ມະຫາເສດຖີພັນລ້ານຄົນທຳອິດຂອງຫວຽດນາມ ຜູ້ປ່ຽນນ່ານຟ້າຫວຽດນາມດ້ວຍສາວງາມໃນຊຸດບີກິນີ - ອິດສະຫຼະ

ມະຫາເສດຖີພັນລ້ານຄົນທຳອິດຂອງຫວຽດນາມ ຜູ້ປ່ຽນນ່ານຟ້າຫວຽດນາມດ້ວຍສາວງາມໃນຊຸດບີກິນີ



ຫງວຽນ ທີ ເຟືອງ ທາວ (Nguyễn Thị Phương Thảo) CEO ແລະ ຜູ້ຖືຮຸ້ນຫຼັກຂອງສາຍການບິນ VietJet Air ສາຍການບິນຕົ້ນທຶນຕ່ຳສັນຊາດຫວຽດນາມ ກຳລັງຈະກາຍເປັນມະຫາເສດຖີພັນລ້ານໂດລາຄົນທຳອິດຂອງຫວຽດນາມ ເມື່ອ VietJet Air ຂຶ້ນແຖ່ນສາຍການບິນອັນດັບ 1 ທຳລາຍສະຖິຕິຜູ້ໂດຍສານຂອງສາຍການບິນແຫ່ງຊາດ Vietnam Airlines ລົງຢ່າງຈົບງາມ.

VietJet Air ເລີ່ມຕົ້ນໃນປີ 2007 ດ້ວຍການລິເລີ່ມຂອງຫງວຽນ ທີ ເຟືອງ ທາວ ນັກທຸລະກິດສາວຜູ້ທີ່ເຮັດທຸລະກິດຂາຍເຄື່ອງແຟັກ ແລະ ຜະລິດຕະພັນຈາກຢາງ ລາວຕິດຕໍ່ເພື່ອທີ່ຈະເລີ່ມຕົ້ນທຸລະກິດສາຍການບິນຕົ້ນທຶນຕ່ຳກັບບໍລິສັດແອເອເຊຍ ຂອງມາເລເຊຍ ແຕ່ດ້ວຍເຫດຜົນຫຼາຍຢ່າງລວມທັງເລື່ອງໃບອະນຸຍາດການບິນຂອງຫວຽດນາມ ເຊິ່ງໃນປີ 2010 ຂະນະນັ້ນຍັງບໍ່ໄດ້ເປີດປະຕິຮູບລະບົບການບິນ ເຮັດໃຫ້ແຜນຮ່ວມທຶນເປີດຫວຽດນາມແອເອເຊຍລົ້ມເຫຼວ.

ແຕ່ລາວບໍ່ຍົກເລີກຄວາມຕັ້ງໃຈ ໄດ້ປ່ຽນແຜນທັງໝົດໃໝ່ ກາຍເປັນການຕັ້ງສາຍບານບິນຕົ້ນທຶນຕ່ຳໃນຊື່ຂອງຕົວເອງຄື VietJet Air ເປີດບໍລິການລະຫວ່າງໂຮຈິມິນ ໄປຍັງນະຄອນຫຼວງຮາໂນຍ ເປັນທ່ຽວບິນທຳອິດໃນັວນທີ 25 ທັນວາ 2011.


ທ່ຽວບິນທຳອິດນັ້ນໄດ້ສ້າງກະແສຮືຮາໃຫ້ກັບວົງການການບິນ ແລະ ໄວໜຸ່ມຊາວຫວຽດນາມ ແລະ ທົ່ວໂລກ ດ້ວຍການເອົາສາວໂອແຕັດແຕ່ງຊຸດບີກິບນີສີແດງສະຫຼິບສີເຫຼືອງ ເຊິ່ງເປັນສີຂອງສາຍການບິນ ມາໃຫ້ບໍລິການເທິງຖ້ຽວບິນ ແລະ ໄດ້ເຮັດປະຕິທິນສາວໂອແຕັດໃນຊຸດບີກິນີປະຈຳປີ 2012 ນຳອີກ.

ລາຍໄດ້ຂອງສາຍການບິນ VietJet Air ໃນປີ 2015 ສູງເຖິງ 10.9 ລ້ານລ້ານດົງ ຫຼື ປະມານ 499 ລ້ານໂດລາສະຫະລັດ ແລະ ກຽມເຂົ້າຕະຫຼາດຫຼັກຊັບໃນປີນີ້ ດ້ວຍການຂາຍຮຸ້ນອອກປະມານ 30% ໂດຍມີການປະເມີນຄ່າໄວ້ປະມານ 1 ພັນລ້ານໂດລາສະຫະລັດ ເຊິ່ງຈະເຮັດໃຫ້ ຫງວຽນ ທີ ເຟືອງ ທາວ ກາຍເປັນອະພິມະຫາເສດຖີພັນລ້ານໂດລາຄົນທຳອິດຂອງຫວຽດນາມ.


ປັດຈຸບັນ VietJet Air ບິນໄປຍັງປາຍທາງ 47 ແຫ່ງ ທັງໃນ ແລະ ຕ່າງປະເທດທົ່ວອາຊີທັງໄທ, ກຳປູເຈຍ, ຈີນ, ໄຕ້ຫວັນ, ມາເລເຊຍ, ເກົາຫຼີໃຕ້, ມຽນມາ ເຊິ່ງບາງຄັ້ງຜູ້ໂດຍສານຊາຍອາດຕ້ອງກັ້ນຫາຍໃຈເມື່ອພົບກັບໂອແຕັດສາວງາມຫວຽດນາມໃນຊຸດບີກິນີຕ້ອນຮັບຢູ່ເທິງເຮືອບິນ.

ຮຽບຮຽງໂດຍ: Theerapat Charoensuk


No comments

Powered by Blogger.