ສະຫະລັດອາເມຣິກາ ແລະ ພັນທະມິດ ຊ້ອມຮົບເຄື່ອນພົນຂຶ້ນບົກ - ອິດສະຫຼະ

ສະຫະລັດອາເມຣິກາ ແລະ ພັນທະມິດ ຊ້ອມຮົບເຄື່ອນພົນຂຶ້ນບົກ



ສຳນັກຂ່າວຕ່າງປະເທດລາຍງານ 13 ພຶດສະພາ 2017 ວ່າ: ກອງພົນທີນາວິກະໂຍທິນ 3 ຂອງສະຫະລັດ ຮ່ວມກັບກອງພົນນາວິກະໂຍທິນຈາກຝຣັ່ງ, ອັງກິດ ແລະ ຍີ່ປຸ່ນ ໄດ້ມີການເຝິກຊ້ອມຮົບຍົກພົນຂຶ້ນບົກຮ່ວມກັນທີ່ເກາະກວມ ເຊິ່ງເປັນດິນແດນຫ່າງໄກໃນທະເລພາຍໃຕ້ອະທິປະໄຕຂອງສະຫະລັດ, ໂດຍການເຝິກຊ້ອມດັ່ງກ່າວຈະໃຊ້ເວລາ 1 ອາທິດ.


ເຊິ່ງກອງພົນນາວິກະໂຍທິນທີ 3 ຂອງສະຫະລັດອອກຖະແຫຼງການກ່ຽວກັບຈຸດປະສົງຂອງການເຝິກຊ້ອມຮົບໃນຄັ້ງນີ້ວ່າ ເພື່ອເປັນການຢຶດໝັ້ນໃນຈຸດຢືນຂອງສະຫະລັດອາເມຣິກາ ແລະ ພັນທະມິດ ໃນການສະໜັບສະໜູນເສລີພາບຂອງການເດີນເຮືອ ແລະ ການລາດຕະເວນໃນທະເລຈີນໃຕ້.

No comments

Powered by Blogger.