ໂຄສົກລັດຖະບານຖະແຫຼ່ງ ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ເມສາ 2017 - ອິດສະຫຼະ

ໂຄສົກລັດຖະບານຖະແຫຼ່ງ ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ເມສາ 2017



- ບັນດາສື່ມວນຊົນ ທີ່ຮັກແພງທັງຫຼາຍ !
- ບັນດາທ່ານຜູ້ຊົມ ແລະ ຜູ້ຟັງ ທົ່ວປະເທດ ທີ່ນັບຖື ແລະ ຮັກແພງທັງຫຼາຍ !
ມື້ນີ້, ຂ້າພະເຈົ້າຂໍຖະແຫຼງຂ່າວ ກ່ຽວກັບກອງປະຊຸມລັດຖະບານສະໄໝ ປະຈໍາເດືອນ ເມສາ 2017 ຕໍ່ສື່ມວນຊົນ ດັ່ງນີ້:

I. ກ່ຽວກັບກອງປະຊຸມສະໄໝສາມັນຂອງລັດຖະບານ.
ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ເມສາ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 20 ແລະ ປິດລົງໃນວັນທີ 21 ເມສາ 2017 ຢູ່ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມລັດຖະບານສະໄໝສາມັນໃນຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນ ເພາະວ່າເປັນກອງປະຊຸມທີ່ ຄະນະລັດຖະບານ ຊຸດທີ 8 ໄດ້ຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ພໍດີຄົບຮອບ 365 ວັນ ຫຼື 1 ປີເຕັມພໍດີ ໃນການບໍລິຫານວຽກງານ ພາຍຫຼັງທີ່ກອງປະຊຸມຄັ້ງປະຖົມມະລຶກສະພາແຫ່ງຊາດ ຊຸດທີ 8 ໄດ້ຮັບຮອງເອົາກົງຈັກ ແລະ ຄະນະລັດຖະບານ.

ຕະຫຼອດໄລຍະໜຶ່ງປີຜ່ານມາ ກອງປະຊຸມໄດ້ຕີລາຄາວ່າ: ບັນດາສະມາຊິກລັດຖະບານຊຸດນີ້ ໄດ້ພ້ອມກັນສຸມໃສ່ປະຕິບັດໜ້າທີ່ຂອງຕົນ ຢ່າງເອົາຈິງເອົາຈັງ, ດ້ວຍຄວາມຮັບຜິດຊອບ, ມີຄວາມສາມັກຄີເປັນປຶກແຜ່ນ ແລະ ມີຄວາມເປັນເອກະພາບສູງ ນັບແຕ່ຂັ້ນສູນກາງຈົນຮອດທ້ອງຖິ່ນ ແລະ ເປັນປີແຫ່ງການປ່ຽນແປງໃໝ່ ກ້າວໄປສູ່ການແກ້ໄຂບັນຫາໃຫ້ດີຂຶ້ນເທື່ອລະກ້າວ, ເຊິ່ງເຮັດໃຫ້ພະນັກ ງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ມີຄວາມເຊື່ອໝັ້ນ ແລະ ໃຫ້ການສະໜັບສະໜູນ ຕໍ່ການບໍລິຫານວຽກງານຂອງລັດຖະບານ.

ເຖິງຢ່າງໃດກໍ່ຕາມ ການປະຕິບັດວຽກງານຂອງລັດຖະບານໃນ 1 ປີທີ່ຜ່ານມານັ້ນ ຍັງເຕັມໄປດ້ວຍສິ່ງທ້າທາຍທົດສອບ, ຜ່ານຜ່າຄວາມຫຍຸ້ງຍາກ ທັງພາຍໃນ ແລະ ພາຍນອກ ແລະ ເປັນປີເລັ່ງທວງທົ່ວພັກ, ທົ່ວປວງຊົນລາວທັງຊາດ ເພື່ອສ້າງເງື່ອນໄຂ ໃຫ້ແກ່ການກ້າວໄປສູ່ ຊຸມປີຕໍ່ໜ້າ ກໍ່ຄື ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຂອງລັດຖະບານ ໃຫ້ປະກົດຜົນເປັນຈິງ.

ສໍາລັບກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ເມສາ 2017 ນີ້ ບັນດາສະມາຊິກລັດຖະບານ ໄດ້ພ້ອມກັນສຸມໃສ່ ປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດຊອບສູງ ຕໍ່ກັບບັນດາເອກະສານສໍາຄັນ ດັ່ງນີ້:

1. ບັນດາເອກະສານທີ່ຈະນໍາສະເໜີຜ່ານ ກອງປະຊຸມສະພາແຫ່ງຊາດສະໄໝສາມັນ ເທື່ອທີ 3 ສະໄໝທີ VIII, ເປັນຕົ້ນແມ່ນ:
- ບົດລາຍງານຫຍໍ້ຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບສະພາບພົ້ນເດັ່ນໃນການບໍລິຫານປະເທດ ໃນໄລຍະ 6 ເດືອນທີ່ຜ່ານມາ ແລະ ໜ້າທີ່ວຽກງານຈຸດສຸມໃນ 6 ເດືອນທ້າຍປີ 2017 ຂອງລັດຖະບານ.

- ບົດລາຍງານການສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ໝົດປີ 2016, ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ງວດ 1 ປີ 2017 ແລະ ທິດທາງໜ້າທີ່ 6 ເດືອນທ້າຍປີ 2017.

- ບົດສະຫຼຸບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ 3 ເດືອນຂ້າມຜ່ານ ທ້າຍປີ 2016 (ເດືອນ 10-12/2016), ສະພາບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ງວດ 1 ແລະ ຄາດຄະເນທິດທາງແຜນການໃນ 6 ເດືອນທ້າຍປີ 2017;

- ບົດລາຍງານວຽກງານຄຸ້ມຄອງ, ຕິດຕາມລາຄາສິນຄ້າ ແລະ ມາດຕະການແກ້ໄຂຈໍານວນໜຶ່ງ ຕໍ່ກັບລາຄາສິນຄ້າແພງ ທີ່ສົ່ງຜົນກະທົບຕໍ່ການຜະລິດ ແລະ ການດໍາລົງຊີວິດຂອງປະຊາຊົນ;

2. ຮ່າງວິໄສທັດຮອດປີ 2030 ແລະ ຍຸດທະສາດພັດທະນາ ວຽກງານການເງິນ ຮອດປີ 2025;

3. ບົດລາຍງານກ່ຽວກັບ ໂຄງການພັດທະນາທ່າເຮືອຫວຸ່ງອ່າງ;

4. ບົດລາຍງານກ່ຽວກັບ ການຈັດສັນຄວາມເປັນລະບຽບຂອງສັງຄົມ.
 
- ສໍາລັບບັນດາເອກະສານ ທີ່ຈະນໍາສະເໜີຜ່ານກອງປະຊຸມສະພາແຫ່ງຊາດ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VIII ນັ້ນ, ກອງປະຊຸມໄດ້ມີຄໍາເຫັນຊີ້ນໍາ ໃຫ້ພາກສ່ວນກ່ຽວຂ້ອງ ສືບຕໍ່ປັບປຸງຕາມການປະກອບຄໍາຄິດຄໍາເຫັນ ຂອງສະມາຊິກລັດຖະບານ ເຮັດແນວໃດໃຫ້ເອກະສານເຫຼົ່ານັ້ນ ມີເນື້ອໃນເລິກເຊິ່ງ, ໜັກແໜ້ນ, ຖືກກັບຄວາມເປັນຈິງ ເພື່ອເຮັດໃຫ້ບົດລາຍງານ ຕໍ່ກອງປະຊຸມສະພາແຫ່ງຊາດ ມີຄຸນນະພາບ ແລະ ປະສິດທິຜົນສູງຂຶ້ນ.

- ຮ່າງວິໄສທັດຮອດປີ 2030 ແລະ ຍຸດທະສາດພັດທະນາວຽກງານການເງິນ ຮອດປີ 2025, ກອງປະຊຸມ ໄດ້ຮັບຮອງເອົາໃນດ້ານຫຼັກການ ແລະ ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາເອົາໄປປັບປຸງຕື່ມ ຕາມການປະກອບຄໍາຄິດຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ໃຫ້ປັບປຸງເນື້ອໃນໃຫ້ຈະແຈ້ງ, ກະທັດຮັດເຂົ້າໃຈງ່າຍ. ພ້ອມດຽວກັນນັ້ນ, ກໍ່ໃຫ້ເບິ່ງຄືນກ່ຽວກັບ ຊື່ ໃຫ້ເໝາະສົມກວ່າເກົ່າ ສິ່ງສໍາຄັນເມື່ອປະກາດໃຊ້ແລ້ວ ແມ່ນໃຫ້ສາມາດປະຕິບັດໄດ້.

