ລັດເຊຍຄັດຄ້ານການປະນາມເກົາຫຼີເໜືອຂອງ UN - ອິດສະຫຼະ

ລັດເຊຍຄັດຄ້ານການປະນາມເກົາຫຼີເໜືອຂອງ UN



ສຳນັກຂ່າວຕ່າງປະເທດລາຍງານ 20 ເມສາ 2017 ວ່າ: ລັດເຊຍບໍ່ເຫັນດີກັບຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ທີ່ໃຊ້ຖ້ອຍຄຳຮຸນແຮງໃນຖະແຫຼງການປະນາມການທົດສອບຂີປະນາວຸດຄັ້ງຫຼ້າສຸດຂອງເກົາຫຼີເໜືອ ເຖິງແມ່ນວ່າຈີນຈະໃຫ້ການສະໜັບສະໜູນຖະແຫຼງການສະບັບດັ່ງກ່າວກໍ່ຕາມ ເຊິ່ງເປັນຖະແຫຼງການທີ່ສະຫະລັດອາເມຣິກາເປັນຜູ້ສະເໜີ.

ຖະແຫຼງການໄດ້ຮຽກຮ້ອງໃຫ້ເກົາຫຼີເໜືອຢຸດຕິການທົດສອບອາວຸດນິວເຄຼຍ ແລະ ຂີປະນາວຸດ ເຊິ່ງບັນດາປະເທດສະມາຊິກຕ່າງກໍ່ສະແດງຄວາມເປັນຫ່ວງຢ່າງຍິ່ງກ່ຽວກັບພຶດຕິກຳທີ່ກໍ່ໃຫ້ເກີດຄວາມບໍ່ໝັ້ນຄົງຂອງເກົາຫຼີເໜືອ ແລະ ຂູ່ທີ່ຈະໃຊ້ມາດຕະການຈັດການກັບເກົາຫຼີເໜືອ.

ເຊິ່ງບັນດາຜູ້ແທນທາງການທູດຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຕ່າງກໍ່ພາກັນປະຫຼາດໃຈທີ່ ລັດເຊຍບໍ່ເຫັນດີນຳກັບການປະນາມເກົາຫຼີເໜືອ ທັງໆທີ່ຈີນເຊິ່ງເປັນພັນທະມິດຫຼັກຂອງເກົາຫຼີເໜືອ ຍັງໃຫ້ການສະໜັບສະໜູນ ໂດຍລັດເຊຍຕ້ອງການຄວາມຊັດເຈນ ແລະ ຕ້ອງການໃຫ້ໃຊ້ພາສາທີ່ເນັ້ນຢໍ້າການແກ້ໄຂບັນຫາດ້ວຍການເຈລະຈາຄືກັບຖະແຫຼງການໃນສະບັນກ່ອນໜ້ານີ້ ບໍ່ແມ່ນຂົ່ມຂູ່ຄືກັບສະບັບນີ້.

No comments

Powered by Blogger.