ປ.ປູຕິນ ກ່າວທຸກຝ່າຍ "ຕ້ອງຢຸດ" ຂົ່ມຂູ່ ເຊິ່ງກັນ ແລະ ກັນ ຕໍ່ກັບບັນຫາໃນແຫຼມເກົາຫຼີ - ອິດສະຫຼະ

ປ.ປູຕິນ ກ່າວທຸກຝ່າຍ "ຕ້ອງຢຸດ" ຂົ່ມຂູ່ ເຊິ່ງກັນ ແລະ ກັນ ຕໍ່ກັບບັນຫາໃນແຫຼມເກົາຫຼີ



ສຳນັກຂ່າວ CNN ລາຍງານ 15 ພຶດສະພາ 2017 ວ່າ: ທ່ານ ປູຕິນ ປະທານປະເທດລັດເຊຍໃຫ້ສຳພາດນັກຂ່າວ ພາຍຫຼັງການເຂົ້າຮ່ວມປະຊຸມເວທີປຶກສາຫາລື "ໜຶ່ງແລວທາງ ໜຶ່ງເສັ້ນທາງ" ທີ່ນະຄອນຫຼວງປັກກິ່ງ ຂອງຈີນວ່າ: ລັດເຊຍບໍ່ເຫັນດີກັບການເພີ່ມປະເທດທີ່ມີອາວຸດນິວເຄຼຍໄວ້ໃນຄອບຄອງ ນອກຈາກນັ້ນ ລັດເຊຍຍັງເຫັນວ່າການທົດລອງຂີປະນາວຸດຂອງເກົາຫຼີເໜືອຄັ້ງຫຼ້າສຸດນີ້ ເປັນການກະທຳທີ່ສວນທາງກັບແນວທາງສ້າງສັນ ແລະ ຍັງເປັນໄພອີກດ້ວຍ.

ປ.ປູຕິນ ກ່າວຕື່ມອີກວ່າ: ມີຄວາມຈຳເປັນຫຼາຍທີ່ຜູ້ກ່ຽວຂ້ອງຈະຕ້ອງຢຸດຕິການກະທຳທີ່ເປັນການຮຸກຮານເກົາຫຼີເໜືອ ແລະ ຫາທາງອອກໃຫ້ກັບບັນຫານີ້ຢ່າງສັນຕິ.

ເຊິ່ງການທົດລອງຂີປະນາວຸດຄັ້ງຫຼ້າສຸດຂອງເກົາຫຼີເໜືອ ແມ່ນເກີດຂຶ້ນໃນວັນອາທິດທີ່ຜ່ານມາ (14 ພຶດສະພາ 2017) ໂດຍສື່ທາງການເກົາຫຼີເໜືອໄດ້ປະກາດວ່າເປັນຂີປະນາວຸດທີ່ມີໄລຍະການຍິງລະດັບໄກ ສາມາດຍິ່ງໄປເຖິງສະຫະລັດອາເມຣິກາ ພ້ອມທັງລະບຸວ່າສາມາດຕິດຫົວຮົບນິວເຄຼຍໄດ້ອີກດ້ວຍ.

No comments

Powered by Blogger.