- ບົດລາຍງານກ່ຽວກັບ ໂຄງການພັດທະນາທ່າເຮືອຫວຸ່ງອ່າງ. ໂຄງການນີ້ເປັນໂຄງການທີ່ສໍາຄັນ ໃນການຮ່ວມມື ລາວ-ຫວຽດນາມ, ກອງປະຊຸມ ຈິ່ງໄດ້ຕົກລົງຮັບຮອງ ທິດທາງພັດທະນາ ທ່າເຮືອດັ່ງກ່າວ, ເຫັນດີໃຫ້ສ້າງຕັ້ງບໍລິສັດຮ່ວມພັດທະນາ ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ຄົ້ນຄວ້າ ແລະ ປັບປຸງແຜນພັດທະນາ ທ່າເຮືອຫວຸງອາງ ຕາມການປະກອບ ຄໍາຄິດຄໍາເຫັນ ຂອງສະມາຊິກລັດຖະບານ.

- ບົດລາຍງານກ່ຽວກັບ ການຈັດສັນຄວາມເປັນລະບຽບຂອງສັງຄົມ. ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ຕື່ມ ຕາມການປະກອບຄໍາຄິດຄໍາເຫັນຂອງສະມາຊິກລັດຖະບານ. ເປັນຕົ້ນ ທຸກກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ຕໍ່ບັນນີ້, ພ້ອມກັນນີ້ ຕ້ອງປຸກລະດົມທົ່ວປວງຊົນ ເຂົ້າຮ່ວມຈັດສັນຄວາມເປັນລະບຽບຂອງສັງຄົມ ໃຫ້ມີຄວາມສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍ, ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມໃຫ້ຫຼຸດລົງເປັນກ້າວໆ.

II. ກ່ຽວກັບວຽກງານຈຸດສຸມ ໃນເດືອນ ພຶດສະພາ 2017.
ເພື່ອຮັບປະກັນ ການປະຕິບັດພາລະບົດບາດຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ແລະ ພັດທະນາ ຕາມທິດທາງແຜນການທີ່ວາງໄວ້, ລັດຖະບານຈະສຸມໃສ່ວຽກງານສໍາຄັນຈໍານວນໜຶ່ງ ດັ່ງນີ້:

1. ສືບຕໍ່ເອົາໃຈໃສ່ ວຽກງານຮັກສາຄວາມສະຫງົບ, ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ພ້ອມທັງກະກຽມຄວາມພ້ອມ ເພື່ອປ້ອງກັນ, ແກ້ໄຂ ແລະ ສ້າງຄວາມຮັບປະກັນໃຫ້ແກ່ ການຈັດຕັ້ງປະຕິບັດບັນດາແຜນການ ແລະ ໂຄງການພັດທະນາທີ່ສໍາຄັນ ໃນນັ້ນກໍລວມເຖິງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ບັນດາໂຄງການພັດທະນາຊົນນະບົດ ແລະ ໂຄງການລົງທຶນຕ່າງໆ ໃຫ້ສໍາເລັດຕາມແຜນການທີ່ວາງໄວ້.

2. ສືບຕໍ່ຕິດຕາມຢ່າງໃກ້ຊິດ ສະພາບການພາກພື້ນ ແລະ ສາກົນ ໂດຍສະເພາະ ບັນຫາແຫຼມເກົາຫຼີ, ຄວາມຂັດແຍງຢູ່ຊີລີ, ຕາເວັນອອກກາງ, ເອີລົບ ແລະ ອື່ນໆ ໂດຍມີການວິເຄາະວິໃຈຢ່າງລະອຽດ, ເລີກເຊິ່ງຕໍ່ຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບ ເພື່ອມີການແລກປ່ຽນທັດສະນະ ກັບປະເທດເພື່ອນມິດ ກະກຽມທັດສະ ນະ ແລະ ມີມາດຕະການທີ່ເໝາະສົມ ເພື່ອຮັບມື.

