ເກົາຫຼີເໜືອ ທົດສອບຂີປະນາວຸດອີກແລ້ວ ເກົາຫຼີໃຕ້ຮຽກປະຊຸມດ່ວນ - ອິດສະຫຼະ

ເກົາຫຼີເໜືອ ທົດສອບຂີປະນາວຸດອີກແລ້ວ ເກົາຫຼີໃຕ້ຮຽກປະຊຸມດ່ວນ



ສຳນັກຂ່າວ YTN ຂອງເກົາຫຼີໃຕ້ລາຍງານ 14 ພຶດສະພາ 2017 ວ່າ: ຄະນະເສນາທິການທະຫານຂອງກອງທັບເກົາຫຼີໃຕ້ຖະແຫຼງວ່າ ເມື່ອເວລາປະມານ 05:30 ນາທີ ເຊົ້ານີ້ ຕາມເວລາທ້ອງຖິ່ນ ເກົາຫຼີເໜືອໄດ້ຍິງຈະຫຼວດບໍ່ຮູ້ປະເພດຈາກເຂດເມືອງຄູຊອງ ແຂວງປຽງກັນເໜືອ ເຊິ່ງຈະຫຼວດໄດ້ຍິງຂຶ້ນໄປ 700 ກມ.

ຖະແຫຼງການລະບຸອີກວ່າ ເກົາຫຼີໃຕ້ກັບສະຫະລັດກຳລັງວິເຄາະລາຍລະອຽດກ່ຽວກັບຂີປະນາວຸດດັ່ງກ່າວຂອງເກົາຫຼີເໜືອ ເຊິ່ງຖືວ່າເປັນການຍິງຂີປະນາວຸດຄັ້ງທີ 2 ແລ້ວຂອງເກົາຫຼີເໜືອໃນຮອບ 2 ອາທິດທີ່ຜ່ານມາ ແລະ ຍັງເປັນຄັ້ງທຳອິດໃນຊ່ວງທີ່ທ່ານ ມູນ ແຈອິນ ປະທານປະເທດຄົນໃໝ່ຂອງເກົາຫຼີໃຕ້ດຳລົງຕຳແໜ່ງ, ໂຄສົກຂອງປະທານປະເທດເກົາຫຼີໃຕ້ຖະແຫຼງວ່າ ທ່ານ ມູນ ຈະຮຽກປະຊຸມຄະນະທີ່ປຶກສາຝ່າຍຄວາມໝັ້ນຄົງແຫ່ງຊາດໂດຍດ່ວນ.

No comments

Powered by Blogger.