ລາວ-ຈີນ ລົງນາມຮ່ວມມື ເສດຖະກິດເຕັກນິກ, ການສຶກສາ, ພະລັງງານ ແລະ ອື່ນໆ - ອິດສະຫຼະ

ລາວ-ຈີນ ລົງນາມຮ່ວມມື ເສດຖະກິດເຕັກນິກ, ການສຶກສາ, ພະລັງງານ ແລະ ອື່ນໆ



CRI ລາຍງານໃນວັນທີ 16 ພຶດສະພາຜ່ານມາ ຢູ່ນະຄອນຫຼວງປັກກິ່ງ, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດລາວ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືສຸດຍອດການຮ່ວມມືສາກົນ "ໜຶ່ງແລວທາງ ໜຶ່ງເສັ້ນທາງ".

ໂອກາດດັ່ງກ່າວ, ທ່ານ ສີ ຈິ້ນຜິງ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ບຸນຍັງ ທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ ແລະ ຢ້ຽມຢາມຈີນ ທັງສະແດງຄວາມຂອບໃຈລາວ ໂດຍສະເພາະສະຫາຍເລຂາທິການໃຫຍ່ທີ່ໄດ້ສະໜັບສະໜູນຈີນຈັດກອງປະຊຸມໃນຄັ້ງນີ້ຢ່າງແຂງແຮງ.


ຈີນຊົມເຊີຍລາວທີ່ຕັ້ງໜ້າສະໜັບສະໜູນ ແລະ ເຂົ້າຮ່ວມການສ້າງ "ໜຶ່ງແລວທາງ ໜຶ່ງເສັ້ນທາງ" ແລະ ພ້ອມຖືໂອກາດດັ່ງກ່າວ ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງກັນ ເພື່ອບັນລຸການພັດທະນາ ແລະ ສ້າງອະນາຄົດທີ່ສົດໃສຮ່ວມກັນ.

ທ່ານ ບຸນຍັງ ວໍລະຈິດ ໄດ້ຊົມເຊີຍເວທີປຶກສາຫາລືສຸດຍອດການຮ່ວມມືສາກົນ "ໜຶ່ງແລວທາງ ໜຶ່ງເສັ້ນທາງ" ທີ່ໄດ້ຮັບໝາກຜົນຢ່າງຫຼວງຫຼາຍ ແລະ ເຊື່ອວ່າຈະສາມາດຊຸກຍູ້ການເຊື່ອມຈອດເຊິ່ງກັນ ແລະ ການ, ການເຕີບໃຫຍ່ທາງເສດຖະກິດຂອງອາຊີຢ່າງແຂງແຮງ ແລະ ນຳເອົາໂອກາດໃຫ້ແກ່ການພັດທະນາຂອງລາວຫຼາຍກວ່າເກົ່າ.

ຂະນະດຽວກັນ, ລາວກໍ່ໄດ້ຕີລາຄາສູງຕໍ່ໝາກຜົນຂອງການພັດທະນາສາຍພົວພັນຂອງສອງປະເທດ ແລະ ພໍໃຈຕໍ່ຄວາມຄືບໜ້າຂອງໂຄງການຮ່ວມມືໃຫຍ່ລະຫວ່າງສອງຝ່າຍພາຍໃຕ້ກອບ "ໜຶ່ງແລວທາງ ໜຶ່ງເສັ້ນທາງ" ແລະ ຫວັງຈະຮັກສາການຢ້ຽມຢາມລະຫວ່າງການນຳສອງພັກສອງລັດໃຫ້ແໜ້ນແຟ້ນ, ເພີ່ມທະວີການຖອດຖອນບົດຮຽນໃນການບໍລິຫານປະເທດ ແລະ ຍົກລະດັບຄວາມສາມາດພະນັກງານ, ລົງເລິກການຮ່ວມມືທາງເສດຖະກິດ, ການຄ້າ, ການລົງທຶນ, ການສ້າງພື້ນຖານໂຄງລ່າງ ແລະ ພັດທະນາທ້ອງຖິ່ນ ເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງປະເທດກໍ່ຄືພາກພື້ນນີ້.


ຫຼັງການພົບປະ, ປະມຸກລັດຂອງສອງປະເທດໄດ້ເປັນສັກຂີພິຍານໃນພິທີລົງນາມການຮ່ວມມືໃນຂົງເຂດການກໍ່ສ້າງ "ໜຶ່ງແລວທາງ ໜຶ່ງເສັ້ນທາງ", ເສດຖະກິດເຕັກນິກ, ການສຶກສາ, ພະລັງງານໄຟຟ້າ ແລະ ອື່ນໆ.

No comments

Powered by Blogger.