ເກົາຫຼີເໜືອ ພ້ອມເຈລະຈາກັບສະຫະລັດ ແຕ່ຕ້ອງຢູ່ພາຍໃຕ້ເງື່ອນໄຂທີ່ເໝາະສົມ - ອິດສະຫຼະ

ເກົາຫຼີເໜືອ ພ້ອມເຈລະຈາກັບສະຫະລັດ ແຕ່ຕ້ອງຢູ່ພາຍໃຕ້ເງື່ອນໄຂທີ່ເໝາະສົມ



ສຳນັກຂ່າວຕ່າງປະເທດລາຍງານ 13 ພຶດສະພາ 2017 ໂດຍອ້າງຈາກລາຍງານຂອງສຳນັກຂ່າວ YTN ຂອງເກົາຫຼີໃຕ້ວ່າ ທ່ານນາງ ໂຊ ຊອນ ຮີ ຜູ້ອຳນວຍການສຳນັກງານກິດຈະການອາເມຣິກາເໜືອຂອງກະຊວງການຕ່າງປະເທດເກົາຫຼີເໜືອ ກ່າວພາຍຫຼັງສຳເລັດການເຈລະຈາຢ່າງບໍ່ເປັນທາງການຮ່ວມກັບອະດີດເຈົ້າໜ້າທີ່ຂອງສະຫະລັດ ທີ່ນະຄອນຫຼວງອອດສະໂລ ປະເທດນອກເວ ເມື່ອວັນສຸກທີ່ຜ່ານມາວ່າ ລັດຖະບານເກົາຫຼີເໜືອພ້ອມເຈລະຈາກັບລັດຖະບານສະຫະລັດຊຸດປັດຈຸບັນ ພາຍໃຕ້ການນຳຂອງທ່ານ ໂດໂນ ທຣຳ ແຕ່ການເຈລະຈາຕ້ອງເກີດຂຶ້ນບົນພື້ນຖານຂອງເງື່ອນໄຂ ແລະ ໂອກາດທີ່ເໝາະສົມ ນອກຈາກນີ້ ທ່ານນາງຍັງໄດ້ກ່າວຕື່ມເຖິງຄວາມເປັນໄປໄດ້ໃນການຈັດການປຶກສາຫາລືຮ່ວມກັນທ່ານ ມູນ ແຈອິນ ປະທານປະເທດເກົາຫຼີໃຕ້ ແລະ ລັດຖະບານຊຸດໃໝ່ຂອງເກົາຫຼີໃຕ້ ຂໍໃຫ້ທຸກຝ່າຍຈົ່ງຕິດຕາມ.


No comments

Powered by Blogger.