3. ໃຫ້ປັບປຸງບັນດາເອກະສານ ລວມທັງ ຮ່າງກົດໝາຍຕ່າງໆທີ່ຈະນໍາສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ຊຶ່ງຈະດໍາເນີນໃນລະຫວ່າງວັນທີ 25 ເມສາ ຫາ 18 ພຶດສະພາ 2017 ນີ້. ພ້ອມນີ້ກໍໃຫ້ກະກຽມຕອບຄໍາຊັກຖາມຂອງບັນດາສະມາຊິກສະພາໃຫ້ສົມເຫດສົມຜົນ ແລະ ຖຶກກັບຄວາມຈິງ.

4. ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ໃນການປັບປຸງກົນໄກ, ການເກັບກໍາຂໍ້ມູນຖານລາຍຮັບ ໃຫ້ສໍາເລັດໂດຍໄວ ແລະ ໃຫ້ລາຍງານຜົນການລົງເກັບກໍາດັ່ງກ່າວ ໃຫ້ລັດຖະບານຮັບຊາບ ແລະ ມີທິດຊີ້ນໍາ. ເອົາໃຈໃສ່ການເບີກຈ່າຍເງິນເດືອນ ໂດຍສະເພາະແມ່ນ ບັນດາເມືອງທີ່ຢູ່ເຂດຫ່າງໄກສອກຫຼີກ ໃຫ້ເປັນປົກກະຕິ ແລະ ທັນການ.

5. ສືບຕໍ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃນນັ້ນລວມເຖິງການແກ້ໄຂບັນຫາການດຳເນີນທຸລະກິດ ດ້ານການເງິນ ທີ່ບໍ່ສອດຄ່ອງຕາມກົດໝາຍ ແລະ ລະບຽບການຂອງບໍລິສັດ ຈໍານວນໜຶ່ງ ເພື່ອປົກປ້ອງຜົນປະໂຫຍດຂອງປະຊາຊົນ ແລະ ບໍ່ໃຫ້ປະຊາຊົນຕົກເຂົ້າໃນການຫຼອກລວງ.

6. ສືບຕໍ່ປັບປຸງກົນໄກປະຕູດຽວໃຫ້ໂລ່ງລຽນ, ໂປງໃສ ແລະ ສາມາດຊຸກຍູ້ການລົງທຶນ ແລະ ການດໍາເນີນທຸລະກິດໃຫ້ຄ່ອງຕົວ ເພື່ອດຶງເມັດເງິນເຂົ້າສູ່ລະບົບ ແລະ ກະຕຸກຊຸກຍູ້ເສດຖະກິດໃຫ້ຂະ ຫຍາຍຕົວ.

7. ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບຂອງເງິນຕາ ໃຫ້ມີຄວາມໝັ້ນທ່ຽງ, ເໜັງຕີງຢູ່ໃນລະດັບທີ່ໄດ້ກໍານົດໄວ້, ຄຸ້ມຄອງການເຄື່ອນໄຫວ ຂອງທະນາຄານທຸລະກິດ ແລະ ເພີ່ມທະວີການຕິດຕາມ-ກວດກາສິນເຊື່ອ ຂອງບັນດາສະຖາບັນການເງິນ ທີ່ດໍາເນີນທຸລະກິດບໍ່ສອດຄ່ອງກັບກົດໝາຍ, ຄົ້ນຄວ້າອັດຕາດອກເບ້ຍເງິນກູ້ ເພື່ອສົ່ງເສີມຊຸກຍູ້ການຜະລິດ, ການລົງທຶນ ແລະ ກະຕຸ້ນເສດຖະກິດໃຫ້ຂະຫຍາຍ ຕົວ.

