ປ.ທຣຳ ຖືກຕຳໜິ ທີ່ເປີດເຜີຍຂໍ້ມູນລັບສຸດຍອດເລື່ອງ IS ແກ່ລັດເຊຍ - ອິດສະຫຼະ

ປ.ທຣຳ ຖືກຕຳໜິ ທີ່ເປີດເຜີຍຂໍ້ມູນລັບສຸດຍອດເລື່ອງ IS ແກ່ລັດເຊຍ



ສຳນັກຂ່າວຕ່າງປະເທດລາຍງານ 16 ພຶດສະພາ 2017 ວ່າ: ໃນລະຫວ່າງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາ ໄດ້ພົບປະກັບ ທ່ານ ເຊີເກ ລາຟຣັອບ (Sergei Lavrov) ລັດຖະມົນຕີກຊວງການຕ່າງປະເທດລັດເຊຍ ແລະ ທ່ານ ເຊີເກີ ຄິສລັກ (Sergei Kislyak) ເອກອັກຄະລັດຖະທູດລັດເຊຍປະຈຳສະຫະລັດ ທີ່ທຳນຽມຂາວ ໃນນະຄອນຫຼວງວໍຊິງຕັນ ເມື່ອອາທິດທີ່ຜ່ານມາ ປ.ທຣຳ ຜູ້ນຳສະຫະລັດໄດ້ເປີດເຜີຍຂໍ້ມູນຂ່າວກອງທີ່ມີ "ຄວາມລັບສູງ" ກ່ຽວກັບແຜນປະຕິບັດການຕໍ່ຕ້ານກຸ່ມ IS ໃນຊີຣີ ແລະ ອິຣັກ ເຊິ່ງລວມເຖິງຂໍ້ມູນຂ່າວກອງທີ່ໄດ້ມາຈາກແຫ່ງຂ່າວພັນທະມິດ.

ເຊິ່ງວ່າ ປ.ທຣຳ ຈະມີອຳນາດໃນການເປີດເຜີຍຂໍ້ມູນທີ່ມີຄວາມລັບສູງ ແຕ່ໃນກໍລະນີແບບນີ້ເປັນການກະທຳໂດຍປາສະຈາກການປຶກສາຫາລື "ພັນທະມິດ" ຜູ້ໃຫ້ຂໍ້ມູນ ເຊິ່ງຖືເປັນການສັ່ນຄອນຄວາມໜ້າເຊື່ອຖືຕໍ່ທຳນຽມຂາວໃນການຕົກລົງແລກປ່ຽນຂໍ້ມູນ.

ແລະ ຍັງມີລາຍງານວ່າ ປ.ທຣຳ ໂອ້ລົມນອກເໜືອຈາກບັນຫາທີ່ໄດ້ກຳນົດໄວ້ ໄດ້ເປີດເຜີຍລາຍລະອຽດຂໍ້ມູນກ່ຽວກັບໄພຮຸກຮານຈາກ IS ທີ່ກ່ຽວກັບການໃຊ້ຄອມພິວເຕີພົກພາຂຶ້ນເຮືອບິນ ເຊິ່ງສະຫະລັດມີແຜນກຽມຂະຫຍາຍມາດຕະການຫ້າມນ້ຳຄອມພິວເຕີພົກພາຂຶ້ນເຮືອບິນ ໃນຖ້ຽມບິນທີ່ຈະເດີນທາງໄປຍັງສະຫະລັດໃນຫຼາຍປະເທດທີ່ເປັນເຂດຄວາມຂັດຍແຍ່ງ ຫຼັງຈາກໄດ້ຂໍ້ມູນມາວ່າກຸ່ມກໍ່ການຮ້າຍກຳລັງພັດທະນາເຕັກນິກໃນການຕິດຕັ້ງລະເບີດໄວ້ໃນຄອມພິວເຕີແບບພົກພາ.

ລາຍງານຍັງລະບຸອີກວ່າ ພັນທະມິດຜູ້ໃຫ້ຂ່າວແກ່ສະຫະລັດ ບໍ່ໄດ້ອະນຸຍາດໃຫ້ລັດຖະບານສະຫະລັດແບ່ງປັນຂໍ້ມູນດັ່ງກ່າວແກ່ເຈົ້າໜ້າທີ່ລັດເຊຍ ການກະທຳຂອງ ປ.ທຣຳ ຈຶ່ງອາດສ້າງບັນຫາຕໍ່ການໃຫ້ຄວາມຮ່ວມມືຈາກພັນທະມິດທີ່ມີຄວາມລຶ້ງເຄີຍຢູ່ໃນກຸ່ມວົງໃນຂອງ IS

No comments

Powered by Blogger.