ຜົນພິສູດກຸ່ມກະບົດທີ່ຢຶດເມືອງມາຣາວີ ຄືຂະບວນການກໍ່ການຮ້າຍຂ້າມຊາດ ມີນັກຮົບຈາກຫຼາຍຊາດໃນອາຊຽນເປັນສະມາຊິກ - ອິດສະຫຼະ

ຜົນພິສູດກຸ່ມກະບົດທີ່ຢຶດເມືອງມາຣາວີ ຄືຂະບວນການກໍ່ການຮ້າຍຂ້າມຊາດ ມີນັກຮົບຈາກຫຼາຍຊາດໃນອາຊຽນເປັນສະມາຊິກ



ສຳນັກຂ່າວຕ່າງປະເທດລາຍງານ ຈາກຟິລິບປິນ 26 ພຶດສະພາ 2017 ວ່າ: ພົນອາກາດໂທ ໂຮເຊ ຄາລິດາ ຮອງເສນາທິການກອງທັບອາກາດຟິລິບປິນ ຖະແຫຼງໃນມື້ນີ້ວ່າ ປະຕິບັດການທາງການທະຫານໃນເມືອງມາຣາວີ ເກາະມິນດາເນົາ ພາກໃຕ້ຂອງປະເທດຟິລິບປິນ ຍັງຄົງດຳເນີນໄປຢ່າງຕໍ່ເນື່ອງນັບຕັ້ງແຕ່ມີການປະກາດກົດໄອຍະການເສິກ ເມື່ອວັນອັງຄານທີ່ຜ່ານມາ ໂດຍຈຳນວນຜູ້ເສຍຊີວິດຫຼ້າສຸດທີ່ຢູ່ 46 ຄົນ ແບ່ງເປັນເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງ 15 ຄົນ ແລະ ກຸ່ມກໍ່ການຮ້າຍທີ່ສ່ວນໃຫຍ່ເປັນສະມາຊິກກຸ່ມກະບົດເມົາເຕ 31 ຄົນ.

ເຖິງຢ່າງໃດກໍ່ຕາມ ຜົນການພິສູດເອກະລັກບຸກຄົນຂອງກຸ່ມຄົນຮ້າຍທີ່ເສຍຊີວິດພົບວ່າ ມີນັກຮົບຕ່າງຊາດລວມຢູ່ນຳຈຳນວນໜຶ່ງ ມີທັງຊາວອິນໂດເນເຊຍ, ມາເລເຊຍ ແລະ ສິງກະໂປ ສະແດງວ່າກຸ່ມເມົາເຕ ບໍ່ແມ່ນກອງກຳລັງຕິດອາວຸດລະດັບທ້ອງຖິ່ນອີກຕໍ່ໄປ ແຕ່ເປັນສ່ວນໜຶ່ງຂອງແນວຄິດກໍ່ການຮ້າຍຂ້າມຊາດ ແລະ ໄດ້ຮັບອິດທິພົນຈາກອຸດົມການທີ່ແຜ່ຂະຫຍາຍໂດຍກຸ່ມ IS ເຊິ່ງຕ້ອງການສະຖາປະນາໃຫ້ເກາະມິນດາເນົາເປັນໜຶ່ງໃນ "ລັດອິດສະລາມ" ແລະ ເຜີຍແຜ່ແນວຄິດຫົວຮຸນແຮງທີ່ໃຊ້ສາສະໜາເປັນພຽງຂໍ້ອ້າງເທົ່ານັ້ນ.

ຂະນະດຽວກັນ ພົນອາກາດໂທ ຄາລິດາ ກ່າວເຖິງປະຕິບັດການໂຈມຕີທາງອາກາດຂອງກອງທັບໃນເມືອງມາຣາວີວ່າ ເປັນການໂຈມຕີໃນວົງແຄບທີ່ມີການກຳນົດເປົ້າໝາຍຊັດເຈນ ເພື່ອຫຼຸດຜ່ອນຄວາມສ່ຽງໃນການສ້າງຄວາມເສຍຫາຍຕໍ່ຊັບສິນ ແລະ ເປັນອັນຕະລາຍຕໍ່ຊີວິດຂອງປະຊາຊົນໃຫ້ຫຼາຍທີ່ສຸດ ພ້ອມທັງເນັ້ນໜັກໃຫ້ປະຊາຊົນທີ່ສະໝັກໃຈບໍ່ອົບພະຍົບໜີອອອກຈາກເຂດດັ່ງກ່າວ ຫຼີກລ້ຽງການອອກນອກອາຄານສະຖານທີ່ ເພື່ອບໍ່ໃຫ້ລົບກວນການປະຕິບັດງານຂອງເຈົ້າໜ້າທີ່.

ສຳລັບຊະຕາກຳຂອງບຸກຄົນທີ່ເປັນຕົ້ນເຫດຂອງການສູ່ຮົບຢ່າງຮຸນແຮງດຸເດືອດຄັ້ງນີ້ຄື ທ້າວ ອິສນີລອນ ຮາປີລອນ ຜູ້ບັນຊາການລະດັບສູງຂອງກຸ່ມຕິດອາວຸດອາບູ ໄຊຢາບ ທີ່ຂໍຄວາມຊ່ວຍເຫຼືອຈາກກຸ່ມກະບົດເມົາເຕໃນການຕີຕ້ານກອງທັບທີ່ພະຍາຍາມນຳຈັບຕົວ ເພາະທັງສອງກຸ່ມນີ້ລ້ວນແຕ່ເປັນພັນທະມິດຮ່ວມກັບກຸ່ມ IS, ໂດຍລັດຖະບານສະຫະລັດອາເມຣິກາຕັ້ງລາງວັນນຳຈັບ 5 ລ້ານໂດລາ ຍັງບໍ່ຊັດເຈນວ່າທ້າວ ຮາປິລອນ ຢູ່ໃສ ແຕ່ກອງທັບຟິລິບປິນເຊື່ອວ່າທ້າວ ຮາປີລອນ ຍັງຫຼົບຫຼີກຢູ່ເກາະມິນດາເມົານີ້.


No comments

Powered by Blogger.