ຄົນອາເມຣິກາເກືອບເຄິ່ງໜຶ່ງຕ້ອງການໃຫ້ ປ.ທຣຳ ພົ້ນຈາກຕຳແໜ່ງ - ອິດສະຫຼະ

ຄົນອາເມຣິກາເກືອບເຄິ່ງໜຶ່ງຕ້ອງການໃຫ້ ປ.ທຣຳ ພົ້ນຈາກຕຳແໜ່ງ



ສຳນັກຂ່າວຕ່າງປະເທດລາຍງານ 17 ພຶດສະພາ 2017 ວ່າ: ຜົນສຳຫຼວດຈາກ Public Policy Polling ໄດ້ສະແດງໃຫ້ເຫັນວ່າ ຜູ້ຖືກສຳຫຼວດ 48% ຕ້ອງການໃຫ້ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາ ຄົນປັດຈຸບັນພົ້ນຈາກຕຳແໜ່ງ ໃນຂະນະທີ່ 41% ຄັດຄ້ານການບໍ່ເຫັນດີທີ່ຈະປົດທຣຳ ນອກຈາກນີ້ ຜູ້ຖືກສຳຫຼວດ 54% ບໍ່ມັກການປະຕິບັດໜ້າທີ່ຂອງ ປ.ທຣຳ ແລະ ມີ 40% ສະແດງທ່າທີ່ມີຄວາມຊື່ນຊົມ ປ.ທຣຳ.

ຜົນສຳຫຼວດຍັງລະບຸວ່າ ຜູ້ຖືກສຳຫຼວດ 45% ຄິດວ່າ ປ.ທຣຳ ຈະບໍ່ສາມາດປະຕິບັດໜ້າທີ່ຈົນຄົບວາລະ 4 ປີ, ຂະນະທີ່ 43% ຄາດວ່າຈະສາມາດປະຕິບັດໜ້າທີ່ຄົບວາລະ.

No comments

Powered by Blogger.