ໄວຣັສ WannaCry ທີ່ໂຈມຕີຄອມພິວເຕີທົ່ວໂລກ ເກົາຫຼີເໜືອ ອາດມີສ່ວນພົວພັນ - ອິດສະຫຼະ

ໄວຣັສ WannaCry ທີ່ໂຈມຕີຄອມພິວເຕີທົ່ວໂລກ ເກົາຫຼີເໜືອ ອາດມີສ່ວນພົວພັນ



ສຳນັກຂ່າວ Reuters ລາຍງານ 16 ພຶດສະພາ 2017 ວ່າ: Symantec (SYMC.O) ແລະ Kaspersky Lab ບໍລິສັດດ້ານຄວາມໝັ້ນຄົງທາງ Cyber ເປີດເຜີຍວ່າ ຈາກການກວດສອບ Code ຂອງ Malware "WannaCry" ລຸ້ນທຳອິດທີ່ຖືກໃຊ້ໃນການໂຈມຕີທາງ Cyber ທີ່ແຜ່ກະຈາຍໄປທົ່ວໂລກຕັ້ງແຕ່ວັນສຸກທີ່ຜ່ານມາ ພົບວ່າບາງສ່ວນເປັນ Code ທີ່ເຄີຍມີປາກົດໃນໂປຣແກຣມທີ່ຖືກໃຊ້ໂດຍ Lazarus Group ກຸ່ມແຮັກເກີ້ທີ່ຢູ່ເບື້ອງຫຼັງການໂຈມຕີລະບົບຄອມພິວເຕີຂອງບໍລິສັດໂຊນີ ເມື່ອປີ 2014 ແລະ ເຊື່ອວ່າກ່ຽວຂ້ອງກັບການໂຈລະກຳເງິນ 81 ລ້ານໂດລາສະຫະລັດ ຈາກທະນາຄານກາງບັງກລາເທດ ເຊິ່ງຜູ້ຊ່ຽວຊານເຊື່ອວ່າເປັນກຸ່ມທີ່ດຳເນີນການໂດຍລັດຖະບານເກົາຫຼີເໜືອ.

ທາງການສະຫະລັດ ແລະ ອີກຫຼາຍປະເທດໃນເອີຣົບ ໄປພະຍາຍາມຢ່າງເລັ່ງດ່ວນເພື່ອຫາທາງປ້ອງກັນບໍ່ໃຫ້ແຮັກເກີ້ປ່ອຍ Malware ລຸ້ນໃໝ່ອອກມາ ແລະ ມີລາຍງານຈາກທີ່ປຶກສາດ້ານຄວາມໝັ້ນຄົງຂອງສະຫະລັດອາເມຣິກາວ່າ ຂະນະນີ້ມີການກວດພົບ Malware ດັ່ງກ່າວໃນລຸ້ນທີ 3 ແລະ ຢືນຢັນວ່າບໍ່ມີໜ່ວຍງານໃດຂອງລັດຖະບານສະຫະລັດຖືກໂຈມຕີໃນຄັ້ງນີ້ ເຊິ່ງຂະນະນີ້ກຳລັງເລັ່ງສືບສວນຫາຕົວຄົນຮ້າຍເຊິ່ງຕັ້ງສົມມຸດຕິຖານໄວ້ 2 ກຸ່ມຄື: ລັດຖະບານຕ່າງປະເທດ ແລະ ກຸ່ມໂຈນ Cyber.

ມາຮອດປັດຈຸບັນນີ້ຕົວເລກຜູ້ໄດ້ຮັບຜົນກະທົບຈາກການໂຈມຕີຂອງ WannaCry ເພີ່ມເປັນກວ່າ 300,000 ລາຍ ໃນ 150 ປະເທດທົ່ວໂລກ ແຕ່ສະຖານະການໃນວັນຈັນທີ່ຜ່ານມາເລີ່ມດີຂຶ້ນ ເມື່ອທຽບກັບຊ່ວງວິກິດເມື່ອວັນສຸກທີ່ຜ່ານມາໂດຍມີຄອມພິວເຕີຖືກໂຈມຕີກວ່າ 9,000 ໜ່ວຍຕໍ່ຊົ່ວໂມງ ແລະ ມີລາຍງານຕື່ມອີກວ່າ ຮຸ້ນຂອງບໍລິສັດກຸ່ມຜູ້ໃຫ້ບໍລິການດ້ານຄວາມໝັ້ນຄົງທາງ Cyber ປັບຕົວສູງຂຶ້ນຢ່າງຊັດເຈນ.

No comments

Powered by Blogger.