ສາສະດາຈານຈາກ Stanford University ແນະນຳຫຼີກລ້ຽງຄຳເວົ້າເຫຼົ່ານີ້ ຊີວິດຈະປະສົບຄວາມສຳເລັດຫຼາຍຂຶ້ນ - ອິດສະຫຼະ

ສາສະດາຈານຈາກ Stanford University ແນະນຳຫຼີກລ້ຽງຄຳເວົ້າເຫຼົ່ານີ້ ຊີວິດຈະປະສົບຄວາມສຳເລັດຫຼາຍຂຶ້ນ



ວິທີການເວົ້າ ບໍ່ໄດ້ມີຜົນພຽງແຕ່ເຮັດໃຫ້ຜູ້ຟັງເຂົ້າໃຈທ່ານເທົ່ານັ້ນ ແຕ່ມັນຍັງສົ່ງຜົນຕໍ່ພຶດຕິກຳ ແລະ ຄວາມຄິດຂອງທ່ານອີກດ້ວຍ ການທີ່ເຮົາປ່ຽນໄປໃຊ້ຄຳໜຶ່ງແທນອີກຄຳໜຶ່ງ ມັນສາມາດສົ່ງຜົນຕໍ່ການບັນລຸເປົ້າໝາຍຂອງເຮົາໄດ້ ເຊິ່ງເຕັກນິກທັງໝົດນີ້ໄດ້ກ່າວໄວ້ໃນໜັງສື "The Achievement Habit" ຂອງ Bernard Roth ສາສະດາຈານຈາກ Stanford University, ສາສະດາຈານ Roth ຍັງກ່າວຕື່ມອີກວ່າ ມີເຕັກນິກງ່າຍໆ 2 ວິທີທີ່ໃຊ້ປັບປຸງຄຳເວົ້າ ແລະ ວິທີຄິດ ທີ່ຈະສາມາດຊ່ວຍໃຫ້ທ່ານປະສົບຄວາມສຳເລັດຫຼາຍຂຶ້ນໄດ້ດັ່ງນີ້:

1. ປ່ຽນຈາກຄຳວ່າ "ແຕ່" ເປັນ "ແລະ"
ມາລອງເບິ່ງຕົວຢ່າງກັນເລີຍຖ້າທ່ານເວົ້າວ່າ "ຂ້ອຍຢາກໄປເບິ່ງໜັງ ແຕ່ຂ້ອຍມີວຽກຕ້ອງເຮັດ" ສະແດງວ່າທ່ານຈະບໍ່ໄດ້ໄປເບິ່ງໜັງ ເພາະຄາວຽກເລີຍໄດ້ເຮັດແຕ່ວຽກນັ້ນ, ຖ້າທ່ານປ່ຽນເປັນ "ຂ້ອຍຈະໄປເບິ່ງໜັງ ແລະ ຂ້ອຍມີວຽກຕ້ອງເຮັດ" ສະແດງວ່າທ່ານຕ້ອງໄດ້ເຮັດທັງສອງຢ່າງ.

ສາສະດາຈານ Roth ອະທິບາຍເຖິງເຕັກນິກນີ້ວ່າ ໃນຂະນະທີ່ທ່ານເວົ້າຄຳວ່າ "ແຕ່" ທ່ານກຳລັງສ້າງຄວາມຂັດແຍ່ງ ແລະ ຂໍ້ອ້າງທີ່ບໍ່ມີຢູ່ຈິງໃຫ້ກັບຕົວເອງ ໃນທາງກົງກັນຂ້າມ ຄວາມຈິງແລ້ວທ່ານສາມາດເຮັດໄດ້ທັງສອງຢ່າງ ໂດຍທີ່ຍັງມີເວລາເຫຼືອ ພຽງແຕ່ທ່ານຕ້ອງຈັດສັນເວລາ ແລະ ຫາເວລາເຮັດໃຫ້ໄດ້ທັງສອງຢ່າງ.

