ການວິໄຈເປີດເຜີຍວ່າ "ການເຮັດຫຼາຍຢ່າງພ້ອມກັນ" ສົ່ງຜົນເສຍຕໍ່ສະໝອງ ແລະ ໜ້າທີ່ການງານ - ອິດສະຫຼະ

ການວິໄຈເປີດເຜີຍວ່າ "ການເຮັດຫຼາຍຢ່າງພ້ອມກັນ" ສົ່ງຜົນເສຍຕໍ່ສະໝອງ ແລະ ໜ້າທີ່ການງານ



ທ່ານຄົງເຄີຍໄດ້ຍິນມາແນ່ແລ້ວວ່າການເຮັດຫຼາຍໆຢ່າງພ້ອມກັນ (Muttitasking) ບໍ່ແມ່ນເລື່ອງທີ່ດີປານໃດ ຫຼ້າສຸດມີການວິໄຈທີ່ຊີ້ໃຫ້ເຫັນວ່າ ມັນເຮັດໃຫ້ປະສິດທິພາບການງານຫຼຸດລົງ ແລະ ອາດເຖິງຂັ້ນທຳລາຍສະໝອງເລີຍກໍ່ໄດ້ ໂດຍມີການວິໄຈຈາກ Stanford University ພົບວ່າ ການເຮັດຫຼາຍສິ່ງຫຼາຍຢ່າງພ້ອມກັນນັ້ນເກີດປະໂຫຍດໜ້ອຍກວ່າການເຮັດໄປເທື່ອລະຢ່າງ ຫຼື ທ່ານຄິດວ່າມັນເປັນຄວາມສາມາດພິເສດບໍ່?

ແລ້ວຖ້າຫຼາຍຄົນມີພອນສະຫວັນໃນການເຮັດຫຼາຍຢ່າງພ້ອມກັນເດ? ນັກວິໄຈຈາກ Stanford University ໄດ້ສຶກສາໂດຍແບ່ງກຸ່ມຕົວຢ່າງເປັນສອງກຸ່ມຈາກນິໄສການມັກເຮັດວຽກພ້ອມກັນຫຼາຍຢ່າງ ແລະ ຍັງເຊື່ອວ່າເປັນຜົນດີຕໍ່ການເຮັດວຽກອີກດ້ວຍ ເຂົາເຈົ້າພົບວ່າ ກຸ່ມຄົນທີ່ມັກເຮັດຫຼາຍຢ່າງໃນເວລາດຽວກັນນັ້ນຜັດເຮັດວຽກບໍ່ໄດ້ດີເລີຍຈັກຢ່າງເມື່ອທຽບກັບກຸ່ມຄົນທີ່ເຮັດວຽກເທື່ອລະຢ່າງ ເນື່ອງຈາກເຂົາເຈົ້າບໍ່ສາມາດຮຽບຮຽງຄວາມຄິດ ແລະ ຄັດກອງຂໍ້ມູນທີ່ບໍ່ຈຳເປັນອອກໄດ້ດີປານໃດ ນອກຈາກນັ້ນກໍ່ຍັງສະຫຼັບໄປເຮັດວຽກອີກວຽກໜຶ່ງໄດ້ຊ້າກວ່າອີກດ້ວຍ.

ການເຮັດຫຼາຍຢ່າງພ້ອມກັນຈະເຮັດໃຫ້ປະສິດທິພາບໃນການເຮັດວຽກຫຼຸດລົງເນື່ອງຈາກສະໝອງສາມາດຈົດຈໍ່ໄດ້ເທື່ອລະຢ່າງເທົ່ານັ້ນ ດັ່ງນັ້ນ, ຖ້າທ່ານເຮັດສອງກິດຈະກຳໃນເວລາດຽວກັນ ສະໝອງຂອງທ່ານກໍ່ຈະບໍ່ສາມາດເຮັດທັງສອງກິດຈະກຳໃຫ້ບັນລຸໄປພ້ອມໆກັນໄດ້.

