ປ.ທຣຳ ເລັ່ງຮັດແໜ້ນສາຍພົວພັນພັນທະມິດໃນ "ອາຊຽນ" ເຊີນຜູ້ນຳໄທ, ຟິລິບປິນ, ສິງກະໂປ ຢ້ຽມຢາມອາເມຣິກາ - ອິດສະຫຼະ

ປ.ທຣຳ ເລັ່ງຮັດແໜ້ນສາຍພົວພັນພັນທະມິດໃນ "ອາຊຽນ" ເຊີນຜູ້ນຳໄທ, ຟິລິບປິນ, ສິງກະໂປ ຢ້ຽມຢາມອາເມຣິກາ



ສຳນັກຂ່າວຕ່າງປະເທດລາຍງານ 30 ເມສາ 2017 ວ່າ: ທຳນຽມຂາວອອກຖະແຫຼງການເມື່ອວັນອາທິດທີ່ຜ່ານມາ ເລື່ອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາ ສົນທະນາທາງໂທລະສັບກັບ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີຂອງໄທ ໃນບັນຫາກ່ຽວກັບສະຖານະການຢູ່ແຫຼມເກົາຫຼີ ໂດຍຜູ້ນຳສະຫະລັດເລັງເຫັນເຖິງຄວາມສຳຄັນຂອງການຮ່ວມມືກັບປະເທດທີ່ເປັນຮຸ້ນສ່ວນທາງຍຸດທະສາດໃນພູມມິພາກ ເພື່ອເພີ່ມແຮງກົດດັນທາງເສດຖະກິດ ແລະ ການທູດຕໍ່ເກົາຫຼີເໜືອ.

ນອກຈາກນີ້ໃນວັນດຽວກັນ ປ.ທຣຳ ຍັງສົນທະນາທາງໂທລະສັບກັບທ່ານ ລີ ຊຽງ ລຸງ ຜູ້ນຳສິງກະໂປ ໃນບັນຫາກ່ຽວກັບຄວາມຂັດແຍ່ງລະຫວ່າງສະຫະລັດອາເມຣິກາກັບເກົາຫຼີເໜືອເຊັ່ນກັນ ແລະ ຜູ້ນຳສະຫະລັດໄດ້ເຊີນທັງນາຍົກຂອງໄທ ແລະ ສິງກະໂປໃຫ້ເດີນທາງໄປຢ້ຽມຢາມນະຄອນຫຼວງວໍຊິງຕັນອີກດ້ວຍ.

ໃນດ້ານຂອງທ່ານ ໂຣດຼິໂກ ດູເຕີເຕ ປະທານປະເທດຟິລິບປິນ ທຳນຽມຂາວກໍ່ໄດ້ລາຍງານວ່າ ປ.ທຣຳ ໄດ້ສົນທະນາທາງໂທລະສັບກັບຜູ້ນຳຟິລິບປິນເມື່ອວັນເສົາທີ່ຜ່ານມາ ເຊິ່ງໄດ້ສົນທະນາກັນຫຼາຍບັນຫາ ແລະ ລວມເຖິງບັນຫາຢູ່ແຫຼມເກົາຫຼີ ນອກຈາກນີ້ກໍ່ຍັງໄດ້ເຊີນທ່ານຜູ້ນຳຟິລິບປິນເດີນທາງໄປຢ້ຽມຢາມນະຄອນຫຼວງວໍຊິງຕັນເຊັ່ນກັນ.

ໂດຍເຈົ້າໜ້າທີ່ປະຈຳທຳນຽມຂາວກ່າວວ່າ: ສະຖານະການຢູ່ແຫຼມເກົາຫຼີໃນເວລານີ້ບົ່ງຊີ້ໃຫ້ເຫັນວ່າ ການປະສານງານ ແລະ ຮ່ວມມືກັບພັນທະມິດຂອງສະຫະລັດອາເມຣິກາໃນພູມມິພາກນີ້ເປັນເລື່ອງຈຳເປັນຢ່າງຍິ່ງ ເພື່ອໃຫ້ການດຳເນີນແນວທາງປະຕິບັດ ແລະ ນະໂຍບາຍເປັນໄປໃນທິດທາງດຽວກັນ.

No comments

Powered by Blogger.