3 ຂໍ້ຄິດໃນການເຮັດທຸລະກິດຈາກ ທ່ານ ແຈັກ ໝ່າ ຫາກຢາກມີຊີວິດທີ່ລຽບງ່າຍ ຈົ່ງຢ່າເປັນຜູ້ນຳ - ອິດສະຫຼະ

3 ຂໍ້ຄິດໃນການເຮັດທຸລະກິດຈາກ ທ່ານ ແຈັກ ໝ່າ ຫາກຢາກມີຊີວິດທີ່ລຽບງ່າຍ ຈົ່ງຢ່າເປັນຜູ້ນຳ




ຄວາມສຳເລັດຂອງ ທ່ານ ແຈັກ ໝ່າ ເປັນສິ່ງທີ່ໜ້າເຫຼືອເຊື່ອຫຼາຍ ຖ້າພິຈາລະນາຈາກຈຸດເລີ່ມຕົ້ນທີ່ບໍ່ມີຫຍັງເລີຍ ແລະ ຍັງຂາດທັງເງິນທຶນ, ຊັບພະຍາກອນ ແລະ ປັດໄຈອື່ນໆ, ລາວຕ້ອງພົບກັບອຸປະສັກຫຼາກຫຼາຍກວ່າຄົນອື່ນທີ່ເຄີຍພົບມາໃນຊີວິດ ລາວລົ້ມແລ້ວລົ້ມອີກຫຼາຍສິບຄັ້ງ ແຕ່ລາວກໍ່ສາມາດຜ່ານພົ້ນມາໄດ້ ແລະ ໄດ້ມາຢືນໃນຈຸດໆນີ້ ເຊິ່ງເປັນສິ່ງທີ່ໜ້າຊົມເຊີຍເປັນຢ່າງຍິ່ງ.

ເມື່ອບໍ່ດົນມານີ້ Alexa von Tobel ຜູ້ກໍ່ຕັ້ງ ແລະ CEO ຂອງບໍລິສັດ Learn Vest ໄດ້ຂຽນບົດຄວາມລົງເວັບໄຊທ໌ Inc ກ່ຽວກັບຄຳກ່າວທີ່ສຳຄັນ 3 ຂໍ້ຂອງ ທ່ານ ແຈັກ ໝ່າ:

1. ທ່ານຕ້ອງມີຄວາມຮັກ: ທ່ານ ແຈັກ ໝ່າ ກ່າວເຖິງ IQ ທັງ 3 ແບບທີ່ຜູ້ນຳຕ້ອງມີ ໂດຍປະກອບໄປດ້ວຍແບບທຳອິດຄື: IQ (Intelligence Quotient) ຫຼື ຄວາມສະຫຼາດທາງດ້ານສະຕິປັນຍາ, ສອງຄື EQ (Emotional Quotient) ຫຼື ຄວາມສະຫຼາດທາງດ້ານອາລົມ ເຊິ່ງສອງແບບນີ້ອາດຄຸ້ນເຄີຍກັນດີຢູ່ແລ້ວ ແຕ່ແບບສຸດທ້າຍນີ້ສຳຄັນຢ່າງຍິ່ງສຳລັບຜູ້ນຳກໍ່ຄື LQ (Love Quotient) ຫຼື ຄວາມສະຫຼາດທາງດ້ານຄວາມຮັກ ເພາະໃນເມື່ອທ່ານເປັນຜູ້ນຳແລ້ວ ທ່ານຈະຕ້ອງໃຫ້ຄວາມຮັກກັບລູກນ້ອງ ຫຼື ທີມງານຂອງທ່ານ ລວມໄປເຖິງຮັກໃນວຽກທີ່ທ່ານເຮັດຢູ່ນັ້ນອີກດ້ວຍ.

2. ການເປັນຜູ້ນຳບໍ່ແມ່ນເລື່ອງທີ່ຜູ້ໃດກໍ່ເປັນໄດ້: ທ່ານ ແຈັກ ໝ່າ ເປັນຜູ້ນຳຂອງພະນັກງານຫຼາຍໝື່ນຄົນ ຟັງເບິ່ງບໍ່ແມ່ນເລື່ອງ່າຍເລີຍໃນການບໍລິຫານ ລາວບອກວ່າ "ຖ້າທ່ານຢາກມີຊີວິດທີ່ລຽບງ່າຍ ທ່ານບໍ່ຄວນເປັນຜູ້ນຳ" ເພາະຄວາມກົດດັນນັ້ນເອງ ຖ້າຫາກວ່າມີສິ່ງທີ່ຜິດພາດເກີດຂຶ້ນ ກໍ່ຕ້ອງໄດ້ແກ້ໄຂໃຫ້ໄວທີ່ສຸດ ບໍ່ວ່າຈະເກີດຂຶ້ນໃນຊ່ວງເວລາທີ່ສຳຄັນປານໃດກໍ່ຕາມ ບັນຫາຕ້ອງຖືກແກ້ເປັນອັນດັບທຳອິດ.

3. ທ່ານຕ້ອງຊຸກດັນຜູ້ອື່ນ ແລະ ຄົນຮອບຂ້າງ: ເມື່ອເວົ້າເຖິງຄຳຄົມປະຈຳຕົວ ທ່ານ ແຈັກ ໝ່າແລ້ວຄົງໜີບໍ່ມົ້ນ "ມື້ນີ້ອາດບໍ່ດີ ມື້ອື່ນຍິ່ງບໍ່ດີກວ່າເກົ່າ ແຕ່ມື້ໜ້າມື້ຮື ຈະຕ້ອງເປັນມື້ທີ່ສວຍງານ" ນັ້ນກໍ່ໝາຍຄວາມວ່າ ເມື່ອທ່ານໄດ້ຮຽນຮູ້ຈາກຄວາມຜິດພາດຕ່າງໆແລ້ວ ທ່ານກໍ່ຈະເຕີບໃຫ້ເປັນຄົນທີ່ເຂັ້ມແຂງຫຼາຍຍິ່ງຂຶ້ນ ແລະ ເມື່ອທ່ານເປັນເຖິງຜູ້ນຳ ທ່ານຈຶ່ງຕ້ອງເປັນຄົນທີ່ຊຸກດັນໃຫ້ຜູ້ອື່ນກ່າວຂ້າມຜ່ານອຸປະສັກຕ່າງໆໄປພ້ອມໆກັບຕົວທ່ານໃຫ້ໄດ້.

No comments

Powered by Blogger.