ສະຫະລັດສົ່ງຍົນຖິ້ມລະເບີດຄວາມໄວເໜືອສຽງ ຂູ່ເກົາຫຼີເໜືອໃນນ່ານຟ້າແຫຼມເກົາຫຼີ - ອິດສະຫຼະ

ສະຫະລັດສົ່ງຍົນຖິ້ມລະເບີດຄວາມໄວເໜືອສຽງ ຂູ່ເກົາຫຼີເໜືອໃນນ່ານຟ້າແຫຼມເກົາຫຼີ



ສຳນັກຂ່າວຕ່າງປະເທດລາຍງານ 31 ພຶດສະພາ 2017 ວ່າ: ທ່ານ ມູນ ຊັງກຸນ ໂຄສົກກະຊວງປ້ອງກັນປະເທດເກົາຫຼີໃຕ້ຖະແຫຼງເມື່ອວັນອັງຄານທີ່ຜ່ານມາວ່າ ຍົນຂອງກອງທັບອາກາດເກົາຫຼີໃຕ້ ຂຶ້ນເຝິກຊ້ອມຍຸດທະວິທີທາງອາກາດຮ່ວມກັບຍົນຖິ້ມລະເບີດຄວາມໄວເໜືອສຽງ B-1B Lancer ຂອງກອງທັບອາກາດສະຫະລັດ ເມື່ອວັນຈັນທີ່ຜ່ານມາ ແຕ່ບໍ່ໄດ້ເປີດເຜີຍລາຍລະອຽດເພີ່ມເຕີມ ໂດຍຄຳຖະແຫຼງມີຂຶ້ນໃນວັນດຽວກັນກັບ ສຳນັກຂ່າວທາງການຂອງເກົາຫຼີເໜືອລາຍງານວ່າ ຍົນຖິ້ມລະເບີດຂອງສະຫະລັດໄດ້ບິນເໜືອນ່ານຟ້າເກົາຫຼີໃຕ້ ເພື່ອເຝິກຊ້ອມການຖິ້ມ "ລະເບີດນິວເຄຼຍ" ຢູ່ແຫຼມເກົາຫຼີ.


No comments

Powered by Blogger.