(ວິດີໂອ) ກອງທັບອາກາດລັດເຊຍຍິງທຳລາຍຂະບວນການຫຼົບໜີຂອງກຸ່ມ IS ຕາຍ 120 ຄົນ - ອິດສະຫຼະ

(ວິດີໂອ) ກອງທັບອາກາດລັດເຊຍຍິງທຳລາຍຂະບວນການຫຼົບໜີຂອງກຸ່ມ IS ຕາຍ 120 ຄົນ



ກະຊວງປ້ອງກັນປະເທດລັດເຊຍເຜີຍແຜ່ວິດີໂອການໂຈມຕີທາງອາກາດຂອງກອງທັບລັດເຊຍເມື່ອ 25 ພຶດສະພາ 2017 ທີ່ຜ່ານມາ ເຊິ່ງໄດ້ຂ້າຊີວິດກຸ່ມ IS ຈຳນວນ 120 ຄົນທີ່ພະຍາຍາມຫຼົບໜີອອກຈາກເມືອງຣັກກາ ເພື່ອໄປຍັງເມືອງພັນໄມຣາ ໃນປະເທດຊີຣີ.

ໂດຍຂະບວນລົດຕິດອາວຸດຂອງກຸ່ມ IS ມີຈຳນວນ 39 ຄັນກຳລັງເດີນທາງອອກຈາກຣັກກາ ແລະ ກອງທັບອາກາດລັດເຊຍສາມາດຍິງທຳລາຍໄດ້ 32 ຄັນ ສົ່ງຜົນໃຫ້ກຸ່ມດັ່ງກ່າວເສຍຊີວິດເຖິງ 120 ຄົນ ເຊິ່ງກອງທັບອາກາດລັດເຊຍໄດ້ຂຶ້ນບິນຕະຫຼອດ 24 ຊົ່ວໂມງເພື່ອຕິດຕາມເສັ້ນທາງທີ່ເປັນໄປໄດ້ວ່າກຸ່ມຜູ້ກໍ່ການຮ້າຍຈະສາມາດໃຊ້ເພື່ອຫຼົບໜີອອກຈາກເມືອງຣັກກາ ເຊິ່ງເຮືອບິນຮົບໂຈມຕີ ແລະ ໜ່ວຍຮົບພິເສດຂອງລັດເຊຍໄດ້ອອກປະຕິບັດການທັນທີເມື່ອຊາບວ່າກຸ່ມດັ່ງກ່າວກຳລັງເຄື່ອນພົນຫຼົບໜີ.


No comments

Powered by Blogger.