ຕາບໃດທີ່ "ສະຫະລັດອາເມຣິກາ" ຍັງເປັນປໍລະປັກ ເກົາຫຼີເໜືອ ພ້ອມທົດລອງນິວເຄຼຍທຸກທີ່ທຸກເວລາຫາກຜູ້ນຳສັ່ງ - ອິດສະຫຼະ

ຕາບໃດທີ່ "ສະຫະລັດອາເມຣິກາ" ຍັງເປັນປໍລະປັກ ເກົາຫຼີເໜືອ ພ້ອມທົດລອງນິວເຄຼຍທຸກທີ່ທຸກເວລາຫາກຜູ້ນຳສັ່ງ



ສຳນັກຂ່າວ KCNA ຂອງທາງການເກົາຫຼີເໜືອລາຍງານ ໂດຍອ້າງຄຳກ່າວຂອງໂຄສົກກະຊວງການຕ່າງປະເທດໃນມື້ນີ້ (1 ພຶດສະພາ) ເກົາຫຼີເໜືອພ້ອມຕອບໂຕ້ທຸກທາງເລືອກຂອງສະຫະລັດອາເມຣິກາ ແລະ ຈະເດີນໜ້າເພີ່ມຂີດຄວາມສາມາດທາງດ້ານນິວເຄຼຍຕາບໃດທີ່ສະຫະລັດອາເມຣິກາຍັງບໍ່ຢຸດຕິນະໂຍບາຍເປັນປໍລະປັກກັບເກົາຫຼີເໜືອ, ມາດຕະການສົ່ງເສີມກອງກຳລັງນິວເຄຼຍໃຫ້ມີຄວາມສາມາດສູງສຸດຈະດຳເນີນໄປຢ່າງຕໍ່ເນື່ອງ ແລະ ທຸກທີ່ທຸກເວລາຕາມການຕັດສິນໃຈຂອງຜູ້ນຳສູງສຸດ ຄຳກ່າວຂອງໂຄສົກເກົາຫຼີເໜືອໃນຄັ້ງນີ້ມີທິດທາງສື່ເຖິງການທົດລອງນິວເຄຼຍຄັ້ງໃໝ່ເຊິ່ງຈະເປັນຄັ້ງທີ 6 ແລະ ເປັນຄັ້ງທີ່ສະຫະລັດອາເມຣິກາຂູ່ວ່າຈະຕອບໂຕ້ດ້ວຍກຳລັງທະຫານຫາກເກີດຂຶ້ນຈິງ.

ເກົາຫຼີເໜືອເຄີຍມີການທົດລອງນິວເຄຼຍມາແລ້ວ 5 ຄັ້ງໃນໄລຍະ 11 ປີຜ່ານມາ ແລະ ເຊື່ອວ່າກຳລັງມີຄວາມຄືບໜ້າໃນການພັດທະນາຂີປະນາວຸດຕິດຫົວຮົບນິວເຄຼຍ ທີ່ສາມາດຍິງໄດ້ໄກເຖິງແຜ່ນດິນສະຫະລັດອາເມຣິກາຕາມທີ່ຫວັງໄວ້.

No comments

Powered by Blogger.