4 ທັກສະສຳລັບເດັກໃນສະຕະວັດທີ່ 21 ທີ່ຕ້ອງມີ ເພື່ອເອົາຕົວລອດຈາກກະແສການປ່ຽນແປງຂອງໂລກ - ອິດສະຫຼະ

4 ທັກສະສຳລັບເດັກໃນສະຕະວັດທີ່ 21 ທີ່ຕ້ອງມີ ເພື່ອເອົາຕົວລອດຈາກກະແສການປ່ຽນແປງຂອງໂລກ



ໃນຂະນະທີ່ໂລກກຳລັງປ່ຽນແປງໄປຢ່າງວ່ອງໄວ ພໍ່ແມ່ຄວນກຽມລູກໃຫ້ພ້ອມຮັບມືກັບການປ່ຽນແປງໃນອະນາຄົດ ທ່າມກາງການແຂ່ງຂັນທີ່ນັບມື້ນັບສູງຂຶ້ນເລື້ອຍໆ ເດັກນ້ອຍຕ້ອງຮຽນຮູ້ທີ່ຈະສື່ສານ ແລະ ເຮັດວຽກຮ່ວມກັບຜູ້ອື່ນຢ່າງມີຄວາມສຸກ.

ໃນຂະນະທີ່ຄວາມຄິດສ້າງສັນ ແລະ ນະວັດຕະກຳຖືກຍົກໃຫ້ເປັນສິ່ງສູງຄ່າທີ່ສຸດໃນປັດຈຸບັນ ໂດຍການພັດທະນາເຕັກໂນໂລຊີທີ່ກ້າວໜ້າ ແລະ ທັນສະໄໝ ການໃຊ້ຊັບພະຍາກອນທີ່ຢູ່ຢ່າງຈຳກັດໃຫ້ເກີດປະໂຫຍດສູງສຸດກໍ່ຍັງຕັ້ງອາໄສທັກສະການແກ້ບັນຫາຜ່ານການຄິດວິເຄາະທີ່ສະຫຼຽວສະຫຼາດ.

4 ທັກສະສຳລັບເດັກໃນສະຕະວັນທີ 21 ຄື:
4Cs: Collaboration , Creativity, Communication, and Critical Thinking
1. ການຮ່ວມມືຮ່ວມໃຈ
2. ຄວາມຄິດສ້າງສັນ
3. ການສື່ສານທີ່ດີ
4. ການຄິດວິເຄາະທີ່ຫຼັກແຫຼມ

ເພື່ອໃຫ້ເກີດທັກສະເຫຼົ່ານັ້ນ ທ່ານສາມາດເຝິກເດັກນ້ອຍໄດ້ດັ່ງນີ້:
1. ສະໜັບສະໜູນໃຫ້ເດັກນ້ອຍຮູ້ຈັກແບ່ງປັນຂອງຫຼິ້ນ ຫຼື ປ່ຽນກັນຫຼິ້ນກັບໝູ່
2. ເຝິກໃຫ້ໃຊ້ຄຳສັບງ່າຍໆໃນຫຼາຍພາສາ
3. ຮ່ວມກັນສ້າງກົດກະຕິກາໃໝ່ໆໃນເກມທີ່ຄຸ້ນເຄີຍ
4. ຮ່ວມກັນເຮັດກິດຈະກຳສ້າງສັນເພື່ອແກ້ໄຂບັນຫາໃນຄອບຄົວ
5. ສະໜັບສະໜູນໃຫ້ເດັກນ້ອຍໄດ້ຮ່ວມຄິດ ຕັດສິນໃຈບັນຫາຕ່າງໆໃນຄອບຄົວ

ທັກສະໃນສະຕະວັດທີ 21 ກາຍເປັນບັນຫາທີ່ໃນວົງການສຶກສາ ຈະຕ້ອງກະກຽມຜູ້ຮຽນໃຫ້ເຂົ້າເຖິງທັກສະເຫຼົ່ານັ້ນຢ່າງມີປະສິດທິພາບ ແລະ ໃນຖານະພໍ່ແມ່ທ່ານສາມາດມີສ່ວນຮ່ວມໄດ້ໂດຍກົງ ເພື່ອກຽມລູກໃຫ້ພ້ອມຮັບມືຕໍ່ກະແສການປ່ຽນແປງທີ່ວ່ອງໄວຂອງໂລກ.

No comments

Powered by Blogger.