ຟິລິບປິນ ຫ້າມສູບຢາໃນທີ່ສາທາລະນະ ທຸກແຫ່ງທົ່ວປະເທດ ແລະ ສະຖານທີ່ອື່ນໆ - ອິດສະຫຼະ

ຟິລິບປິນ ຫ້າມສູບຢາໃນທີ່ສາທາລະນະ ທຸກແຫ່ງທົ່ວປະເທດ ແລະ ສະຖານທີ່ອື່ນໆ



ສຳນັກຂ່າວຕ່າງປະເທດລາຍງານ 19 ພຶດສະພາ 2017 ວ່າ: ເມື່ອຕົ້ນອາທິດນີ້ທ່ານ ໂດດຼິໂກ ດູເຕີເຕ ປະທານປະເທດຟິລິບປິນ ເຊິ່ງໃຊ້ນະໂຍບາຍຂັ້ນເດັດຂາດໃນການປາບປາມຢາເສບຕິດ ໄດ້ອອກຄຳສັ່ງບໍ່ອະນຸຍາດໃຫ້ສູບຢາທຸກປະເພດ ລວມທັງຢາສູບໄຟຟ້າໃນທີ່ສາທາລະນະທຸກແຫ່ງ ລວມເຖິງທາງຍ່າງ, ພ້ອມທັງຫ້າມບໍ່ໃຫ້ຜູ້ທີ່ມີອາຍຸຕ່ຳກວ່າ 18 ປີ ສູບ, ຊື້ ຫຼື ຂາຍຜະລິດຕະພັນເຫຼົ່ານັ້ນ ໂດຍມີຜົນບັງຄັບໃຊ້ແລ້ວທົ່ວປະເທດຕັ້ງແຕ່ວັນທີ 18 ພຶດສະພາ 2017.

ຄຳສັ່ງດັ່ງກ່າວຍັງບໍ່ອະນາຍາດໃຫ້ຈຳໜ່າຍຢາສູບໃນລັດສະໝີ 100 ແມັດບໍລິເວນທີ່ມີໂຮງຮຽນ, ສະໜາມທີ່ເປັນບ່ອນເດັກນ້ອຍຫຼິ້ນ ຫຼື ສະຖາທີ່ທີ່ມີເດັກນ້ອຍລວມຕົວກັນຢູ່ຫຼາຍ ຕ້ອງກຳນົດເຂດສູບຢາໃຫ້ຢູ່ຫ່າງໄກຈາກສະຖານທີ່ເຫຼົ່ານັ້ນ ແລະ ຕ້ອງຫ່າງຈາກລິບ, ຂັນໄດ, ປໍ້ານ້ຳມັນ, ສູນສຸຂະພາບ ແລະ ຮ້ານອາຫານ ພ້ອມທັງໃຫ້ຕິດປ້າຍຫ້າມສູບຢາໃນທີ່ສາທາລະນະທຸກແຫ່ງອີກດ້ວຍ.

ບໍ່ພຽງແຕ່ເທົ່ານັ້ນ, ຄຳສັ່ງດັ່ງກ່າວຍັງຮຽກຮ້ອງ ແລະ ປຸກລະດົມໃຫ້ປະຊາຊົນຮ່ວມກັນເປັນກອງກຳລັງປາບປາມຢາສູບ ເພື່ອຊ່ວຍເປັນຫູເປັນຕາໃນການປະຕິບັດຕາມຄຳສັ່ງຢ່າງເຂັ້ມງວດ ລວມໄປເຖິງການຈັບກຸມ ແລະ ກ່າວຫາຜູ້ຝືນຄຳສັ່ງ ເຊິ່ງໃຫ້ປະຊາຊົນເປັນຜູ້ກວດສອບ ແລະ ຕັດສິນຜູ້ກະທຳຜິດດ້ວຍກັນເອງ.

No comments

Powered by Blogger.