສະຫຼະເຮືອບິນດ້ວຍການດີດຕົວເອງອອກມາກ່ອນໄດ້ຮັບຄວາມຊ່ວຍເຫຼອຈາກເຮລິຄັອບແຕກູ້ໄພຢ່າງປອດໄພ.

ເຊິ່ງລາຍງານຂອງກອງເຮືອທີ 7 ບໍ່ໄດ້ລະບຸຢ່າງຊັດເຈນວ່າສາເຫດການຂັດຂ້ອງຂອງເຮືອບິນເກີດຈາກຫຍັງ? ແຕ່ໄດ້ເປີດເຜີຍວ່າເຫດການເກີດຂຶ້ນລະຫ່າງ "ການລາດຕະເວັນຕາມປົກກະຕິ" ຂອງກອງເຮືອ USS Carl Vinson ເຊິ່ງຖືເປັນເຮືອແມ່ທັງຂອງກອງເຮືອພິຂາດ "Armada" ທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດໄດ້ອອກຄຳສັ່ງໃຫ້ເດີນທາງຈາກສິງກະໂປໄປສູ່ແຫຼມເກົາຫຼີຕັ້ງແຕ່ຕົ້ນເດືອນນີ້.


No comments

Powered by Blogger.