9 ຢ່າງທີ່ຜູ້ຊາຍຢາກໄດ້ຈາກຜູ້ຍິງຄົນທີ່ເປັນແຟນ ສາວໆທັງຫຼາຍຄວນເບິ່ງໄວ້ - ອິດສະຫຼະ

9 ຢ່າງທີ່ຜູ້ຊາຍຢາກໄດ້ຈາກຜູ້ຍິງຄົນທີ່ເປັນແຟນ ສາວໆທັງຫຼາຍຄວນເບິ່ງໄວ້



ບໍ່ໄດ້ມີແຕ່ຄວາມຕ້ອງການຂອງຝ່າຍຍິງເທົ່ານັ້ນ ແຕ່ຜູ້ຊາຍເອິກສາມສອກກໍ່ມີສຽງດັງໃຈຫົວໃຈວ່າຕ້ອງການແຟນແບບໃດ ແລະ ນີ້ຄື 9 ຂໍ້ທີ່ຜູ້ຊາຍຢາກໄດ້ຈາກແຟນ

1. ເຂົ້າໃຈຜູ້ຊາຍແດ່ຈັກໜ້ອຍ: ເຂົ້າໃຈວ່າຊີວິດປະຈຳວັນຂອງຜູ້ຊາຍຕ່າງຜູ້ຍິງ ຜູ້ຊາຍບໍ່ຄ່ອຍຈູ້ຈີ້ຈຸກຈິກຄືຜູ້ຍິງ ແລະ ຕ້ອງການມີເວລາສ່ວນຕົວໄປຫາໝູ່ຫາຄູ່ ຢາກໃຫ້ຜູ້ຍິງເຂົ້າໃຈ ແລະ ປ່ອຍໄປແນ່ຢ່າຄິດຫຼາຍ

2. ຢ່າຄິດວ່າຜູ້ຊາຍຄວບຄຸມ: ທີ່ໃຫ້ແຟນນຸ່ງເຄື່ອງປົກປິດ, ຢ່າກັບເດິກ, ຢ່າໄປໃສຄົນດຽວ ບໍ່ແມ່ນເພາະຢາກຄວບຄຸມແຕ່ເພາະຮັກ ແລະ ຫ່ວງໃຍຈຶ່ງຢາກມີກົດເກນ

3. ຢ່າໃຫ້ຄວາມສຳຄັນກັບວັນຄົບຮອບນັ້ນນີ້ຫຼາຍເກີນໄປ: ມື້ສຳຄັນຢ່າເອົາມາເປັນເລື່ອງໃຫຍ່ຈົນຜິດຖຽງກັນ ບໍ່ແມ່ນບໍ່ໃສ່ໃຈ ແຕ່ສະໝອງຜູ້ຊາຍບໍ່ຄ່ອຍຈື່ເລື່ອງແບບນີ້ ສ່ວນຫຼາຍຈະຈື່ແຕ່ເສັ້ນທາງ, ຍີ່ຫໍ້ລົດ, ເລື່ອງວຽກເລື່ອງງານເປັນສ່ວນໃຫຍ່ ຢາກໃຫ້ແຟນເຂົ້າໃຈ ແລະ ໃຫ້ເບິ່ງໃນທຸກໆມື້ວ່າໄດ້ເອົາໃຈໃສ່ຊຳໃດຈະດີກວ່າ

4. ເວົ້າມ່ວນໆແນ່ໄດ້ບໍ່: ບາງເທື່ອຜູ້ຍິງກໍ່ມັກຈົ່ມຫຼາຍກວ່າເວົ້າຄຳມ່ວນໆຫວານໆໃສ່ແຟນ ບອກໄວ້ເລີຍວ່າຖ້າຜູ້ຍິງເວົ້າຫວານຈະເຮັດໃຫ້ຜູ້ຊາຍຈື່ຈຳສິ່ງຕ່າງໆໃນຕົວເຈົ້າໄດ້ຫຼາຍຂຶ້ນ

