ເຫດຄວາມຮຸນແຮງໃນມາຣາວີ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 97 ແລະ ກອງທັບຟິລິບປິນເລີ່ມໃຊ້ອາວຸດໜັກໃນການໂຈມຕີ - ອິດສະຫຼະ

ເຫດຄວາມຮຸນແຮງໃນມາຣາວີ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 97 ແລະ ກອງທັບຟິລິບປິນເລີ່ມໃຊ້ອາວຸດໜັກໃນການໂຈມຕີ



ສຳນັກຂ່າວຕ່າງປະເທດລາຍງານ 29 ພຶດສະພາ 2017 ວ່າ: ກອງທັບຟິລິບປິນໃຊ້ຂີປະນາວຸດນຳວິຖີໂຈມຕີກຸ່ມຕິດອາວຸດທີ່ຍັງຄົງກະຈາຍກຳລັງຢຶດຄອງເມືອງມາຣາວີ ຢູ່ເກາະມິນດາເນົາ ພາກໃຕ້ຂອງປະເທດຟິລິບປິນ ເມື່ອວັນເສົາທີ່ຜ່ານມາ, ເຊິ່ງຖືເປັນການໂຈມຕີດ້ວຍອາວຸດໜັກຄັ້ງທຳອິດ ນັບຕັ້ງແຕ່ເຫດຄວາມຮຸນແຮງໃນເມືອງມາຣາວີເກີດຂຶ້ນເມື່ອວັນທີ 23 ພຶດສະພາ 2017 ເນື່ອງມາຈາກປະຕິບັດການຂອງກອງທັບໃນການໄລ່ລ່າທ້າວ ອິສນິລອນ ຮາປີລອນ ຫົວໜ້າໃຫຍ່ກຸ່ມກໍ່ການຮ້າຍອາບູ ໄຊຢາບ ທີ່ເຊື່ອວ່າລີ້ຢູ່ໃນເຂດດັ່ງກ່າວ ເຮັດໃຫ້ກຸ່ມອາບູ ໄຊຢາບຕ້ອງຂໍຄວາມຊ່ວຍເຫຼືອຈາກກຸ່ມຫົວຮຸນແຮງເມົາເຕ ເພື່ອຕີຕ້ານປະຕິບັດການດັ່ງກ່າວຂອງກອງທັບ ເພາະທັງສອງກຸ່ມລ້ວນແຕ່ເປັນພັນທະມິດກັບກຸ່ມ IS.


ການຍົກລະດັບການໂຈມຕີເກີດຂຶ້ນເນື່ອງຈາກມີການຢືນຢັນຈຸດພິກັດການຫຼົບລີ້ຂອງທ້າວ ຮາປີລອນ, ໂດຍທ່ານ ໂຈ-ອາ ເຮເຣຣາ ໂຄສົກກອງທັບຟິລິບປິນກ່າວວ່າ ສະຖາການຈະຈົບລົງເມື່ອໃດນັ້ນຢູ່ທີ່ເວລາໃນການຈັບກຸມ ຫຼື ຂ້າທ້າວ ຮາປີລອນ ຈະເກີດຂຶ້ນເມື່ອໃດ? ໂດຍມີລາຍງານຕົວເລກຜູ້ເສຍຊີວິດເພີ່ມຂຶ້ນເປັນ 97 ຄົນ ປະກອບດ້ວຍກຸ່ມຕິດອາວຸດຫົວຮຸນແຮງ 61 ຄົນ, ປະຊາຊົນ 19 ຄົນ, ທະຫານກອງທັບ 15 ຄົນ ແລະ ຕຳຫຼວດ 2 ຄົນ.


ເຊິ່ງກຸ່ມ IS ໄດ້ອອກມາອ້າງຄວາມຮັບຜິດຊອບຕໍ່ການໂຈມຕີທີ່ເກີດຂຶ້ນ ກອງທັບຟິລິບປິນເປີດເຜີຍວ່າ IS ຍັງບໍ່ເຄີຍຍອມຮັບໃຫ້ເມົາເຕເຂົ້າເປັນເຄືອຂ່າຍຢ່າງເປັນທາງການ, ສ່ວນໃນດ້ານຂອງທ່ານ ເດວຟິນ ລໍເຣນຊານາ ລັດຖະມົນຕີກະຊວງປ້ອງກັນປະເທດຟິລິບປິນກ່າວວ່າ ທ້າວ ຮາປີລອນ ຫົວໜ້າກຸ່ມອາບູ ໄຊຢາບ ເຊິ່ງປະກາດຕົນເຂົ້າຮ່ວມກຸ່ມ IS ເມື່ອປີ 2014 ໄດ້ຮັບເງິນຈາກຊີຣີ 2 ລ້ານໂດລາສະຫະລັດ ເພື່ອໃຊ້ເປັນທຶນໃນການເຄື່ອນໄຫວຢູ່ເກາະມິນດາເນົາ.



No comments

Powered by Blogger.