ປ.ທຣຳ Twitter ວ່າ ຕົນມີສິດເດັດຂາດທີ່ຈະແບ່ງປັນຂໍ້ມູນຄວາມລັບ ແກ່ ລັດເຊຍ - ອິດສະຫຼະ

ປ.ທຣຳ Twitter ວ່າ ຕົນມີສິດເດັດຂາດທີ່ຈະແບ່ງປັນຂໍ້ມູນຄວາມລັບ ແກ່ ລັດເຊຍ



ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາ Twitter ຜ່ານບັນຊີ @realDonalTrump ໃນມື້ນີ້ (16 ພຶດສະພາ 2017) ເວລາ 15:03 ຕາມເວລາໃນລາວວ່າ: "ໃນຖານະປະທານປະເທດຢາກຈະແບ່ງປັນຂໍ້ມູນກັບລັດເຊຍ (ໃນການປຶກສາຫາລືທີ່ທຳນຽມຂາວ) ຂ້າພະເຈົ້າມີສິດເດັດຂາດທີ່ຈະເຮັດແບບນັ້ນ, ມັນເປັນຄວາມຈິງກ່ຽວກັບ..."

"As President I wanted to share with Russia (at an openly scheduled W.H. meeting) which I have the absolute right to do, facts pertaining..."

ປ.ທຣຳ Twitter ດັ່ງກ່າວເພາະສື່ລາຍງານວ່າ ໄດ້ເປີດເຜີຍລາຍລະອຽດຂໍ້ມູນຂ່າວກອງທີ່ມີ "ຄວາມລັບສູງ" ກ່ຽວກັບແຜນປະຕິບັດການຂອງກຸ່ມ IS ໃນຊີຣີ ແລະ ອິຣັກ ທີ່ຈະໃຊ້ຄອມພິວເຕີແບບພົກພາຕິດຕັ້ງລະເບີດຂຶ້ນເຮືອບິນໄປຍັງສະຫະລັດ ແລະ ລວມເຖິງຂໍ້ມູນຂ່າວກອງທີ່ໄດ້ມາຈາກແຫຼ່ງຂ່າວພັນທະມິດ ໃຫ້ແກ່ທ່ານ ເຊີເກ ລາຟຣັອບ (Sergei Lavrov) ລັດຖະມົນຕີກຊວງການຕ່າງປະເທດລັດເຊຍ ແລະ ທ່ານ ເຊີເກີ ຄິສລັກ (Sergei Kislyak) ເອກອັກຄະລັດຖະທູດລັດເຊຍປະຈຳສະຫະລັດ ທີ່ທຳນຽມຂາວ ໃນນະຄອນຫຼວງວໍຊິງຕັນ ເມື່ອອາທິດທີ່ຜ່ານມາ.


No comments

Powered by Blogger.