ໃນທາງກົງກັນຂ້າມ ຖ້າທ່ານເວົ້າຄຳວ່າ "ແລະ" ສະໝອງຂອງທ່ານຈະເລີ່ມເຮັດວຽກທັນທີ ແລະ ທ່ານກໍ່ຈະຄິດຫາວິທີທີ່ຈະເຮັດທັງສອງຢ່າງໃຫ້ໄດ້ ໂດຍສະໝອງອາດຈະຄິດວ່າ "ເຮົາຕ້ອງໄປເບິ່ງໜັງໜ້ອຍໜຶ່ງໃຫ້ໄດ້ ຫຼື ບາງທີ່ເຮົາຈະຫາຄົນມາເຮັດວຽກນີ້ແທນ"

2. ປ່ຽນຈາກຄຳວ່າ "ຕ້ອງ" ເປັນ "ຢາກ"
ສາສະດາຈານ Roth ແນະນຳເຕັກນິກນີ້ໃນໜັງສືຂອງລາວ ເຕັກນິກມີຢູ່ວ່າ "ໃນຄັ້ງຕໍ່ໄປທີ່ເຮົາກຳລັງຄິດໃນໃຈວ່າ ຕ້ອງເຮັດນັ້ນເຮັດນີ້ ໃຫ້ລອງປ່ຽນຄຳວ່າ "ຕ້ອງ" ມາເປັນ "ຢາກ" ເຕັກນິກນີ້ມີປະໂຫຍດຢູ່ບ່ອນວ່າມັນສາມາດຊ່ວຍໃຫ້ເຮົາເຮັດໃນສິ່ງທີ່ບໍ່ຢາກເຮັດໃຫ້ສຳເລັດໄດ້

ຕົວຢ່າງເຊັ່ນ: ໜຶ່ງໃນນັກຮຽນຂອງ ສາສະດາຈານ Roth ຮູ້ສຶກວ່າຕົວເອງບໍ່ມັກວິຊາຄະນິດສາດທີ່ສຸດ ແຕ່ວ່າມັນເປັນວິຊາບັງຄັບ ຖ້າບໍ່ຮຽນກໍ່ບໍ່ຈົບ ນັກຮຽນຄົນນັ້ນກໍ່ເລີຍລອງໃຊ້ເຕັກນິກນີ້ ແລ້ວລາວກໍ່ໄດ້ປ່ຽນຄວາມຄິດຂອງຕົວເອງ ລາວຄິດໃໝ່ວ່າ "ວິຊານີ້ມັນສຳຄັນຫຼາຍທີ່ສຸດ ຢາກຮຽນໃຫ້ໄດ້" ສຸດທ້າຍລາວຈຶ່ງຍອມທີ່ຈະເຂົ້າຮຽນໃນວິຊາທີ່ບໍ່ມັກ.

ເຕັກນິກການປ່ຽນຄຳເວົ້າທັງສອງນີ້ ຄືວິທີການໃນການແກ້ໄຂບັນຫາທີ່ຮຽກວ່າ "ການອອກແບບຄວາມຄິດ" ເມື່ອທ່ານໄດ້ນຳວິທີເຫຼົ່ານີ້ມາໃຊ້ ມັນຈະກະທົບຕໍ່ຄວາມຄິດແບບອັດຕະໂນມັດຂອງທ່ານ ໃຫ້ເບິ່ງໃນມຸມມອງຄວາມເປັນຈິງຫຼາຍຂຶ້ນ.

ແລະ ເມື່ອທ່ານໃຊ້ ຄຳເວົ້າ ຫຼື ການຄິດ ທີ່ແຕກຕ່າງອອກໄປ ມັນຈະເຮັດໃຫ້ທ່ານເຂົ້າໃຈໄດ້ເຖິງບັນຫາທີ່ພົບພໍ້ ແລະ ສາມາດແກ້ໄຂບັນໄດ້ໂດຍບໍ່ຍາກ ເຊິ່ງມັນຈະຊ່ວຍໃຫ້ທ່ານມີວິທີການໃນການຄວບຄຸມຊີວິດຫຼາຍຂຶ້ນກວ່າທີ່ເຄີຍເປັນມາອີກດວ້ຍ.

No comments

Powered by Blogger.