ສຳນັກຂ່າວທາງການເກົາຫຼີເໜືອ ເຜີຍແຜ່ພາບການທົດລອງຂີປະນາວຸດຄັ້ງຫຼ້າສຸດ - ອິດສະຫຼະ

ສຳນັກຂ່າວທາງການເກົາຫຼີເໜືອ ເຜີຍແຜ່ພາບການທົດລອງຂີປະນາວຸດຄັ້ງຫຼ້າສຸດ



ເກົາຫຼີເໜືອປະກາດຄວາມສຳເລັດໃນການຍິງທົດລອງຂີປະນາວຸດລຸ້ນຫຼ້າສຸດ Hwasong-12 ເມື່ອວັນທີ 14 ພຶດສະພາ 2017 ຂີ້ປະນາວຸດລຸ້ນນີ້ຖືເປັນຄວາມກ້າວໜ້າຄັ້ງສຳຄັນໃນໂຄງການພັດທະນາອາວຸດຂອງເກົາຫຼີເໜືອ ເພາະສາມາດບັນທຸກຫົວຮົບນິວເຄຼຍ ແລະ ມີໄລຍະການຍິງໄກທີ່ສຸດເທົ່າທີ່ເກົາຫຼີເໜືອເຄີຍທົດລອງ.

ພາບທີ່ສຳນັກຂ່າວທາງການຂອງເກົາຫຼີເໜືອ (KCNA) ເຜີຍແຜ່ອອກມາຍັງສະແດງໃຫ້ເຫັນວ່າທ່ານ ຄິມ ຈອງອຶນ ຜູ້ນຳສູງສຸດຄົນປັດຈຸບັນໄດ້ເດີນທາງໄປຕິດຕາມການທົດສອບດ້ວຍຕົນເອງຢ່າງໃກ້ຊິດ.

ສຳນັກຂ່າວ KCNA ລາຍງານວ່າ Hwasong-12 ຖືກຍິງລົງທະເລຝັ່ງຕາເວັນອອກຂອງແຫຼມເກົາຫຼີ ຫ່າງຈາກຖານຍິງຢູ່ກັບເມືອງຄູຊອງ 787 ກມ ແລະ ຍິງຂຶ້ນສູງເຖິງລະດັບ 2,111.1 ກມ ເໜືອພື້ນດິນ ເຊິ່ງຕົວເລກເຫຼົ່ານີ້ສອດຄ່ອງກັບຂໍ້ມູນຂອງເຈົ້າໜ້າທີ່ສະຫະລັດອາເມຣິກາ ແລະ ຍີ່ປຸ່ນທີ່ຕິດຕາມສະຖານະການຢ່າງໃກ້ຊິດ.

KCNA ກ່າວວ່າວີທີການຍິງຂີປະນາວຸດເປັນມຸມສູງຊັນກວ່າປົກກະຕິ ຊ່ວຍໃຫ້ນັກວິທະຍາສາດເກົາຫຼີເໜືອສາມາດທົດສອບໄລຍະການຍິງໄດ້ໂດຍທີ່ຂີປະນາວຸດຈະບໍ່ຕົກເຂົ້າໄປໃນປະເທດເພື່ອນບ້ານ.






















No comments

Powered by Blogger.