ດ່ວນ...! ເກີດເຫດລະເບີດຢ່າງຮຸນແຮງທີ່ນະຄອນຫຼວງກາບູນ ຕາຍ 80 ບາດເຈັບກວ່າ 350 ຄົນ - ອິດສະຫຼະ

ດ່ວນ...! ເກີດເຫດລະເບີດຢ່າງຮຸນແຮງທີ່ນະຄອນຫຼວງກາບູນ ຕາຍ 80 ບາດເຈັບກວ່າ 350 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ 31 ພຶດສະພາ 2017 ວ່າ: ເກີດເຫດລະເບີດລົດຢ່າງຮຸນແຮງໃຈກາງນະຄອນຫຼວງກາບູນ ນະຄອນຫຼວງຂອງປະເທດອາຟະການິດສະຖານ ໃນຕອນເຊົ້າຂອງມື້ນີ້ຕາມເວລາທ້ອງຖິ່ນ ໂດຍບໍລິເວນເກີດເຫດເປັນທີ່ຕັ້ງຂອງສະຖານທູດບັນດາປະເທດຕາເວັນຕົກຫຼາຍແຫ່ງ ເຊິ່ງແຮງລະເບີດສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 80 ຄົນ ແລະ ໄດ້ຮັບບາດເຈັບຫຼາຍວ່າ 350 ຄົນ, ພ້ອມທັງມີລາຍງານວ່າສະຖານທູດຫຼາຍແຫ່ງທີ່ຢູ່ໃນເຂດນັ້ນໄດ້ຮັບຄວາມເສຍຫາຍເຊັ່ນ: ສະຖານທູດເຢຍລະມັນ, ຝຣັ່ງ, ຍີ່ປຸ່ນ ແລະ ອິນເດຍ.

ຫຼັງເກີດເຫດລະເບີດກະຊວງສາທາລະນະສຸກອາຟະການິດສະຖານໄດ້ປະກາດຂໍຮັບບໍລິຈາກເລືອດດ່ວນເພື່ອຊ່ວຍຄົນຜູ້ທີ່ໄດ້ຮັບບາດເຈັບ, ສ່ວນກະຊວງປ້ອງກັນຄວາມສະຫງົບອາຟະການິດສະຖານລາຍງານເບື້ອງຕົ້ນວ່າ ເປັນການລະເບີດຂ້າຕົວຕາຍໂດຍໃຊ້ລົດບັນທຸກທີ່ບັນທຸກລະເບີດມາເຕັມຄັນ ຈຶ່ງເຮັດໃຫ້ເກີດແຮງລະເບີດຢ່າງຮຸນແຮງ ເຊິ່ງການລະເບີດຄັ້ງນີ້ຍັງບໍ່ມີກຸ່ມໃດອອກມາອ້າງຕົວວ່າຢູ່ເບື້ອງຫຼັງ.


No comments

Powered by Blogger.