ທ່ານ ແຈັກ ໝ່າ ກ້າວຂຶ້ນສູ່ຕຳແໜ່ງບຸກຄົນທີ່ຮັ່ງມີທີ່ສຸດຂອງຈີນ ອີກຄັ້ງ. - ອິດສະຫຼະ

ທ່ານ ແຈັກ ໝ່າ ກ້າວຂຶ້ນສູ່ຕຳແໜ່ງບຸກຄົນທີ່ຮັ່ງມີທີ່ສຸດຂອງຈີນ ອີກຄັ້ງ.



ຈາກການປະເມີນຂອງວາລະສານ Forbes ຊັບສິນຂອງທ່ານ ແຈັກ ໝ່າ ມີປະມານ 30,900 ລ້ານໂດລາສະຫະລັດ ຂະນະທີ່ຊັບສິນຂອງທ່ານ ຫວັງ ຈຽນຫຼິນ ເຊິ່ງສ່ວນໃຫຍ່ມາຈາກທຸລະກິດດ້ານອະສັງຫາລິມະຊັບ ແລະ ອຸດສາຫະກຳບັນເທີງ ມີປະມານ 30,700 ລ້ານໂດລາສະຫະລັດ.

ຊັບສິນຂອງທ່ານ ແຈັກ ໝ່າ ເພີ່ມຂຶ້ນຈາກການປັບຕົວເພີ່ມຂຶ້ນກວ່າ 1 ໃນ 3 ຂອງຮຸ້ນອາລີບາບາໃນປີນີ້ ເພາະຜົນກຳໄລທີ່ສູງຂຶ້ນ ໂດຍໃນມື້ນີ້ຮຸ້ນຂອງບໍລິສັດ ຊື້-ຂາຍກັນຢູ່ທີ່ຮຸ້ນລະ 121.40 ໂດລາ ໂດຍເມື່ອ 2 ປີກ່ອນ ຫວັງ ຈຽນຫຼິນໄດ້ເຂ່ຍ ທ່ານ ແຈັກ ໝ່າ ຕົກຈາກອັນດັບບຸກຄົນທີ່ຮັ່ງມີທີ່ສຸດໃນຈີນ ຫຼັງຈາກທີ່ລາຍໄດ້ຂອງອາລີບາບາຫຼຸດລົງເປັນຈຳນວນຫຼາຍເຖິງ 1400 ລ້ານໂດລາສະຫະລັດ.

ນອກຈາກນັ້ນການທີ່ບໍລິສັດມີບັນຫາກັບລັດຖະບານຈີນ ແລະ ບັນຫາເລື່ອງການຂາຍສິນຄ້າປອມແປງ ກໍ່ເຮັດໃຫ້ນັກລົງທຶນເປັນຫ່ວງ ແຕ່ລາຍໄດ້ຂອງອາລີບາບາໃນປີນີ້ເພີ່ມຂຶ້ນ 55% ຫຼື 5 ພັນລ້ານໂດລາ ເຊິ່ງຫຼາຍກວ່າຂອງ Amazon ແລະ eBay ລວມກັນ.

ທ່ານ ແຈັກ ໝ່າ ກໍ່ຕັ້ງອາລີບາບາ ເມື່ອ 16 ປີກ່ອນ ໂດຍຫຸ່ນ IPO ຂອງບໍລິສັດໃນຕະຫຼາດຮຸ້ນນິວຢອກເມື່ອປີ 2014 ໄດ້ທຳລາຍສະຖິຕິໂລກໃນຖານະການສະເໜີຂາຍຮຸ້ນຄັ້ງໃຫຍ່ທີ່ສຸດ ຫຼັງຈາກໄດ້ເງິນມາ 25,000 ລ້ານໂດລາສະຫະລັດ.

ປັດຈຸບັນ ອາລີບາບາ ເປັນບໍລິສັດຊື້-ຂາຍອອນລາຍ (E-Commerce) ທີ່ໃຫຍ່ທີ່ສຸດໃນໂລກ ໂດຍມີມູນຄ່າຕາມລາຄາຕະຫຼາດ 246,000 ລ້ານໂດລາສະຫະລັດ.

No comments

Powered by Blogger.