ກົມອຸຕຸ ອອກແຈ້ງເຕືອນ "ຝົນຕົກໜັກ" ໃນວັນທີ 16-18 ພຶດສະພາ 2017 ນີ້ - ອິດສະຫຼະ

ກົມອຸຕຸ ອອກແຈ້ງເຕືອນ "ຝົນຕົກໜັກ" ໃນວັນທີ 16-18 ພຶດສະພາ 2017 ນີ້



ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນເລື່ອງຝົນຕົກໜັກ ເລກທີ 0414/ກອຕທ ລົງວັນທີ 16 ພຶດສະພາ 2017 ວ່າ: ຄວາມກົດດັນອາກາດສູງ ຍັງສືບຕໍ່ປົກຄຸມຢູ່ພາກເໜືອຂອງປະເທດລາວ, ສ່ວນພາກກາງ ແລະ ພາກໃຕ້ ປົກຄຸມດ້ວຍຄວາມກົດດັນອາກາດຕ່ຳ, ສົມທົບກັບສອງກະແສລົມຕາເວັນອອກພັດປົກຄຸມພາກເໜືອ, ສ່ວນພາກກາງ ຫາ ພາກໃຕ້ ກະແສລົມຕາເວັນຕົກສຽງໃຕ້ພັດປົກຄຸມ, ເຊິ່ງລັກສະນະແບບນີ້ຈະເຮັດໃຫ້ມີຝົນຕົກຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍທົ່ວໄປ ແລະ ຕົກປານກາງຫາຕົກໜັກ, ພ້ອມທັງມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ, ເຊິ່ງຈະເຮັດໃຫ້ມີດິນເຈື່ອນ, ນ້ຳປ່າໄຫຼຊຸແຮງໃນໄລຍະ 1 ຫາ 2 ວັນຕໍ່ໜ້າ ໃນວັນທີ 16-18 ພຶດສະພາ 2017 ຢູ່ບາງທ້ອງຖິ່ນພາກເໜືອໂດຍສະເພາະແຂວງບໍ່ແກ້ວ, ຫຼວງນໍ້າທາ ແລະ ໄຊຍະບູລີ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນທີ່ອາໄສຢູ່ເຂດຮ່ວມພູ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໝັກ ແລະ ຂໍໃຫ້ເກັບມ້ຽນວັດຖຸສິ່ງຂອງໄວ້ບ່ອນທີ່ສູງ ພ້ອມທັງເຄື່ອນຍ້າຍສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຕິດຕາມການລາຍງານພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳ.

No comments

Powered by Blogger.