ອົງການອະນາໄມໂລກກ່າວວ່າ ເດັກນ້ອຍ ເປັນໂລກມະເຮັງເພີ່ມຂຶ້ນເຖິງ 13% ໃນໄລຍະ 20 ປີຜ່ານມາ - ອິດສະຫຼະ

ອົງການອະນາໄມໂລກກ່າວວ່າ ເດັກນ້ອຍ ເປັນໂລກມະເຮັງເພີ່ມຂຶ້ນເຖິງ 13% ໃນໄລຍະ 20 ປີຜ່ານມາ



ທີມນັກວິໄຈຈາກອົງການການວິໄຈໂລກມະເຮັງນານາຊາດ (International Agency for Research on Cancer) ທີ່ເມືອງລີຢົງ ປະເທດຝຣັ່ງ ຫຼື IARC ລາຍງານວ່າມີການກວດພົບມະເຮັງລາຍໃໝ່ໃນເດັກນ້ອຍເພີ່ມຂຶ້ນທົ່ວໂລກ.

ໂດຍມີການເກີດຂຶ້ນຂອງໂລກ 140 ຄົນຕໍ່ປະຊາການໜຶ່ງລ້ານຄົນ ໃນຊຸມປີ 2001-2010 ໃນເດັກຈົນເຖິງລະດັບອາຍຸ 14 ປີ ໂດຍເພີ່ມຂຶ້ນຈາກຕົວເລກໃນລາຍງານຂອງ IARG ກ່ອນໜ້ານີ້ ທີ່ກວດພົບມະເຮັງໃນເດັກໂດຍມີການເກີດຂຶ້ນຂອງໂລກ 124 ຄົນຕໍ່ປະຊາກອນໜຶ່ງລ້ານຄົນຕໍ່ປີ ຕະຫຼອດໄລຍະເວລາ 10 ປີຈາກປີ 1981-1990.

Eva Steliarova-Foucher ເຈົ້າໜ້າທີ່ປະຈຳໜ່ວຍງານເຝົ້າລະວັງມະເຮັງຂອງ IARC ເຊິ່ງເປັນສ່ວໜຶ່ງຂອງອົງການອະນາໄມໂລກ ກ່າວວ່າມະເຮັງຊະນິດທີ່ເກີດໃນຜູ້ໃຫຍ່ໄດ້ແກ່: ມະເຮັງເຕົ້ານົມ, ມະເຮັງລຳໄສ້ໃຫຍ່, ມະເຮັງຕ່ອມລູກໝາກ ມັກມີສາເຫດມາຈາກການປ່ຽນແປງທາງພັນທຸກຳ ຫຼື ກາຍກາຍພັນ.

ສ່ວນມະເຮັງທີ່ເກີດກັບເດັກນ້ອຍເກີດຈາກຄວາມຜິດປົກກະຕິຂອງພັນທຸກຳມາຕັ້ງແຕ່ເກີດ ເຮັດໃຫ້ເດັກນ້ອຍມັກເປັນມະເຮັງຫຼາຍຊະນິດກວ່າຜູ້ໃຫຍ່.

Eva Steliarova-Foucher ເຈົ້າໜ້າທີ່ IARC ກ່າວວ່າ ມະເຮັງເມັດເລືອດຂາວເປັນມະເຮັງທີ່ພົບໄດ້ຫຼາຍທີ່ສຸດໃນເດັກນ້ອຍ ແລະ ພົບໃນທຸກສ່ວນຂອງໂລກ ຕາມມາດ້ວຍມະເຮັງໃນລະບົບປະສາດສ່ວນກາງ ເຊິ່ງພົບຫຼາຍທີ່ສຸດໃນປະເທດພັດທະນາແລ້ວ ສ່ວນມະເຮັງຕ່ອມນ້ຳເຫຼືອງໃນເດັກພົບຫຼາຍທີ່ສຸດໃນປະເທດກຳລັງພັດທະນາ ຫຼື ປະເທດລາຍໄດ້ໜ້ອຍ.

