ຈີນເຊີນເກົາຫຼີເໜືອ ຮ່ວມເວທີປຶກສາຫາລື "ໜຶ່ງແລວທາງ ໜຶ່ງເສັ້ນທາງ" ບໍ່ສົນຄຳຄ້ານສະຫະລັດ - ອິດສະຫຼະ

ຈີນເຊີນເກົາຫຼີເໜືອ ຮ່ວມເວທີປຶກສາຫາລື "ໜຶ່ງແລວທາງ ໜຶ່ງເສັ້ນທາງ" ບໍ່ສົນຄຳຄ້ານສະຫະລັດ



ສຳນັກຂ່າວ Reuters ລາຍງານເມື່ອວັນທີ 13 ພຶດສະພາ 2017 ຜ່ານມາວ່າ: ສະຖານທູດສະຫະລັດອາເມຣິກາ ປະຈຳນະຄອນຫຼວງປັກກິ່ງ ປະເທດຈີນ ໄດ້ຍື່ນສານທາງການທູດເຖິງກະຊວງການຕ່າງປະເທດຂອງຈີນ ໂດຍລະບຸວ່າ: ການເຊີນເກົາຫຼີເໜືອເຂົ້າຮ່ວມເວທີປຶກສາຫາລືລະດັບສູງວ່າດ້ວຍການຮ່ວມມືສາກົນ "ໜຶ່ງແລວທາງ ໜຶ່ງເສັ້ນທາງ" ນັ້ນເທົ່າກັບເປັນການສື່ສານໃນທາງທີ່ຜິດ ຂະນະທີ່ປະຊາຄົມໂລກກຳລັງກົດດັນເກົາຫຼີເໜືອ ໃນເລື່ອງໂຄງການອາວຸດນິວເຄຼຍ ແລະ ຂີປະນາວຸດຂອງເກົາຫຼີເໜືອ.

ເມື່ອຜູ້ສື່ຂ່າວສອບຖາມໄປທາງກະຊວງການຕ່າງປະເທດຂອງຈີນເລື່ອງສານທາງການທູດດັ່ງກ່າວ ກະຊວງການຕ່າງປະເທດຂອງຈີນມີຖະແຫຼງການສັ້ນວ່າ: ໂຄງການ "ໜຶ່ງແລວທາງ ໜຶ່ງເສັ້ນທາງ" ນັ້ນເປັນໂຄງການເປີດກວ້າງ ແລະ ຄວບຄຸບຫຼາຍປະເທດຫຼາຍທະວີບ ລັດຖະບານຈີນຂໍຕ້ອນຮັບຕົວແທນຈາກທຸກປະເທດທີ່ເຂົ້າຮ່ວມປະຊຸມ ເພື່ອການຮ່ວມມືລະຫວ່າງກັນ.

ເຖິງວ່າຈີນຈະບໍ່ພໍໃຈທີ່ເກົາຫຼີເໜືອຍັງມີການທົດສອບອາວຸດ, ພັດທະນານິວເຄຼຍຕໍ່ໄປ ແລະ ໄດ້ຮ່ວມລົງນາມໃນມາດຕະການຂວ້ຳບາດຂອງສະຫະປະຊາຊາດຢ່າງເຂັ້ມງວດຕໍ່ເກົາຫຼີເໜືອກໍ່ຕາມ ແຕ່ຈີນກໍ່ຖືວ່າເປັນປະເທດຜູ້ສະໜັບສະໜູນລາຍໃຫຍ່ທາງດ້ານເສດຖະກິດ ແລະ ການທູດພຽງປະເທດດຽວຂອງເກົາຫຼີເໜືອ.

ໃນຖະແຫຼງຂອງກະຊວງການຕ່າງປະເທດຂອງຈີນບໍ່ໄດ້ເປີດເຜີຍວ່າ ຕົວແທນຂອງເກົາຫຼີເໜືອ ແມ່ນໃຜ, ເຊິ່ງໃນເວທີການປຶກສາຫາລືຄັ້ງນີ້ຈະມີຜູ້ແທນຈາກ 29 ປະເທດເຂົ້າຮ່ວມ ທີ່ນະຄອນຫຼວງປັກກິ່ງລະຫວ່າງວັນທີ 14-15 ພຶດສະພາ 2017 ນີ້ ໂດຍເປັນໂຄງການເພື່ອສົ່ງເສີມວິໄສທັດຂອງທ່ານ ສີ ຈິນຜິງ ປະທານປະເທດຈີນ ໃນການຂະຫຍາຍເສັ້ນທາງເຊື່ອມຕໍ່ລະຫວ່າງທະວີບອາຊີ, ອາຟຣິກາ ແລະ ເອີຣົບ ໂດຍເນັ້ນການລົງທຶນດ້ານພື້ນຖານໂຄງລ່າງ ມູນຄ່າຫຼາຍພັນລ້ານໂດລາສະຫະລັດ.

No comments

Powered by Blogger.