ຜູ້ນຳເກົາຫຼີໃຕ້ກ່າວວ່າ ມີຄວາມສ່ຽງສູງທີ່ຈະປະທະທາງທະຫານກັບເກົາຫຼີເໜືອ - ອິດສະຫຼະ

ຜູ້ນຳເກົາຫຼີໃຕ້ກ່າວວ່າ ມີຄວາມສ່ຽງສູງທີ່ຈະປະທະທາງທະຫານກັບເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານ 18 ພຶດສະພາ 2017 ວ່າ: ທ່ານ ມູນ ແຈອິນ ປະທານປະເທດຄົນໃໝ່ຂອງເກົາຫຼີໃຕ້ ທີ່ເຂົ້າຮັບຕຳແໜ່ງເມື່ອອາທິດກ່ອນ ກ່າວເຕືອນລະຫວ່າງການໄປກວດກາ ແລະ ຢ້ຽມຢາມກະຊວງປ້ອງກັນປະເທດເກົາຫຼີໃຕ້ ຢູ່ນະຄອນຫຼວງໂຊວ່າ ໂຄງການນິວເຄຼຍ ແລະ ຂີປະນາວຸດຂອງເກົາຫຼີເໜືອກ້າວໜ້າຢ່າງໄວວາ ເຊິ່ງຫຼ້າສຸດເມື່ອວັນອາທິດທີ່ຜ່ານມາເກົາຫຼີເໜືອ ກໍ່ໄດ້ມີການທົດລອງຂີປະນາວຸດທີ່ມີໄລຍະການຍິງລະດັບໄກ.


ປ.ມູນ ກ່າວວ່າ ຈະບໍ່ຍອມທົນກັບການຍຸຍົງ ແລະ ຮຸກຮານດ້ວຍນິວເຄຼຍຂອງເກົາຫຼີເໜືອ ໂດຍເນັ້ນໜັກໃຫ້ກອງທັບເກົາຫຼີໃຕ້ປັບແນວຄິດໃນການປ້ອງກັນປະເທດໃຫ້ຮັດກຸມ ຂະນະນີ້ພວກເຮົາຕ້ອງຍອມຮັບຄວາມຈິງວ່າ ມີຄວາມເປັນໄປໄດ້ສູງທີ່ຈະເກີດການປະທະກັນທາງທະຫານບໍລິເວນຕາມແນວຊາຍແດນທາງທະເລທີ່ເປັນຂໍ້ຂັດແຍ່ງກັບເກົາຫຼີເໜືອ ໄປຈົນເຖິງແນວຊາຍແດນທາງບົກທີ່ມີການປ້ອງກັນຢ່າງແໜ້ນໜາ.

ສະຖານະການຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີລະຫວ່າງເກົາຫຼີເໜືອ ກັບ ສະຫະລັດອາເມຣິກາ ໃນຊ່ວງຫຼາຍອາທິດຜ່ານມາ ໂດຍສະເພາະທ່າທີຂອງລັດຖະບານພາຍໃຕ້ການນຳຂອງ ທ່ານ ໂດໂນ ທຣຳ ທີ່ລະບຸວ່າປະຕິບັດການທາງທະຫານເປັນໜຶ່ງໃນທາງເລືອກທີ່ກຳລັງຢູ່ລະຫວ່າງການພິຈາລະນາ ເພື່ອຕອບໂຕ້ໄພຈາກເກົາຫຼີເໜືອ.

ສ່ວນ ປ.ມູນ ນັກການເມືອງຜູ້ມີແນວຄິດປານີປານອມກັບເກົາຫຼີເໜືອດ້ວຍການເຈລະນາ ເປັນຜູ້ຊະນະການເລືອກຕັ້ງປະທານປະເທດເກົາຫຼີໃຕ້ເມື່ອວັນທີ 9 ພຶດສະພາຜ່ານມາ ແຕ່ຫຼັງຈາກທີ່ເກົາຫຼີເໜືອຍິງຂີປະນາວຸດໃນວັນອາທິດກ່ອນ ໄດ້ບອກວ່າ "ການເຈລະຈາກັບເກົາຫຼີເໜືອຈະເກີດຂຶ້ນໄດ້ກໍ່ຕໍ່ເມື່ອເກົາຫຼີເໜືອປ່ຽນແປງພຶດຕິກຳ"

No comments

Powered by Blogger.