8. ສືບຕໍ່ຕິດຕາມການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ, ລົງກວດກາຢ່າງໃກ້ຊິດ ຕິດແທດຕົວຈິງ, ແຈ້ງລາຄາສິນຄ້າໃຫ້ປະຊາຊົນຮັບຊາບ ເພື່ອບໍ່ໃຫ້ພໍ່ຄ້າຊາວຂາຍ ສວຍໂອກາດຂຶ້ນລາຄາສິນຄ້າ ຕາມລຳພັງໃຈ. ຖ້າກໍລະນີມີການລະເມີດ ແມ່ນໃຫ້ມີວິທີການແກ້ໄຂທີ່ເໝາະສົມ, ຊຸກຍູ້ໃຫ້ມີການຈັດຕະຫຼາດນັດ ສົ່ງເສີມສິນຄ້າໂອດ໋ອບ ໃຫ້ມີຄວາມຫຼາກຫຼາຍ ແລະ ເຮັດເປັນປົກກະຕິຕໍ່ເນື່ອງ ລວມທັງການສົ່ງເສີມ ການຜະລິດເປັນສິນຄ້າ ແລະ ຄໍ້າປະກັນສະບຽງອາຫານແຫ່ງຊາດ ເພື່ອກ້າວໄປສູ່ຄວາມສາມາດກຸ້ມຕົນເອງ.

9. ສືບຕໍ່ປະຕິບັດຄໍາສັ່ງ ສະບັບເລກທີ 15/ນຍ ແລະ ການປະມູນຂາຍຂາຍໄມ້ ໃຫ້ແລ້ວໄວ ເພື່ອບໍ່ໃຫ້ມີການສູນເສຍຊັບພະຍາກອນ ໂດຍບໍ່ມີປະໂຫຍດ. ພ້ອມນີ້ກໍ່ສືບຕໍ່ຄຸ້ມຄອງ ແລະ ກວດກາການນຳເຂົ້ານ້ໍາມັນເຊື້ອໄຟ, ການນຳເຂົ້າສິນຄ້າອື່ນໆ ແລະ ການດຳເນີນກິດຈະການການພະນັນ ຫຼື ຕູ້ເກມ ທີ່ຜິດກົດໝາຍ ແລະ ລະບຽບການ.

10. ສືບຕໍ່ຕິດຕາມສະພາບດິນຟ້າອາກາດ ເພື່ອແຈ້ງເຕືອນປະຊາຊົນ ຮັບຊາບຢ່າງກວ້າງຂວາງທົ່ວເຖິງ ໃຫ້ມີສະຕິລະມັດລະວັງຕົວ ແລະ ປ້ອງກັນ ພ້ອມທັງ ກຽມຄວາມພ້ອມຮັບມື ກັບເຫດການທີ່ອາດຈະເກີດຂຶ້ນ ເປັນຕົ້ນອັກຄີໄພ ແລະ ການຊ່ວຍເຫຼືອຕໍ່ປະຊາຊົນ ທີ່ຖືກເຄາະຮ້າຍຢ່າງທັນການ ພ້ອມທັງ ລາຍງານສະພາບການພົ້ນເດັ່ນເປັນປະຈໍາ ໃຫ້ລັດຖະບານຊາບ ແລະ ໃຫ້ທິດຊີ້ນໍາ.

11. ສືບຕໍ່ສົ່ງເສີມ ແລະ ຊຸກຍູ້ການປູກຝັງ ແລະ ລ້ຽງສັດຂອງພໍ່ແມ່ປະຊາຊົນ ໂດຍສະເພາະ ການປູກເຂົ້ານາແຊງ, ການປູກພືດເປັນສິນຄ້າ, ການລ້ຽງສັດໃຫຍ່, ສັດນ້ອຍ ແບບເປັນຟາມ ໃຫ້ເປັນຂະບວນຟົດຟື້ນ ສືບຕໍ່ສົ່ງພະນັກງານເຕັກນິກວິຊາການ ລົງໄປແນະນໍາຊາວກະສິກອນຢູ່ທ້ອງຖິ່ນ ໃຫ້ຮູ້ປູກຮູ້ລ້ຽງຖືກວິທີ ເພື່ອສາມາດຮັບປະກັນໄດ້ຜົນຜະລິດ ແລະ ອາຫານໃຫ້ສັງຄົມຢ່າງເປັນປົກກະຕິ ແລະ ມີສ່ວນເຫຼືອ ເພື່ອແຮໄວ້ ແລະ ສົ່ງຂາຍອອກຕ່າງປະເທດ.