ນັກວິໄຈກ່າວວ່າຂໍ້ມູນນີ້ຈັດເກັບຈາກໜ່ວຍງານດ້ານມະເຮັງ 153 ແຫ່ງໃນ 62 ປະເທດ ໂດຍຖືວ່າເທົ່າກັບ 10% ຂອງຈຳນວນປະຊາກອນເດັກນ້ອຍທົ່ວໂລກ.

Eva Steliarova-Foucher ເຈົ້າໜ້າທີ່ IARC ກ່າວວ່າເດັກນ້ອຍຈຳນວນຫຼາຍທີ່ປ່ວຍເປັນມະເຮັງອາດບໍ່ໄດ້ຮັບການກວດໂລກໃນປະເທດທີ່ຂາດແຄນອຸປະກອບ ແລະ ເຄື່ອງມືໃນການວິນິດໄສມະເຮັງ ແລະ ຂາດຄວາມຕື່ນຕົວ.

ເຖິງຢ່າງໃດກໍ່ຕາມເຈົ້າໜ້າທີ່ IARC ກ່າວຢໍ້າວ່າ ການຈັດເກັບຂໍ້ມູນກ່ຽວກັບການເກີດຂຶ້ນຂອງມະເຮັງມີຄວາມສຳຄັນ ເພາະຈຳເປັນຕ້ອງຮູ້ວ່າຈະມີເດັກນ້ອຍເປັນມະເຮັງຈຳນວນເທົ່າໃດໃນປີຕໍ່ໆໄປ ເພື່ອເບິ່ງວ່າຈະມີແຫຼ່ງຊັບພະຍາກອນທາງການແພດພຽງພໍ ຫຼື ບໍ່ໃນການເບິ່ງແຍງຮັກສາເດັກນ້ອຍທີ່ປ່ວຍ ຕະຫຼອດຈົນຂໍ້ມູນກ່ຽວກັບຄ່າໃຊ້ຈ່າຍໃນການປິ່ນປົວອີກດ້ວຍ.

Eva Steliarova-Foucher ກ່າວວ່າຂໍ້ມູນເຫຼົ່ານີ້ຈະມີປະໂຫຍດໃນການລະບຸພາລະທາງການເງິນທີ່ຈະເກີດຂຶ້ນ ແລະ ປີນີ້ເປັນຄັ້ງທຳອິດທີ່ອົງການການວິໄຈໂລກມະເຮັງນານາຊາດໄດ້ເກັບຂໍ້ມູນກ່ຽວກັບມະເຮັງໃນໄວໜຸ່ມທີ່ມີອາຍຸຕັ້ງແຕ່ 15-19 ປີ ແລະ ລະບຸວ່າມີການເກີດຂຶ້ນຂອງໂລກປະມານ 185 ຄົນຕໍ່ປະຊາກອນໜຶ່ງລ້ານຄົນ.

ໂລກມະເຮັງຕ່ອມນ້ຳເຫຼືອງ ກັບ ມະເຮັງຜິວໜັງເມລາໂນມາ ເປັນມະເຮັງຊະນິດທີ່ພົບໄດ້ຫຼາຍທີ່ສຸດໃນກຸ່ມໄວໜຸ່ມ.

Eva Steliarova-Foucher ກ່າວວ່າ ການຮູ້ເຖິງການເກີດຂຶ້ນຂອງມະເຮັງໃນເດັກ ເປັນປະໂຫຍດເພາະຊ່ວຍໃຫ້ນັກວິໄຈມະເຮັງສາມາດເລີ່ມສຶກສາປັດໄຈຕ່າງໆທີ່ກໍ່ໃຫ້ເກີດໂລກມະເຮັງໃນເດັກ ລວມທັງມົນລະຜິດທາງສິ່ງແວດລ້ອມ ແລະ ການຕິດເຊື້ອທີ່ອາດຈະຫຼີກລ້ຽງໄດ້.

No comments

Powered by Blogger.