5. ເວລາວ່າງຢ່າຊວນໄປແຕ່ຊອກຊື່ເຄື່ອງຫຼາຍ: ເທື່ອຈະມີເວລາວ່າງມາຫາແຟນ ມາບາດໃດກໍ່ຊວນໄປແຕ່ຊັອບປິ້ງ ໃຫ້ຢືນໃຫ້ນັ່ງເຝົ້າ ນັ່ງຖ້າ ແບບນີ້ມັນບໍ່ຟິນເລີຍ ເຮັດໃຫ້ຜູ້ຊາຍເສຍອາລົມ, ໃຫ້ໄດ້ມານັ່ງກິນເຂົ້າ, ເບິ່ງໜັງ, ຟັງເພງ ໄດ້ໂອ້ໄດ້ລົມກັນກໍ່ຍັງດີກວ່າ.

6. ຖ້າຢາກເປັນຄູ່ຊີວິດຕ້ອງຟັງໃຫ້ຈົບແລ້ວຈຶ່ງຈົ່ມ: ບາງເລື່ອງທີ່ບໍ່ດີອາດບໍ່ຄວນນຳມາເລົ່າສູ່ຟັງ ແຕ່ຖ້າໄວ້ໃຈແລະເລົ່າສູ່ຟັງກໍ່ຟັງໃຫ້ຈົບກ່ອນແນ່ ຢ່າຟ້າວຈົ່ມຟ້າວດ່າຫຼາຍ

7. ອາລົມຜັນປ່ຽນປານສະພາບອາກາດ: ປົກກະຕິກໍ່ເຂົ້າໃຈຍາກຢູ່ແລ້ວ ຍິ່ງມາເຮັດໃຫ້ສັບສົນໃນເວລາທີ່ບໍ່ພໍໃຈສິ່ງໃດສິ່ງໜຶ່ງ ຖາມວ່າບໍ່ພໍເປັນຫຍັງຜັດບໍ່ຕອບ ຊິດຊ້າຍຊິດຂວາປານຄວາຍຫວງລູກ

8. ຢ່າຫຶງຈົນເກີນໄປຫຼາຍ ເຊື່ອໃຈກັນແນ່: ເຈົ້າເປັນແຟນຂ້ອຍຜູ້ໃດເຂົ້າກະຮູ້ ແຕ່ເຈົ້າຫວງເກີນໄປກໍ່ອຶດອັດເປັນຄືກັນ ໂທນຳສະຫຼອດຢູ່ໃສ, ຢູ່ກັບໃຜ ຖ້າໄດ້ຍິນສຽງຜູ້ຍິງແຊກແນ່ໜ້ອຍໜຶ່ງປານຖອກນ້ຳມັນໃສ່ໄຟ ບອກວ່າໝູ່ກໍ່ບໍ່ຟັງ ລົວຢ່າງດຽວປານ M-16.

9. ຢ່າຄິດຫຼາຍ: ສາຍບໍ່ວ່າງ, ໂທບໍ່ຕິດ, ຕອນນີ້ບໍ່ວ່າງດຽວໂທກັບເດີ ໄດ້ຍິນສຽງຜູ້ຍິງແຊກໜ້ອຍໜຶ່ງ ກໍ່ຄຽດລະເດວ່າບໍ່ຮັກ ຈັກເຂົາເຈົ້າແມ່ນໃຜ ບໍ່ຄິດຈັກໜ້ອຍວ່າອາດແມ່ນເອື້ອຍແມ່ນນ້ອງ ຫຼື ອາດເປັນສຽງໝູ່ເປັນສຽງຫົວໜ້າທີ່ເປັນຜູ້ຍິງ, ຜູ້ຊາຍຂໍນຳຢ່າຄິດຫຼາຍຫຼຸດລົງແດ່ໜ້ອຍໜຶ່ງ ຄິດໄປເອງຈະເປັນເລື່ອງໃຫຍ່.

No comments

Powered by Blogger.