ເກົາຫຼີເໜືອ ທົດລອງຂີປະນາວຸດອີກຄັ້ງໃນມື້ວານນີ້ ທ່າມກາງຄວາມຕຶງຄຽດຢູ່ແຫຼມເກົາຫຼີ - ອິດສະຫຼະ

ເກົາຫຼີເໜືອ ທົດລອງຂີປະນາວຸດອີກຄັ້ງໃນມື້ວານນີ້ ທ່າມກາງຄວາມຕຶງຄຽດຢູ່ແຫຼມເກົາຫຼີ



ສຳນັກຂ່າວຕ່າງປະເທດລາຍງານ 22 ພຶດສະພາ 2017 ວ່າ: ຄະນະເສນາທິການທະຫານກອງທັບເກົາຫຼີໃຕ້ຖະແຫຼງວ່າ ເມື່ອຕອນບ່າຍຂອງວັນອາທິດ ທີ 21 ພຶດສະພາ 2017 ເກົາຫຼີເໜືອໄດ້ມີການຍິງຂີປະນາວຸດຈາກຖານຍິງໃກ້ກັບເມືອງປຸກຊາງ ໃນແຂວງພະຢອງອັນ ໃກ້ກັບນະຄອນຫຼວງປຽງຢາງ ຂີປະນາວຸດຖືກຍິງໄປທາງຕາເວັນອອກຫ່າງອອກໄປ 500 ກມ ຕົກໃນທະເລຍີ່ປຸ່ນ.

ໃນດ້ານທ່ານ ມູນ ແຈອິນ ປະທານປະເທດເກົາຫຼີໃຕ້ໄດ້ມີການຮຽກປະຊຸມສະພາຄວາມໝັ້ນຄົງແຫ່ງຊາດສຸກເສີນ ທີ່ທຳນຽມ ເພື່ອປຶກສາຫາລືເລື່ອງການຍິງຂີປະນາວຸດດັ່ງກ່າວຂອງເກົາຫຼີເໜືອ.

ສ່ວນທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ທ່ານ ໂຢຊິຮິເດະ ຊູກະ ຫົວໜ້າເລຂາທິການຄະນະລັດຖະມົນຕີຖະແຫຼງວ່າ ລັດຖະບານຍີ່ປຸ່ນໄດ້ຮັບລາຍງານວ່າມີຂີປະນາວຸດຖືກຍິງຂຶ້ນມາຈາກເກົາຫຼີເໜືອເມື່ອເວລາ 16:59 ນາທີ ຂອງວັນອາທິດທີ 21 ພຶດສະພາ ຕາມເວລາໃນຍີ່ປຸ່ນ ກົງກັບເວລາ 14:59 ນາທີ ຕາມເວລາໃນລາວ ໂດຍຕົກນອກເຂດເສດຖະກິດສະເພາະຂອງຍີ່ປຸ່ນ ແຕ່ບໍ່ມີຄວາມເສຍຫາຍໃດ, ລັດຖະບານຍີ່ປຸ່ນຂໍປະທ້ວງການກະທຳດັ່ງກ່າວຂອງເກົາຫຼີເໜືອ ເຊິ່ງຖືວ່າເປັນການລະເມີດຢ່າງຊັດເຈນຕາມມະຕິຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ແລະ ຈະບໍ່ອົດທົນຕໍ່ການກະທຳທີ່ຍຸຍົງຊ້ຳແລ້ວຊ້ຳອີກຂອງເກົາຫຼີເໜືອຕໍ່ໄປ.

ຂະນະທີ່ທຳນຽມຂາວຂອງສະຫະລັດອາເມຣິກາໄດ້ຮັບຮູ້ລາຍງານການຍິງຂີປະນາວຸດຂອງເກົາຫຼີເໜືອແລ້ວ ແລະ ເຊື່ອວ່າເປັນຂີປະນາວຸດທີ່ມີໄລຍະການຍິງລະດັບກາງ.

No comments

Powered by Blogger.