12. ສືບຕໍ່ກະກຽມຮອບດ້ານ ໃຫ້ແກ່ການເຄື່ອນໄຫວວຽກງານການຕ່າງປະເທດຂອງການນຳ ພັກ-ລັດ ເປັນຕົ້ນແມ່ນການຕ້ອນຮັບ ນາຍົກລັດຖະມົນຕີ ສສ ຫວຽດນາມ ທີ່ຈະເດີນທາງມາຢ້ຽມຢາມ ລາວ, ການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 30 ທີ່ມະນີລາ ປະເທດຟີລິບປິນ, ກະກຽມການຢ້ຽມຢາມຢ່າງເປັນທາງການປະເທດສິງກະ ໂປ, ມາເລເຊຍ ຂອງທ່ານນາຍົກລັດຖະມົນຕີ, ການເຂົ້າຮ່ວມກອງປະຊຸມປຶກສາຫາລືເສດຖະກິດໂລກ ທີ່ພະນົມເປັນ ປະເທດກໍາປູເຈຍ, ການເຂົ້າຮ່ວມກອງປະຊຸມສາກົນ 1 ເສັ້ນ 1 ແລວທາງ ທີ່ ສປ ຈີນ ຂອງປະທານປະເທດ ໃນກາງເດືອນພຶດສະພານີ້ ແລະ ກອງປະຊຸມສໍາຄັນອື່ນໆ ຂອງນາຍົກລັດຖະມົນຕີ.

13. ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນພະຍາດລະບາດຕາມລະດູການ, ສານປົນເປື້ອນໃນອາຫານ, ວຽກງານບໍລິການປິ່ນປົວຄົນເຈັບທີ່ໄປໃຊ້ບໍລິການໃຫ້ດີ ແລະ ຖືສໍາຄັນວຽກງານແມ່ ແລະ ເດັກ.

14. ເອົາໃຈໃສ່ວຽກງານການຮຽນ-ການສອນ ແລະ ການສຶກສາອົບຮົມລູກຫຼານ, ຊຶ່ງຈະເປັນຜູ້ສືບທອດພາລະກິດຂອງຊາດໃຫ້ເປັນຄົນດີ, ມີວິໄນ ແລະ ບໍ່ໄປພົວພັນກັບສິ່ງເສບຕິດ, ໂດຍໃຫ້ຈັດກິດຈະກຳການຮຽນ-ການສອນໃຫ້ເປັນທີ່ໜ້າສົນໃຈຂອງເຂົາເຈົ້າ.

15. ບັນດາກະຊວງ, ອົງການທຽບເທົ່າ ແລະ ບັນດາແຂວງ ສືບຕໍ່ປະຕິບັດວຽກງານຈຸດສຸມຂອງຕົນ ໃຫ້ມີປະສິດທິຜົນ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດ ທິດທາງແຜນການທີ່ລັດຖະບານ ໄດ້ກໍານົດຢ່າງມີ ປະສິດທິຜົນ.

ທ້າຍນີ້, ຂໍຮຽກຮ້ອງມາຍັງພະນັກງານ, ສະມາຊິພັກ, ລັດຖະກອນ, ກໍາມະກອນ, ນັກຮຽນຮູ້ປັນຍາຊົນ, ປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆ, ຊາວຕ່າງດ້າວບໍ່ມີສັນຊາດ ທີ່ດຳລົງຊີວິດຢູ່ລາວ, ນັກທຸລະກິດ ພາກລັດ ແລະ ເອກະຊົນ ລວມທັງ ນັກທຸລະກິດຕ່າງປະເທດທີ່ມາລົງທຶນຢູ່ລາວ ຈົ່ງພ້ອມກັນເຊີດຊູນໍ້າໃຈເປັນເຈົ້າປະ ເທດຊາດ, ສາມັກຄີ ເປັນຈິດໜຶ່ງໃຈດຽວ, ເດັດດ່ຽວຜ່ານຜ່າອຸປະສັກຕ່າງໆ, ສູ້ຊົນເຂົ້າຮ່ວມຈັດຕັ້ງປະຕິບັດວຽກງານສໍາຄັນຕ່າງໆ ທີ່ລັດຖະບານວາງອອກ ໃຫ້ປະກົດຜົນເປັນຈິງ ເພື່ອຜົນປະໂຫຍດຂອງຊາດ, ຂອງປະຊາ ຊົນ ແລະ ຂອງພວກເຮົາໝົດທຸກຄົນ.

No comments

Powered by Blogger.