ປະທານປະເທດ ເດີນທາງເຖິງປັກກິ່ງ ຮ່ວມເວທີປຶກສາຫາລືຂັ້ນສູງສາກົນວ່າດ້ວຍ ໜຶ່ງແລວທາງ ໜຶ່ງເສັ້ນທາງ - ອິດສະຫຼະ

ປະທານປະເທດ ເດີນທາງເຖິງປັກກິ່ງ ຮ່ວມເວທີປຶກສາຫາລືຂັ້ນສູງສາກົນວ່າດ້ວຍ ໜຶ່ງແລວທາງ ໜຶ່ງເສັ້ນທາງ



ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ.ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງລາວ ເດີນທາງເຖິງນະຄອນຫຼວງປັກກິ່ງ ສປ.ຈີນ ແລ້ວໃນມື້ນີ້ (13 ພຶດສະພາ 2017) ເພື່ອເຂົ້າຮ່ວມປະຊຸມເວທີປຶກສາຫາລືຂັ້ນສູງວ່າດ້ວຍການຮ່ວມມືສາກົນ "ໜຶ່ງແລວທາງ ໜຶ່ງເສັ້ນທາງ" ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 14-15 ພຶດສະພາ 2017 ນີ້ທີ່ນະຄອນຫຼວງປັກກິ່ງ ສປ.ຈີນ.

ເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ “ໜຶ່ງ​ແລວທາງ ໜຶ່ງ​ເສັ້ນທາງ” ຈະ​ຖືກ ຈັດ​ຂຶ້ນ ​ເປັນ​ຄັ້ງ​ທຳ​ອິດ ພາຍຫລັງທ່ານ ສີ ຈິນຜິ​ງ ປະທານປະເທດ ແຫ່ງ ສປ.ຈີນ ​ໄດ້​ປະກາດ​ຂໍ້​ລິ​  ເລີ່​ມ “ໜຶ່ງ​ແລວທາງ ໜຶ່ງ​ເສັ້ນທາງ” ຂຶ້ນ​ໃນ​ປີ 2013 ຊຶ່ງ​ເປັນ​ໜຶ່ງ​ໃນ​ການຈັດ​ຕັ້ງ​ປະ​ຕິບັດ ​ນະ​ໂຍບາຍ ການ​ຕ່າງປະ​ເທດ ​ແລະ ການ​ທູດ​ເສດຖະກິດ ​ໃຫ້​ເຂັ້ມ​ແຂງ ​ແລະ ໜັກ​ແໜ້ນ ໜຶ່ງ​ແລວທາງ ໜຶ່ງ​ເສັ້ນທາງ ​ແມ່ນ​ຍຸດ​ທະ​ສາດ​ ທີ່​ຜັນ​ຂະຫຍາຍ​ມາ​ຈາກ ຂໍ້​ລິ​ເລີ່​ມ​ເສັ້ນທາງ​ສາຍ​ໄໜ, ​​ເຊິ່ງ​ໄດ້​ປະຕິບັດ​ແນວ​ຄວາມ​ຄິດ​ ການ​ຮ່ວມ​ມື​ແບບ​ສັນຕິພາບ, ​ເປີດ​ກ້ວາງ​ກາລະ​ໂອກາດ ​ແລກປ່ຽນ​ຄວາມ​ຮູ້ ​ແລະ ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ ​ຜົນ​ປະ​ໂຫຍ​ດ. ຈຸດປະສົງ​ ຂອງ​ກອງ​ປະຊຸມ​ຄັ້ງ​ນີ້, ​ແມ່ນ​ເພື່ອ​ປຶກສາ​ຫາລື​ ກ່ຽວ​ກັບ​ການ​ຊອກ​ຊ່ອງ​ທາງ​ແກ້​ໄຂ ສະພາບ​ເສດຖະກິດ​ຂອງ​ໂລກ ​ໃນ​ປັດຈຸບັນ ​ແລະ ວາງ​ແນວທາງ​ເສດຖະກິດ​ ໃນ​ອະນາ​ຄົດ, ນະ​ໂຍບາຍ​ການ​ເງິນ ​ແລະ ການ​ພັດທະນາ​ເສດຖະກິດ ​ແລະ ການ​ເຊື່ອມ​ຈອດ​ກັນ ​ແລະ ສົ່ງ​ເສີມການ​​ເປັນ​ຄູ່​ຮ່ວມ ​ເພື່ອ​ການ​ພັດທະນາ ສ້າງ​ຂະ​ບວນ​ໂລກາ​ພິວັດ ​ໃຫ້​ເປີດ​ກ້ວາງ ​ແລະ ກວມ​ລວມ ​ແລະ ​ແລກປ່ຽນ​ບັນດາ​ ຂະ​ບວນການ​ວິວັດ ທີ່​ເປັນ​ຜົນ​ປະ​ໂຫຍ​ດ​ ແກ່​ທຸກ​ຝ່າຍ.


​ໃນ​ໄລ​ຍະ​ການ​ເຂົ້າ​ຮ່ວມ ​ກອງ​ປະຊຸມ ທ່ານ ບຸນ​ຍັງ ວໍລະ​ຈິດ ຈະ​ເຂົ້າ​ຮ່ວມ​ພິທີ​ເປີດ ເວທີປຶກສາຫາລືຂັ້ນສູງ, ກອງ​ປະຊຸມ​ໂຕະມົນ ຂອງ​ບັນດາ​ທ່ານ​ຜູ້​ນໍາ ວ່າ​ດ້ວຍ​ການ​ປະສານ​ສົມທົບ ດ້ານ​ນະ​ໂຍບາຍ ​ເພື່ອ​ການ​ເປັນ​ຄູ່​ຮ່ວມ​ ທີ່​ໃກ້ຊິ​ດກັນ​ຂຶ້ນ ​ແລະ ວ່າ​ດ້ວຍ​ການ​ຮ່ວມ​ມື​ ດ້ານ​ການ​ເຊື່ອມ​ຈອດ​ເພື່ອ​ການ​ພັດທະນາ ທີ່​ຕິດ​ພັນ​ກັນ ​ແລະ ​ເຂົ້າ​ຮ່ວມ​ງານ​ລ້ຽງ​ອາຫານ​ທ່ຽງ ​ເຮັດ​ວຽກໃນ​ຫົວ​ຂໍ້ “ຄວາມ​ຜູກ​ພັນ ລະຫວ່າງ ປະຊາຊົນ ກັບ ປະຊາຊົນ ທີ່ໃກ້ຊິດ​ສະໜິດ​ແໜ້ນ”

No comments

Powered by Blogger.