ທ່າເຮືອກຳປັ່ນ "ລາວ" ໃນດິນແດນຫວຽດນາມ - ອິດສະຫຼະ

ທ່າເຮືອກຳປັ່ນ "ລາວ" ໃນດິນແດນຫວຽດນາມ



ບົນຈິດໃຈແຫ່ງຄວາມສາມັກຄີມິດຕະພາບແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງສອງພັກສອງລັດ ແລະ ປະຊາຊົນລາວ-ຫວຽດນາມ ໂດຍປະຕິບັດຕາມຂໍ້ຕົກລົງລະຫວ່າງລັດຖະບານລາວ ແລະ ລັດຖະບານຫວຽດນາມກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ທ່າເຮືອຫວຸ່ງອ່າງ ແຂວງຮ່າຕິ່ງ ສສ.ຫວຽດນາມ ທີ່ນະຄອນໂຮຈີມິນ ໃນວັນທີ 20 ກໍລະກົດ 2001 ແລະ ໄດ້ມີຄວາມພະຍາຍາມສູງພ້ອມກັນຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງຂໍ້ຕົກລົງດັ່ງກ່າວໃຫ້ປະກົດຜົນເປັນຈິງ.

ມາຮອດວັນທີ 16 ເມສາ 2010 ໄດ້ມີການລົງນາມສັນຍາຮ່ວມທຸລະກິດວ່າດ້ວຍການສ້າງຕັ້ງບໍລິສັດຮຸ້ນສ່ວນທ່າເຮືອຫວຸ່ງອ່າງ ຫວຽດ-ລາວ ໂດຍຜ່ານການເຄື່ອນໄຫວດຳເນີນທຸລະກິດແຕ່ມື້ສ້າງຕັ້ງເປັນຕົ້ນມາຕາມຕົວເລກສະຖິຕິເຫັນວ່າມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍໃນປີ 2013 ມີສິນຄ້າຜ່ານທ່າເຮືອດັ່ງກ່າວເຖິງ 198,966 ໂຕນ ສ້າງລາຍຮັບໄດ້ 20,754 ລ້ານດົງ.

ສິນຄ້າຜ່ານທ່າເຮືອຫວຸ່ງອ່າງນັບມື້ນັບເພີ່ມຂຶ້ນ ມັນໄດ້ເປີດໂອກາດໃຫ້ປະເທດຈາກລາວປະເທດບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນທາງຜ່ານເພື່ອໄປຫາທ່າເຮືອດັ່ງກ່າວ ເຊິ່ງຖືໄດ້ວ່າເປັນຈຸດໜຶ່ງທີ່ເປັນທາງອອກສູ່ທະເລທີ່ມີຄວາມສຳຄັນຂອງລາວ ເຮັດໃຫ້ສາມາດເຊື່ອມຕໍ່ກັບສາກົນໄດ້ດີຂຶ້ນ.

ມາເຖິງປີ 2015 ທ່າເຮືອຫວຸ່ງອ່າງມີ 2 ທ່າທຽບເຮືອທີ່ໃຫ້ການບໍລິການ ເຊິ່ງມັນບໍ່ສາມາດຕອບສະໜອງໄດ້ຢ່າງພຽງພໍກັບຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບເພີ່ມຂຶ້ນຢ່າງກ້າວກະໂດດຂອງສິນຄ້ານຳເຂົ້າ-ສົ່ງອອກຜ່ານແດນຂອງລາວ.


ດັ່ງນັ້ນ, ມາຮອດວັນທີ 22 ກັນຍາ 2015 ຈຶ່ງໄດ້ມີການສ້າງທ່າທຽບເຮືອທີ 3 ຂອງທ່າເຮືອຫວຸ່ງອ່າງ ຫວຽດນາມ-ລາວຂຶ້ນຕື່ມ ໂດຍມີມູນຄ່າການກໍ່ສ້າງສູງເຖິງ 45.4 ພັນລ້ານໂດລາສະຫະລັດ ມີເນື້ອທີ່ 4.39 ເຮັດຕາ ເພື່ອອຳນວຍຄວາມສະດວກໃນການບໍລິການໃຫ້ແກ່ສິນຄ້າຜ່ານແດນຂອງລາວ ໃຫ້ຜ່ານທ່າເຮືອໄດ້ສະດວກ ແລະ ວ່ອງໄວຂຶ່ນ ນອກນີ້ຍັງຊ່ວຍຫຼຸດຜ່ອນຄວາມແອອັດຂອງສິນຄ້າທີ່ຜ່ານທ່າເຮືອຫວຸ່ງອ່າງອີກດ້ວຍ.

No comments

Powered by Blogger.