ການເຮັດຫຼາຍໆກິດຈະກຳໃນເວລາດຽວກັນເຮັດໃຫ້ IQ ຕ່ຳລົງ ນອກຈາກຈະເຮັດໃຫ້ສຳເລັດຊ້າລົງແລ້ວ ມັນຍັງສົ່ງຜົນໃຫ້ IQ ຕ່ຳລົງອີກດ້ວຍ ການວິໄຈຈາກມະຫາວິທະຍາໄລ University of London ພົບວ່າ: ກຸ່ມຕົວຢ່າງທີ່ເຮັດກິດຈະກຳອື່ນໄປພ້ອມກັບກິດຈະກຳທີ່ຕ້ອງໃຊ້ຄວາມຄິດນັ້ນ ມີ IQ ຫຼຸດລົງປຽບທຽບໄດ້ເທົ່າໆກັບການເສບກັນຊາ ຫຼື ການອົດຫຼັບອົດນອນໝົດຄືນ ໂດຍ IQ ໄດ້ຫຼຸດລົງເຖິງ 15 ຄະແນນ ຈົນໄປທຽບເທົ່າກັບລະດັບ IQ ໂດຍສະເລ່ຍຂອງເດັກນ້ອຍອາຍຸ 8 ປີ ດັ່ງນັ້ນ, ຖ້າຕໍ່ໄປທ່ານຍັງນັ່ງເຮັດຢ່າງອື່ນໄປພ້ອມກັບການເຂົ້າຮຽນ ຫຼື ປະຊຸມຢູ່ ກໍ່ບໍ່ແນ່ວ່າມັນອາດເຮັດໃຫ້ IQ ທ່ານຫຼຸດລົງຈົນເຮັດສິ່ງຕ່າງໆອອກມາຄືກັບເດັກນ້ອຍເລີຍກໍ່ອາດໄດ້.

ການເຮັດຫຼາຍໆກິດຈະກຳໃນເວລາດຽວກັນສົ່ງຜົນເສຍຕໍ່ສະໝອງ: ຄວາມສາມາດທາງຄວາມຄິດທີ່ບົກຜ່ອງລົງຈາກການເຮັດຫຼາຍກິດຈະກຳເປັນພຽງພາວະຊົ່ວຄາວເທົ່ານັ້ນ ແຕ່ການວິໄຈຫຼ້າສຸດຈາກມະຫາວິທະຍາໄລ University of Sussex ໃນນະຄອນຫຼວງລອນດອນ ປະເທດອັງກິດ ໄດ້ມີການປຽບທຽບລະຫວ່າງໄລຍະເວລາທີ່ຜູ້ຄົນໃຊ້ງານຫຼາຍໆອຸປະກອນໃນເວລາດຽວກັນເຊັ່ນ: ການສົ່ງຂໍ້ຄວາມໂທລະສັບຕອນກຳລັງເບິ່ງໂທລະພາບ ທຽບກັບຜົນການສະແກນສະໝອງດ້ວຍ MRI ແລະ ພົບວ່າສະໝອງສ່ວນ anterior cingulate cortex ເຊິ່ງເຮັດໜ້າທີ່ຄວບຄຸມຄວາມຮູ້ສຶກ ແລະ ຄວາມຄິດຂອງຜູ້ທີ່ມີພຶດຕິກຳດັ່ງກ່າວນັ້ນມີຄວາມໜາແໜ້ນໜ້ອຍລົງ.

ແນ່ນອນວ່າຍັງຕ້ອງມີການວິໄຈຕໍ່ໃນອະນາຄົດຈຶ່ງຈະສະຫຼຸບໄດ້ວ່າການເຮັດຫຼາຍກິດຈະກຳໃນເວລາດຽວກັນເປັນຕົວເຮັດໃຫ້ສະໝອງເສຍຫາຍ ຫຼື ວ່າສະໝອງທີ່ເສຍຫາຍຢູ່ແລ້ວເປັນຕົ້ນເຫດໃຫ້ຄົນເຮັດພຶດຕິກຳດັ່ງກ່າວກັນແທ້ ແຕ່ຢ່າງໃດກໍ່ຕາມການມີພຶດຕິກຳແບບນັ້ນກໍ່ຍ່ອມບໍ່ເກີດຜົນດີຢ່າງແນ່ນອນ.

Kep Kee Loh ນັກປະສາດວິທະຍາ ເຊິ່ງເປັນຫົວໜ້າທີມວິໄຈກ່າວວ່າ "ເປັນເລື່ອງສຳຄັນຫຼາຍທີ່ຕ້ອງໃຫ້ຄົນເຂົ້າໃຈວ່າ ພຶດຕິກຳການໃຊ້ເຕັກໂນໂລຊີຕ່າງໆ ມີຜົນຕໍ່ລະບົບຄວາມຄິດ ຫຼື ອາດກໍ່ໃຫ້ເກີດຄວາມປ່ຽນແປງໃນລະດັບໂຄງສ້າງສະໝອງເລີຍກໍ່ເປັນໄດ້"


No comments

Powered by Blogger.