ປອດໄພໄວ້ກ່ອນເປັນສິ່ງທີ່ດີ ບາງເຄື່ອງໃຊ້ໄຟຟ້າທີ່ຕ້ອງລະວັງເປັນພິເສດໃນລະດູຝົນ - ອິດສະຫຼະ

ປອດໄພໄວ້ກ່ອນເປັນສິ່ງທີ່ດີ ບາງເຄື່ອງໃຊ້ໄຟຟ້າທີ່ຕ້ອງລະວັງເປັນພິເສດໃນລະດູຝົນ



ລະດູຝົນນີ້ ຕ້ອງລະວັງການໃຊ້ເຄື່ອງໃຊ້ໄຟຟ້າໃຫ້ດີ ເພາະຫາກບໍ່ໄດ້ກວດກາສະພາບເຄື່ອງໃຊ້ໄຟຟ້າ ຫຼື ປ້ອງກັນໃຫ້ດີອາດເຮັດໃຫ້ເກີດໄຟຮົ່ວ ເຊິ່ງເຮົາບໍ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ ຫາກໄປສຳຜັດ ຫຼື ຖືກອາດເຮັດໃຫ້ໄຟຊັອດເສຍຊີວິດໄດ້.

ດັ່ງນັ້ນ, ຈຶ່ງຄວນຫຼີກລ້ຽງການໃຊ້ເຄື່ອງໃຊ້ໄຟຟ້າທຸກຊະນິດໃນຍາມທີ່ມີຟ້າເຫຼື້ອມຟ້າຮ້ອງ ເພາະຫາກຟ້າຜ່າລົງມາພາຍໃນເຮືອນ ຫຼື ອາຄານ ຈະເຮັດໃຫ້ເກີດກະແສໄຟຟ້າແລ່ນມາຕາມສາຍໄຟ, ສາຍໂທສະສັບ, ເສົາອາກາດ, ທໍ່ນ້ຳປະນາ ສົ່ງຜົນໃຫ້ເຄື່ອງໃຊ້ໄຟຟ້າ ໄດ້ຮັບຄວາມເສຍຫາຍ ແລະ ຜູ້ທີ່ກຳລັງໃຊ້ງານໄດ້ຮັບອັນຕະລາຍ ແລະ ນີ້ຄືເຄື່ອງໃຊ້ໄຟຟ້າທີ່ຕ້ອງລະວັງໃນການໃຊ້ໃນຍາມຟ້າຍາມຝົນແບບນີ້:

1. ໂທລະສັບຕັ້ງໂຕະ - ອິນເຕີເນັດ: ບໍ່ໃຊ້ໂທສະບັບຕັ້ງໂຕະ ຫຼື ຫຼິ້ນອິນເຕີເນັດ (ສາຍ) ໃນຂະນະທີ່ເກີດພາຮ້ອງຟ້າເຫຼື້ອມ ເພາະຟ້າອາດຈະຜ່າລົງມາທີ່ເສົາສັນຍານ ຫຼື ເສົາອາກາດທີ່ຢູ່ນອກເຮືອນ ແລະ ກະແສໄຟຈາກຟ້າຜ່າຈະແລ່ນມາຕາມສາຍໂທລະສັບເຮັດໃຫ້ໂທລະສັບໄດ້ຮັບຄວາມເສຍຫາຍ ລວມທັງສົ່ງຜົນເຮັດໃຫ້ຜູ້ໃຊ້ງານໄດ້ຮັບອັນຕະລາຍ.

2. ຄອມພິວເຕີ: ຫຼັງຈາກໃຊ້ແລ້ວ ຢ່າລືມຖອດປັກສຽບຄອມພິວເຕີ ເພາະຖ້າເກີດຟ້າຜ່າກະແສໄຟອາດແລ່ນມາຕາມສາຍໄຟ ເຊິ່ງຈະເຮັດໃຫ້ຄອມພິວເຕີເສຍຫາຍ

3. ວິທະຍຸ: ການຟັງວິທະຍຸມີຄວາມສ່ຽງຕໍ່ການຖືກຟ້າຜ່າ ເພາະຫາກເກີດຟ້າຜ່າໃນບໍລິເວນໃກ້ຄຽງ ກະແສໄຟຟ້າຈາກຟ້າຜ່າຈະເຮັດໃຫ້ເກີດແຮງດັນສູງເຄື່ອນຕົວໄປຕາມສາຍໄຟຟ້າພາຍໃນເຮືອນ.

4. ໂທລະພາບ: ຄວນຕິດຕັ້ງເສົາສັນຍານໃຫ້ແຂງແຮງ ແລະ ຫ່າງຈາກສາຍໄຟແຮງສູງ ກະໄລຍະຫ່າງຖ້າເສົາສັນຍານ ຫຼື ຈານດຽວທຽມ ລົ້ມ ຫຼື ຫັກຈະບໍ່ຖືກເສົາໄຟຟ້າແຮງສູງ ການເປີດໂທລະພາບໃນຊ່ວງທີ່ເກີດຟ້າເຫຼື້ອມຟ້າຮ້ອງມີຄວາມສ່ຽງສູງທີ່ຟ້າຈະຜ່າລົງມາທີ່ເສົາຮັບສັນຍານ ໂດຍສະເພາະເສົາຮັບສັນຍານແບບກ້າງປາ ແລະ ຕິດຕັ້ງໃນຕຳແໜ່ງທີ່ສູງກວ່າຫຼັງຄາ ຫາກເຮືອນ ຫຼື ອາຄານບໍ່ມີກັນຟ້າຜ່າ ກໍ່ຄວນຖອດສາຍອາກາດອອກຈາກໂທລະພາບທຸກຄັ້ງໃນຍາມຟ້າຮ້ອງ ແລະ ບໍ່ຄວນເປີດໂທລະພາບໃນຕອນຝົນຕົກ.

5. ເຄື່ອງເຮັດນ້ຳອຸ່ນ-ນ້ຳຮ້ອນ: ຕິດຕັ້ງຕໍ່ສາຍດິນໃຫ້ຮຽບຮ້ອຍ ແລະ ບໍ່ຄວນໃຊ້ເຄື່ອງເຮັດນ້ຳອຸ່ນ-ນ້ຳຮ້ອນ (ອາບ) ຫາກບໍ່ແນ່ໃຈວ່າໄດ້ຕໍ່ສາຍດິນ

6. ເຄື່ອງປັບອາກາດ: ໃນລະດູຝົນຄວນມີການກວດສອບສະພາບເຄື່ອງປັບອາກາດວ່າ ມີກະແສໄຟຟ້າຮົ່ວຫຼືບໍ່ ໂດຍສະເພາະໄຟຟ້າທີ່ຕໍ່ເຂົ້າກັບເຄື່ອງປັບອກາດ ແລະ ເຄື່ອງປັບອາກາດຕ້ອງບໍ່ຕິດຕັ້ງໃກ້ສານ ຫຼື ວັດຖຸໄວໄຟ.



No comments

Powered by Blogger.